ຫຼັງຈາກທີ່ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບຈຸດປະສົງຂອງ
ທ່ານ ໃນປີໜ້ານີ້ ໃນຄໍາປາໄສຕໍ່ລັດຖະສະພາ ແລະປະເທດຊາດ
ໃນວັນອັງຄານຜ່ານມານີ້ແລ້ວ ປະທານາທິບໍດີສະຫະລັດ
ທ່ານ Barack Obama ກໍໄດ້ອອກເດີນທາງໄປຍັງຫຼາຍໆເຂດ
ເພື່ອຊຸກຍູ້ເຜີຍແຜ່ ຄວາມຄິດກ່ຽວກັບນະໂຍບາຍຕ່າງໆຂອງທ່ານ.
ປະທານາທິບໍດີ ເລີ່ມປະຕິບັດພາລະກິດຂອງທ່ານ ໃນເຂດ
ຊານເມືອງ ຂອງກຸງວໍຊີງຕັນໂດຍກ່າວເຖິງການຮຽກຮ້ອງຂອງ
ທ່ານເພື່ອໃຫ້ຂຶ້ນຄ່າແຮງງານຂັ້ນຕໍ່າສຸດສໍາຫຼັບພວກຄົນງານ
ຊາວອາເມຣິກັນທັງຫຼາຍ. ທ່ານໄດ້ໃຫ້ຄໍາໝັ້ນສັນຍາຕື່ມອີກວ່າ
ຈະສ້າງຄວາມກ້າວ ໜ້າໃຫ້ແກ່ແຜນການເສດຖະກິດຂອງທ່ານ ເຖິງແມ່ນວ່າຈະບໍ່ໄດ້ຮັບ
ການສະໜັບສະໜູນ ຈາກທາງລັດຖະສະພາກໍຕາມ ດັ່ງດຽວກັບທີ່ທ່ານໄດ້ກ່າວຕໍ່ລັດຖະ
ສະພາ ໃນວັນອັງຄານ ຜ່ານມາ.
ທ່ານ ໂອບາມາກ່າວວ່າ:… “ແຕ່ວ່າ ອາເມຣິກາ ຈະບໍ່ຢຸດນິ້ງຢູ່ຊື່ໆ ແລະຂ້າພະເຈົ້າ
ກໍຄືກັນ ເພາະສະນັ້ນ ໃນເວລາໃດ ແລະບ່ອນໃດກໍຕາມ ທີ່ຂ້າພະເຈົ້າສາມາດ
ເອົາບາດກ້າວ ໂດຍປາສະຈາກການອອກກົດໝາຍ ເພື່ອຂະຫຍາຍໂອກາດໃຫ້
ແກ່ບັນດາຄອບຄົວຊາວອາ ເມຣິກັນແລ້ວ ນັ້ນຄືສິ່ງທີ່ຂ້າພະເຈົ້າຈະກະທໍາ.”
ທ່ານ ໂອບາມາ ໄດ້ກ່າວວ່າ ຜູ້ໃດກໍຕາມທີ່ເຮັດວຽກເຕັມເວລາແລ້ວ ບໍ່ຄວນທີ່ຈະລ້ຽງດູ
ລູກເຕົ້າແບບອົດໆຢາກໆ ທຸກຍາກນັ້ນ.
ໃນເວລາຕໍ່ມາ ທ່ານໄດ້ອອກເດີນທາງໄປເມືອງ Pittsburgh ໃນລັດ Pennsylvania
ກັບລັດຖະມົນຕີການເງິນ ທ່ານ Jack Lew ເພື່ອແຈ້ງໃຫ້ພວກຄົນງານຊາບ ກ່ຽວກັບ
ແນວຄິດ ຂອງທ່ານ ເລື່ອງບັນຊີເງິນຝາກອອມສິນເບ້ຍບໍານານໃໝ່ທີ່ໜູນຫຼັງໂດຍລັດຖະ
ບານກາງນັ້ນ.
ໃນວັນພະຫັດມື້ນີ້ ທ່ານ ໂອບາມາ ຈະໄປຢ້ຽມຢາມໂຮງງານແກ໊ສແຫ່ງນຶ່ງ ໃກ້ໆກັບເມືອງ
Milwaukee ລັດ Wisconsin ແລະກໍຈະໄປໂອ້ລົມກັບພວກນັກຮຽນມັດທະຍົມປາຍ
ທີ່ເມືອງ Nashville ລັດ Tennessee.