ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ຈະໂອ້ລົມ ກ່ຽວກັບ ມາດຕະການ ຄວບຄຸມປືນ ສະບັບໃໝ່


ແກ້ມຂອງ ປ. ບາຣັກ ໂອບາມາ​ ມີນ້ຳຕາ ເວລາທ່ານກ່າວເຖິງ ພວກນັກຮຽນ ປ. 1 ຊາວຄົນ ທີ່ຖືກຂ້າຕາຍ ໂດຍມືປືນ ໃນປີ​ 2012​ ທີ່ໂຮງຮຽນປະຖົມ Sandy Hook.
ແກ້ມຂອງ ປ. ບາຣັກ ໂອບາມາ​ ມີນ້ຳຕາ ເວລາທ່ານກ່າວເຖິງ ພວກນັກຮຽນ ປ. 1 ຊາວຄົນ ທີ່ຖືກຂ້າຕາຍ ໂດຍມືປືນ ໃນປີ​ 2012​ ທີ່ໂຮງຮຽນປະຖົມ Sandy Hook.

ບໍ່​ເທົ່າ​ໃດ​ມື້ ລຸນຫລັງ ​ທີ່​ໄດ້​ມີ​ການ​ປະກາດ​ ກ່ຽວ​ກັບ​ດຳລັດ​ໃໝ່​
ຂອງ​ຝ່າຍ​ບໍລິຫານ​ເພື່ອ​ຄວບ​ຄຸມ​ການມີ​ອາວຸດ​ປືນ​ຢູ່​ໃນ​ຄວາມ
​ຄອບ​ຄອງ​ນັ້ນປະທານາທິບໍດີ​ສະຫະລັດທ່ານ​ບາ​ຣັກ ​ໂອ​ບາ​ມາ​
ຈະໂອ້​ລົມເລື້ອງດັ່ງກ່າວນີ້ ກັບ​ປະຊາຊົນ ດ້ວຍ​ການ​ປາກົດ​ຕົວ​
ທາງ​ໂທລະພາບ​ ທີ່​ອອກ​ອາກາດ​ທົ່ວ​ປະ​ເທດ​ໃນແບບ​ທີ່​ບໍ່​ເປັນ
​ທາງ​ການ.

ທ່ານໂອ​ບາ​ມາ ມີ​ແຜ​ນການທີ່​ຈະ​ນັ່ງ​ໂອ້​ລົມ​ໃນ​ແລງ​ວັນ​ພະຫັດ
​ມື້ນີ້ ​ກັບ Anderson Cooper ນັກ​ຂ່າວ CNN ​ແລະ​ຕອບ​ຄຳ​
ຖາມ​ສົດ​ຂອງ​ບັນດາ​ຜູ້​ຊົມ​ ທີ່​ມະຫາວິທະຍາ​ໄລ George Ma-
son ​ເມືອງ Fairfax ລັດ​ເວ​ີຈີ​ເນຍ ຊຶ່ງ​ຕັ້ງຢູ່​ໃນ​ເຂດຊານ​ເມືອງ​
ຂອງ​ນະຄອນຫຼວງວໍ​ຊິງ​ຕັນ​ນັ້ນ.

​ໃນຕົ້ນອາທິດ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ໄດ້​ປະກາດ​ໃຊ້ ​ມາດ​ຕະການ​ຈຳນວນ​ນຶ່ງ ທີ່​ບັງ
ຄັບ​ໃຫ້ພວກ​ຂາຍ​ປືນ​ໃນ​ ຈຳນວນ​ເພີ້ມຂຶ້ນ ຕ້ອງ​ມີ​ໃບ​ອະນຸຍາດ ແລະ ພວກ​ຜູ້​ຊື້ປືນ​ໃນຈຳ
ນວນຕື່ມ​ຂຶ້ນ ຕ້ອງ​ມີ​ການກວດ​ປະຫວັດ.

ສະມາຊິກ​ລັດຖະສະພາ​ ຂອງ​ພັກ​ຣີພັບ​ບລີ​ກັນ​ ຊຶ່ງ​ໄດ້​ປະຕິ​ເສດ​ຕໍ່​ການ​ພະຍາຍາມ ຂອງ​
ທ່ານ​ໂອ​ບາ​ມາ​ ທີ່​ຈະ​ຄວບຄຸມ​ກົດ​ລະບຽບ ສະບັບ​ປີ 2013​ ໃຫ້ເຄັ່ງຄັດ ຂຶ້ນກວ່າເກົ່ານັ້ນ
ກ່າວ​ວ່າ ປະທານາທິບໍດີ​ ໄດ້​ໃຊ້ອຳນາດ​ຂອງ​ທ່ານເກີນຂອບເຂດ ໂດຍ​ອອກ​ກົດ​ລະບຽບ ໃໝ່ ທີ່​ພວກ​ເຂົາ​ເຈົ້າກ່າວ​ວ່າ​ ຈະ​ບໍ່​ສາມາດ​ຢຸດ​ຢັ້ງຄວາມ​ຮຸນ​ແຮງ​ຈາກ​ອາວຸດ​ປຶຶ​ນໄດ້​ນັ້ນ.

Obama Gun Meeting
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG