ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຈະພົບປະ ລັດຖະມົນຕີ ຕ່າງປະເທດ ຊາອຸດີ ອາຣາເບຍ ເລື້ອງນິວເຄລຍ ຂອງອີຣ່ານ


ປະທານາທິບໍດີ Barack Obama ກຳລັງຕອບຄຳຖານ ກ່ຽວກັບ ຂໍ້ຕົກລົງນິວເຄລຍກັບອີຣ່ານ.
ປະທານາທິບໍດີ Barack Obama ກຳລັງຕອບຄຳຖານ ກ່ຽວກັບ ຂໍ້ຕົກລົງນິວເຄລຍກັບອີຣ່ານ.

ລັດຖະບານ​ທ່ານໂອ​ບາ​ມາ ຍັງສືບຕໍ່ດຳ​ເນີນ​ຄວາມ​ພະຍາຍາມ
ເພື່ອສະແຫວງ ຫາການສະໜັບສະໜູນ ຕໍ່ຂໍ້​ຕົກລົງ​ນິວ​ເຄລຍ
ກັບອີຣ່ານ ​ຈາກບັນດາ​ພັນທະ​ມິດທີ່ຍັງ​ລັງ​ເລໃຈ ​ໃນ​ຂະນະ​ທີ່​
ບັນດາ​ນັກ​ການ​ທູດ ​ກຳລັງທຳການເຄື່ອນໄຫວເພື່ອ ​ ​ກະກຽມ​
ໃຫ້ສັດຕະຍາບັນຕໍ່ຂໍ້​ຕົກລົງດັ່ງກ່າວ ​ຢູ່​ໃນສະພາ​ຄວາມ​ໝັ້ນ
ຄົງ ສະຫະ​ປະຊາ​ຊາດ.

ປະທານ​າທິບໍດີ Barack Obama ຈະ​ພົບ​ປະໃນ​ວັນ​ສຸກ​ມື້​ນີ້
ທີ່ ທຳນຽບຂາ​ວ ກັບ ລັຖະມົນ​ຕີຕ່າງປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ
ທ່ານ Adel al-Jubeir ​ທີ່​ລັດຖະບານຂອງທ່ານ​ ໄດ້​ສະ​ແດງ
​ຄວາມວິຕົກ ກ່ຽວ​ກັບ​ຂໍ້ຕົກລົງ ​ກັບອີຣ່ານ ຊຶ່ງເປັນຄູ່ແຂ່ງຢູ່ໃນ
ຂົງເຂດຂອງຊາອຸດີນັ້ນ.

ລັດຖະມົນຕີ ຕ່າງປ​ະ​ເທດ ສະຫະລັດ ທ່ານ John Kerry ​ໄດ້ພົບ​ປະ​ໃນ​ວັນ​ພະຫັດ​ວານ​ນີ້
ກັບ​ທ່ານ Jubeir ທີ່​ບໍ່​ໄດ້​ໃຫ້ການສະໜັບສະໜູນ ຫລື​ປະຕິ​ເສດ​ຢ່າງເປັນການເປີດເຜີຍ ຕໍ່​ຂໍ້ຕົກລົງນິວ​ເຄລຍກັບອີຣ່ານເທື່ອ.

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຂວາ) ແລະ ລັດຖະມົນຕີ ຕ່າງປະເທດ ຊາອຸດີ ອາຣາເຍບ ທ່ານ Adel bin Ahmed Al-Jubeir (ຊ້າຍ)
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຂວາ) ແລະ ລັດຖະມົນຕີ ຕ່າງປະເທດ ຊາອຸດີ ອາຣາເຍບ ທ່ານ Adel bin Ahmed Al-Jubeir (ຊ້າຍ)

ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງຊາ​ອຸ​ດີ ໄດ້​ສະ​ທ້ອນໃຫ້ເຫັນ ເຖິງຄວາ​ມ​ເປັນ​ຫ່ວງ ຂອງລັດ
ຖະບານ​ຂອງ​ທ່ານ ທີ່ອີຣ່ານຈະ​ໃຊ້​ເງິນທີ່ຕົນໄດ້ຮັບ​ຈາກ​ການ​ຜ່ອນຜັນການລົງ​ໂທດ​
​ເພື່ອ​ສືບຕໍ່ໃຫ້​ທຶນສະໜັບສະໜູນ​ແກ່ກຸ່ມຫົວຮຸນແຮງ​ຢູ່​ໃນປ​ະ​ເທດ​ຕ່າງໆ​ເຊັ່ນ​ ຊີ​ເຣຍ
​ເຢ​ເມນ ​ແລະ​ເລ​ບາ​ນອນ.

