ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຈະເນັ້ນໜັກ ການໂຈມຕີ ທາງອີນເຕີແນັດ ກັບຈີນ (ວີດິໂອ)


China Reported to Hack Into US Weapons Systems
please wait

No media source currently available

0:00 0:02:09 0:00
ລິງໂດຍກົງ

ເບິ່ງລາຍງານຂ່າວ ສະຫະລັດກ່າວຫາວ່າ ຈີນເຈາະຈິ້ມເອົາຂໍ້ມູນ ກ່ຽວກັບລະບົບອາວຸດທີ່ທັນສະໄໝ ຂອງຕົນ.

ບັນດາ​ເຈົ້າ​ໜ້າ​ທີ່ທໍານຽບຂາວກ່າວ​ວ່າ ປະທານາທິບໍດີສະຫະ
ລັດ ທ່ານ Barack Obama ຈະ​ເອົາ​ທ່າ​ທີ​ຢ່າງ​ແຂງ​ຂັນ​ ກ່ຽວ​
ກັບການໂຈມຕີ​ທາງ​ອິນ​ເຕີ​ແນັດຂອງ​ຈີນ​ ເວລາທ່ານ​ເປັນ​ເຈົ້າ
ພາບ​ຕ້ອນຮັບຄູ່​ຕໍາ​ແໜ່ງຝ່າຍຈີນ ຢູ່​ທີ່​ກອງ​ປະ​ຊຸມ​ສຸດ​ຍອດ ທີ່​
ບໍ່ເປັນ​ທາງ​ການ ໃນ​ທ້າຍ​ອາທິດ​ນີ້.

​ໃນ​ການກ່າວ​ໂດຍ​ບໍ່​ອອກ​ຊື່ເມື່ອວັນ​ອັງຄານ​ວານ​ນີ້​ບັນດາເຈົ້າ
ໜ້າ​ທີ່​ເວົ້າວ່າ ທ່ານ Obama ຈະແຈ້ງ​ໃຫ້ປະທານປະ​ເທດ​ຈີນ
ທ່ານ XiJinping ຊາບວ່າ ວໍ​ຊິງ​ຕັນຈະ​ຖື​ວ່າລັດຖະບານ​ຈີນ
ເປັນ​ຜູ້ຮັບຜິດຊອບ ​ຕໍ່​ການ​ພະຍາຍາມ​ໂຈມ​ຕີ​ເຈາະ​ຂໍ້​ມູນ ​ໃດໆ​
ກໍ​ຕາມ ທີ່​ມີ​ຕົ້ນຕໍມາ​ຈາກ​ຈີນ.

​ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ທ່ານ Obama ຈະ​ຮຽກ
ຮ້ອງໃຫ້​ຈີນ ​ເອົາ​ມາດ​ຕະການ​ຍຸຕິການ​ລັກຂະ​ໂມ​ຍໃນ​ຂອບ
​ເຂດ​ທີ່​ກວ້າງຂວາງ ເອົາ​ຄວາມ​ລັບ​ຂອງກອງທັບສະຫະລັດ ​
ແລະຄວາມ​ລັບ​ທາງການ​ຄ້າ ທີ່ເວົ້າ​ຢ່າງ​ລ​ະອຽດຢູ່​ໃນລາຍ
​ງານ​ຂອງລັດຖະບານ ​ແລະ​ເອກ​ກະ​ຊົນເມື່ອ​ໄວໆ​ມານີ້.

ທັງ​ສອງຝ່າຍ​ຫວັງ​ວ່າ​ ຈະ​ໃຊ້​ກອງປະ​ຊຸມ​ສຸດ​ຍອດທີ່​ບໍ່​ເປັນ​ທາງ​ການ​ເປັນ​ເວລາ​ສອງ​ມື້ ຊຶ່ງຈະ​ເລີ້ມ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ຢູ່​ບ່ອນ​ຕາກ​ອາກາດ​ຊັ້ນ​ນຶ່ງ ທີ່​ລັດ California ​ເພື່ອ​ເປັນ​ການ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕືງ ລະຫວ່າງ​ສອງ​ປະ​ເທດ​ມະຫາ​ອໍານາດ ທີ່​ມີ​ເສດຖະ
ກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

​ແຕ່​ເປັນ​ທີ່​ຄາດ​ກັນ​ວ່າ ຜູ້​ນໍາ​ທັງ​ສອງ​ຈະ​ຫາ​ທາງ​ຕົກລົງກັນ​ໄດ້​ຍາກ ກ່ຽວ​ກັບ​ບັນ ຫາການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ ທີ່​ພວມສ້າງ​ຄວາມ​ເຄັ່ງ​ຕຶງ​ເພີ້ິ້ມຂຶ້ນນັບ​ມື້ຕໍ່​ຄວາມ ສໍາພັນ​ລະ
ຫວ່າງສະຫະລັດ ​ແລະ​ຈີນ.

ລາຍງານ: ຊ່ຽວຊານກ່າວວ່າ ຍັງຈະຕ້ອງທໍາການຄົ້ນຄ້ວາອີກດົນຢູ່ ຈຶ່ງຈະສາມາດ ປ້ອງກັນ ການເຈາະຈິ້ມເອົາຂໍ້ມູນ ໃນອິນເຕີແນັດໄດ້:

Experts Say More Research Needed to Foil Cyber Criminals
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG