ເປັນທີ່ຄາດກັນວ່າ ປະທານາທິບໍດີສະຫະລັດ ທ່ານ Barack
Obama ຈະແຕ່ງຕັ້ງນາຍພົນ ນາວິກະໂຍທິນ ທ່ານ Joseph
Dunford ໃຫ້ເປັນ ປະທານເສນາທິການຮ່ວມຂອງກອງທັບ
ສະຫະລັດ ໃນວັນອັງຄານມື້ນີ້ ແທນນາຍພົນ Martin
Dempsey ໃນຖານະເປັນທີ່ປຶກສາດ້ານທະຫານສຸງສຸດຂອງ
ປະເທດ.
ນາຍພົນ Dunford ປັດຈຸບັນນີ້ ເປັນຜູ້ບັງຄັບບັນຊາກອງທັບ
ນາວິກະໂຍທິນ ຫລື Marines ຊຶ່ງເປັນຕຳແໜ່ງທີ່ທ່ານໄດ້ເຂົ້າ
ຮັບໃຊ້ໃນທ້າຍປີກາຍນີ້. ກ່ອນໜ້ານັ້ນ ທ່ານ Dunford ອາຍຸ
59 ປີ ໄດ້ເປັນຜູ້ບັນຊາການທະຫານສະຫະລັດ ແລະກຳລັງ
ປະສົມນາໆຊາດທັງໝົດ ຢູ່ໃນອັຟການິສຖານ ຈາກປີ 2013
ຫາ 2014 ໂດຍໄດ້ກຳກັບເບິ່ງນຳ ການຖອນກຳລັງທະຫານ
ສະຫະລັດ ອອກ ທີ່ຍັງດຳເນີນມາຢູ່ນັ້ນ ແລະມອບໂອນການປະຕິບັດງານດ້ານຄວາມ
ປອດໄພ ໄປໃຫ້ກອງກຳລັງອັຟການິສຖານ. ທ່ານຍັງໄດ້ນຳພາ ທິມສູ້ລົບຂອງທະຫານ
ນາວິກະໂຍທິນ ລະຫວ່າງການບຸກລຸກ ອີຣັກໃນປີ 2003 ທີ່ເຮັດໃຫ້ທ່ານໄດ້ຮັບຊື່ນ້ອຍ
ວ່າ “Fighting Joe.”
ທ່ານ Dunford ເປັນຊາວນະຄອນ Boston ໄດ້ເຂົ້າຮັບໃຊ້ໃນກອງທັບນາວິກະໂຍທິນ
ໃນປີ 1977. ທ່ານຈະເປັນນາຍທະຫານນະວິກະໂຍທິນ ຄົນທີ່ສອງເທົ່ານັ້ນ ທີ່ໄດ້ເຂົ້າຮັບ
ຕຳແໜ່ງ ປະທານເສນາທິການຮ່ວມຂອງກອງທັບ ສະຫະລັດ ຫລັງຈາກການ ນາຍພົນ
Peter Pace ທີ່ໄດ້ອອກກິນເບ້ຍບຳນານໄປແລ້ວ ຊຶ່ງທ່ານໄດ້ກຳຕຳແໜ່ງນີ້ ຈາກປີ 2005 ຫາ 2007.
ນອກນັ້ນ ທ່ານ Obama ຍັງຈະສະເໜີແຕ່ງຕັ້ງ ນາຍພົນກອງທັບອາກາດ Paul Silva ໃຫ້ເປັນຮອງ ປະທານເສນາທິການຮ່ວມ ໃນວັນອັງຄານມື້ນີ້ເຊັ່ນກັນ. ທ່ານ Silva ນັກບິນທີ່ຊ່ຽວຊານ ປັດຈຸບັນນີ້ ເປັນຫົວໜ້າ ກອງບັນຊາການຂົນສົ່ງ ສະຫະລັດ ທີ່ຖານທັບ
ອາກາດ Scott ໃນລັດ Illinois ທາງພາກກາງ ຂອງສະຫະລັດ.