ທ່ານ Jubier ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ອີຣ່ານ ຈະ​ໃຊ້​ຂໍ້​ຕົກລົງ​ດັ່ງກ່າວ ​ເພື່ອ​ປັບປຸງ
ສະພາບການດ້ານ ​ເສດຖະກິດ ​ໃນ​ອີຣ່ານ ​ແລະ​ປັບປຸງ​ຊີວິດການ ເປັນຢູ່​ຂອງ​ຊາວ​ອີຣ່ານຈຳນວນຫຼວງຫຼາຍແລະ​ບໍ່​ນຳ​ໄປ​ໃຊ້​ໃນ​ການ​ພະ​ຈົນ​ ໄພຢູ່​ໃນ​ຂົງ​ເຂດ. ຖ້າ​ຫາກ​ວ່າ
ອີຣ່ານ ​ພະຍາຍາມ​ສ້າງ​ຄວາມປັ່ນປ່ວນວຸ້ນວາຍ​ຢູ່ໃນ​ຂົງ​ເຂດ ພວກ​ເຮົາແມ່ນເດັດດ່ຽວ
ມີຄວາມໝາຍໝັ້ນທີ່​ຈະ​ປະ​ເຊີນ​ໜ້າ​ກັບການກະທຳດັ່ງກ່າວ”

ທ່ານ Kerry ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການສືບຕໍ່ການ​ຮ່ວມມື​ລະຫວ່າງ ສະຫະ
ລັດກັບຊາ​ອຸ​ອີ ​ແລະ​ໄດ້​ໃຫ້​ຄຳໝັ້ນ​ສັນຍາ​ວ່າ ວໍ​ຊິງ​ຕັນ ຈະ​ໃຫ້ການ​ຊ່ວຍ​ເຫລືອ “ໃນການ
ຕີ​ຕ້ານ​ຄືນຂະ​ບວນການຫົວຮຸນ​ແຮງ​ຈັດໃດໆກໍຕາມ ຮວມທັງ​ກິດຈະການ​ຂອງອີຣ່ານຢູ່​
ໃນ​ຂົງ​ເຂດ.

ຂໍ້​ຕົກລົງ​ນິວ​ເຄລຍ ຄັ້ງ​ປະຫວັດສາດ ​ໄດ້​ບັນລຸ​ກັນໃນ​ອາທິດ​ແລ້​ວນີ້ ລະຫວ່າງ ອີຣ່ານ ​
ແລະຫົ​ກປະ​ເທດ​ມະຫາ​ອຳນາດ​ໂລກ ຄາດ​ວ່າ ຈະມີການຮັບຮອງເອົາ ໃນ​ຕອນ​ເຊົ້າ​ວັນ​
ຈັນຈະ​ມາ​ເຖິງ​ນີ້​ ໂດ​ຍສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ທີ່ນະຄອນ Vienna
ອ້າງ​ອີງ​ຕາມ​ບັນດາ​ນັກ​ການ​ທູດ.

ມະຕິດັ່ງກ່າວນີ້​ຈະ​ເລີ້ມ​ດຳ​ເນີນຂັ້ນຕອນເພື່ອຍົກ​ເລີກ​ການ​ລົງ​ໂທດ​ຂອງນາໆຊາດ ທີ່​ມີ​
ຕໍ່​ອີຣ່ານ ທີ່ເຕຫະຣ່ານໄດ້ຍິນຍອມຍົກເລີກ​ໂຄງ​ການ​ນິວ​ເຄລຍຂອງຕົນ​ເພື່ອ​ເປັນ​ການ
ແລກປ່ຽນນັ້ນ.

Iran Nuclear
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG