ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.Obama ຈະ​ຂໍ​ຮ້ອງ​ ​ໃຫ້​ສະພາ​ ​ເລື່ອນ​ເວລາ​​ ລົງ​ໂທດ ອີຣ່ານ


ປະທານາທິບໍດີ ສຫລ ທ່ານ Obama ຈະ​ຂໍ​ຮ້ອງ​ສະມາຊິກ​ລັດຖະ​ສະພາ​ ເລື່ອນ​ເວລາ​ໃນການ​ລົງ​ໂທດ​ ອີຣ່ານ.
ປະທານາທິບໍດີ ສຫລ ທ່ານ Obama ຈະ​ຂໍ​ຮ້ອງ​ສະມາຊິກ​ລັດຖະ​ສະພາ​ ເລື່ອນ​ເວລາ​ໃນການ​ລົງ​ໂທດ​ ອີຣ່ານ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະ​ຂໍ​ຮ້ອງ​
ໂດຍ​ກົງ​ຕໍ່ບັນ ດາ​ສະມາຊິກ​ລັດຖະ​ສະພາ​ເພື່ອໃຫ້​ເລື່ອນ​ເວລາ​
ໃນການ​ລົງ​ໂທດ​ໃໝ່​ໃດ​ໆ​ກໍ​ຕາມ​ຕໍ່ອີ​ຣ່ານ ​ໃນ​ຂະນະ​ທີ່​ນາໆ​ຊາດ
ທຳ​ການ​ເຈລະ​ຈາ ​ແນ​ໃສ່ເພື່ອ​ຫລຸດຜ່ອນ ໂຄງ ການ​ນິວ​ເຄລຍ
ຂອງ​ປະ​ເທດ​ດັ່ງກ່າວ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ທ່ານ Obama ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ໃນ​ວັນ​ອັງຄານ​ມື້​
ນີ້ ທີ່​ທໍານຽບຂາວ ກັບ​ບັນດາ​ຜູ້​ນໍາ ຈາກ​ຄະນະ​ກຳມະການດ້ານ
​ທະນາຄາ​ນ ຄວາມສໍາ​ພັນກັບ​ຕ່າງ ປະ​ເທດ ກອງທັບ ​ແລະ​ສືບ
ລັບຂອງ​ສະພາ​ສູງ.

ທ່ານຈະ​ໃຫ້​ລາຍ​ລະອຽດຫຼ້າສຸດກ່ຽວ​ກັບ​ການ​ເຈລະ​ຈາທີ່ນະຄອນ
Geneva ລະ ຫວ່າງອີຣ່ານ ​ແລະ​ຫົກ​ປະ​ເທດ​ມະຫາ​ອໍານາດ ທີ່​ມີ​
ກໍານົດ​ຈະ​ເລີ້ມ​ໃນ​ວັນ​ພຸດ ມື້​ອຶ່ນນີ້ ​ແລະ​ສືບ​ຕໍ່​ການ​ຊຸກຍູ້​ຂອງລັດ
ຖະບານທ່ານ ​ເພື່ອ​ອຳນວຍໃຫ້ການ​ທູດ​ດຳ ​ເນີນໄປ​ຕາມແນວ
​ທາງຂອງ​ມັນ.

​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Jen Psaki ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ບໍ່​ມີ​ຄໍາ​ຖາ​ມ​ໃດໆ” ​ທີ່​ວ່າ​ຜົນ​ກະທົບ​ຈາກການ​ລົງ​ໂທດປັດ​ຈຸບັນ ​ໄດ້ ບັງຄັບອີຣ່ານ ມາສູ່​ໂຕະ​ເຈລະ​ຈາ ​ແລະ​ໄດ້​ຂໍ​ເວລາຕື່ມ ເພື່ອ​ເບິ່ງວ່າການ​ເຈລະ​ຈາບັນລຸ​ຜົນ​ຫຍັງ​ແດ່.

ທ່ານ Psaki ​ເວົ້າວ່າ “ຄວາມ​ຈິງ​ແລ້ວ ພວກ​ເຮົາ​ຍັບ​ໃກ້​ເຂົ້າ​ມາ ທີ່​ຈະ​ບັນລຸ​ການ ຕົກລົງ​ກັນ​ໃນ​
ຮອບ​ຫຼາຍໆ​ປີກວ່າ​ທີ່​ເຄີຍ​ເປັນ​ມາກັບອີີຣ່ານ ​ໂດຍ​ຜ່ານການ​ດໍາ​ເນີນ​ການຂອງກຸ່ມ P5+1.
ເພາະສະ​ນັ້ນ ບໍ່​ມີຜູ້​ໃດ​ຜູ້​ນຶ່ງ ຕ້ອງການ​ຢາກ​ເຫັນ​ການເຄື່ອນ​ໄຫວດັ່ງກ່າວ​ນີ້​ ປ່ຽນ​ໄປ​ໃນ​ທາງ​
ອື່ນອັນ​ເປັນ​ຫົນທາງໄປ​ສູ່​ການ​ຮຸກ​ຮານ ຫົນທາງ​ທີ່​ອາດ​ເກີດ​ບັນຫາ​ຂັດ​ແຍ້​ງ ​ແມ່ນກະ​ທັງຫົນ
ທາງ​ໄປ​ສູ່​ສົງຄາມ. ​ແລະ​ພວກ​ເຮົາ​ຕ້ອງ​ການ​ຢາກ​ໃຫ້ການ​ທູດ ​ມີ​ໂອກາດ​ຫາຍ​ໃຈ ​ເພື່ອ​ໃຫ້​ມີ
ໂອກາດ​ໄປສູ່​ຜົນສໍາ​ເລັດ​.
XS
SM
MD
LG