ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ມຽນມາວ່າ ທ່ານ Obama ຈະໄປຢ້ຽມຢາມ ປະເທດຕົນ


ປະທານາທິບໍດີ Barack Obama ແຫ່ງສະຫະລັດ
ປະທານາທິບໍດີ Barack Obama ແຫ່ງສະຫະລັດ
ທາງການມຽນມາກ່າວວ່າ ປະທານາທິບໍດີ Barack Obama
ວາງແຜນຈະໄປຢ້ຽມຢາມມຽນມາໃນທ້າຍເດືອນນີ້ ຊຶ່ງຈະ
ເປັນປະມຸກສະຫະລັດຄົນທໍາອິດ ທີ່ຈະເດີນທາງໄປຢ້ຽມຢາມ
ປະເທດດັ່ງກ່າວ ຊຶ່ງຄັ້ງນຶ່ງເຄີຍຢູ່ຢ່າງໂດດດ່ຽວ ໃນເຂດເອເຊຍ
ອາຄະເນນັ້ນ.

ເຈົ້າໜ້າທີ່ມຽນມາທີ່ບໍ່ປະສົງຈະອອກນາມ ໄດ້ບອກກັບພວກນັກ
ຂ່າວວ່າ ປະທາ ນາທິບໍດີ Obama ຈະເດີນທາງໄປມຽນມາ ໃນ
ວັນທີ 18 ຫຼືບໍ່ກໍ 19 ເດືອນພະຈິກນີ້.

ລັດຖະບານສະຫະລັດຍັງບໍ່ທັນໄດ້ຢືນຢັນຂ່າວການຢ້ຽມຢາມນີ້
ເທື່ອ ແຕ່ທ່ານ Obama ໄດ້ວາງແຜນໄວ້ກ່ອນ ແຕ່ກໍຍັງບໍ່ແນ່
ນອນເທື່ອ ວ່າຈະໄປຮ່ວມກອງປະຊຸມລະດັບຂົງເຂດໃນອາທິດ
ນັ້ນ ຢູ່ກໍາປູເຈຍ ໃກ້ໆກັນນັ້ນ.

ລັດຖະບານຂອງທ່ານ Obama ແມ່ນໄດ້ພັດທະນາຄວາມສໍາພັນທີ່ອົບອຸ່ນຂຶ້ນຢ່າງໄວກັບ
ມຽນມາ ຫຼັງຈາກທີ່ລັດຖະບານພົນລະເຮືອນໄດ້ຂຶ້ນຄອງອໍານາດໃນປີກາຍນີ້ ທີ່ເຮັດໃຫ້
ການປົກຄອງແບບຜະເດັດການໂດຍພວກທະຫານ ມາເປັນເວລາ 5 ທົດສະວັດ ສິ້ນສຸດລົງ.

ປະທານາທິບໍດີມຽນມາ ທ່ານ Thein Sein ອະດີດທະຫານເກົ່າ ໄດ້ປ່ອຍພວກນັກໂທດ
ທາງການເມືອງຈໍານວນນຶ່ງ ໂຍະຍານຂໍ້ບັງຄັບທາງດ້ານຂ່າວສານຕ່າງໆ ແລະອະນຸຍາດ
ໃຫ້ມີການປະກອບສ່ວນທາງການເມືອງຫຼາຍຂຶ້ນ ຂອງບັນດາພັກຝ່າຍຄ້ານ.

ໃນການຕອບຮັບການປະຕິຮູບດັ່ງກ່າວນີ້ ທາງວໍຊິງຕັນ ໄດ້ຍົກເລີກການລົງໂທດສ່ວນໃຫຍ່
ທີ່ໄດ້ສ້າງຄວາມເສຍມາຍທາງເສດຖະກິດຢ່າງໃຫຍ່ ຕໍ່ມຽນມານັ້ນ ທັງໄດ້ແຕ່ງຕັ້ງເອກອັກ
ຄະລັດຖະທູດໄປປະຈໍາມຽນມາ ແລະມີການປະຊຸມກັນລະດັບສູງ ຫຼາຍໆຄັ້ງ.
XS
SM
MD
LG