ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ພົບປະກັບ ປະທານາທິບໍດີ ປາແລສຕາຍ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama ພົບ​ປະ
ໃນ​ວັນ​ຈັນ​ມື້​ນີ້ກັບ ປະທານາທິບໍດີປາ​ແລ​ສຕາຍ ທ່ານ
Mahmoud Abbas ທີ່​ທຳນຽບຂາວ ​ເພື່ອ​ສົນທະນາ​ກ່ຽວ​
ກັບຂັ້ນ​ຕອນການ​ສ້າງ ສັນຕິພາບ​ໃນ​ພາກຕາ​ເວັນ​ອອກ​ກາງ
ທີ່​ຍັງ​ຄ້າງ​ຄາຢູ່​ນັ້ນ.

ການພົບ​ປະກັນ​ນີ້​ມີ​ຂື້ນ ​ກ່ອນກຳນົດເສັ້ນ​ຕາຍ ​ໃນວັນ​ທີ 29
​ເດືອນເມສາ ​ເພື່ອ​ໃຫ້​ມີ​ການ​ບັນລຸ ​ຂໍ້​ຕົກລົງສັນຕິພາບ ທີ່​ຈະ
​ໃຊ້​ເປັນ​ໂຄງ​ຮ່າ​ງ ສຳຫລັບ​ການ​ເຈລະຈາ​ສັນຕິພາບ ອິສຣາ
ແອ​ລ-ປາ​ແລ​ສ​ຕາຍ ນັ້ນ.

ທ່ານ​ Obama ​ໄດ້​ພົບ​ປະ​ກັບ ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ Netanyahu ມາ​ແລ້ວ ​ເມື່ອສອງ​ອາທິດ​ກ່ອນນີ້.

ຫລັງ​ຈາກ​ການເຈລະຈາສັນຕິພາບ ທີ່ສະຫະລັດ​ເປັນ​ຜູ້​ໄກ່​ເກ່ຍ​ ​ມາ​ເປັນ​ເວລາ​ດົນກວ່າ​ເຈັດ​ເດືອນ ປາກົດ​ວ່າ​ມີການມອງ​ເບິ່ງ​ສະພາບ​ການໄປໃນ​ທາງລົບ ​ແລະ ມີຄວາມຂັດ​
ແຍ້​ງກັນ ຫລາຍ​ຂຶ້ນ​ເລື້ອຍໆ.

ປາກົດວ່າ ທັງ​ສອງ​ຝ່າຍ​ ​ບໍ່​ໄດ້ທຳຄວາມ​ກ້າວໜ້າຫຍັງ​ຫລາຍ​ເລີຍ ​ເພື່ອ​ເຮັດໃຫ້​ຊ່ອງ​
ຫວ່າງ​ຂອງ​ເຂົາ​ເຈົ້າ ​ແຄບ​ເຂົ້າ ກ່ຽວ​ກັບ​ບັນ​ຫາສຳຄັນຕ່າງໆ ​ໃນ​ກາ​ນຜິດຖຽງກັນ ທີ່​ມີ​
ມາໄດ້ກວ່າຫົກທົດສະ​ວັດ​ແລ້ວ​ນັ້ນ. ຄວາມ​ແຕກ​ຕ່າງ​ລະຫວ່າງ​ທັງ​ສອງ​ຝ່າຍ​ແມ່ນຮວມ
ທັງສະຖານະພາບຂອງ​ Jerusalem ຊະຕາ​ກຳຂອງ​ອົບ​ພະ​ຍົບປາ​ແລ​ສຕາຍ ບັນຫາ​ຊາຍ​ແດນ ​ແລະ ຄວາມ​ປອດ​ໄພ.

ສະຫະລັດ ຫວັງ​ວ່າ ການ​ຕົກລົງກັນ​ໄດ້​ກ່ຽວ​ກັບ​ໂຄງ​ຮ່າງການ​ເຈລະຈາ ຈະ​ປ້ອງ​ກັນ​ບໍ່​ໃຫ້ຂັ້ນ​ຕອນ​ການ​ສ້າງສັນຕິພາບ ພັງ​ລົງ ​ແລະ​ອຳນວຍ​ໃຫ້​ການ​ເຈລະ​ຈາກັນ ກ່ຽວ​ກັບ​ຂໍ້​ຕົກລົງ​ຂັ້ນ​ສຸດ​ທ້າຍ ​ດຳເນີນຕໍ່​ໄປ​ຈົນ​ຮອດທ້າຍປີນີ້.

Palestinian Leader Visits White House
please wait

No media source currently available

0:00 0:02:57 0:00
XS
SM
MD
LG