ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອ​ບາ​ມາ ຈະ​ຊີ້​ແຈງ “​ແຜນການ” ​ຍຸດທະສາດ ຕ​ໍ່ຕ້ານ ພວກຫົວ​ຕໍ່ສູ້ ລັດ​ອິສລາມ (​ສະ​ໄລ​ດ໌/ວີດີໂອ)


Obama to Outline Campaign against Islamic State Militants
please wait

No media source currently available

0:00 0:02:08 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​
ຈະ​ສັງ​ເ​ຂບ “​ແຜນການ” ​ເພື່ອ​ຈະ​ຮັບ​ມື​ກັບ​ການ​ຂົ່ມຂູ່​ ຂອງ​ພວກ​
ຫົວ​ຕໍ່ສູ້​ລັດ​ອິສລາມ ​ໃນ​ອາທິດ​ນີ້.

ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ ​ລາຍການ​ພົບນັກຂ່າວ ຫຼື Meet the
Press ຂອງໂທລະພາບ NBC ​ໃນ​ການ​ສຳ​ພາດ​ ທີ່​ອອກ​ອາກາດ
​ໃນ​ວັນ​ອາທິດ​ວາ​ນນີ້ ວ່າ ທ່ານ​ຈະ​ເຂົ້າພົບ​ກັບ​ບັນ​ດາຜູ້ນຳ​ສະມາ
ຊິກ​ສະພາ ​ໃນ​ວັນ​ອັງຄານ​ມື້​ອື່ນ ​ເພື່ອ​ປຶກສາ​ຫາ​ລື ​ເລື້ອງ​ດັ່ງກ່າວ.
ຕໍ່​ໄປທ່ານມີ​ແຜນວ່າຈະ​ກ່າວ​ຄຳ​ປາ​ໄສ ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້
ກ່ອນ​ວັນ​ຄົບຮອບ 13 ປີ ຂອງການ​ໂຈມ​ຕີຂອງ​ພວກ​ກໍ່​ການ​ຮ້າຍ ຫຼື 9/11 ນັ້ນ.

ທ່ານ ​ໂອ​ບາ​ມາ ​ໄດ້​ເນັ້ນວ່າ ສະຫະລັດ ບໍ່​ໄດ້​ມີ​ແຜນການ ທີ່​ຈະ​ສົ່ງ​ທະຫານ​ບົກ​ເຂົ້າ​ໄປ​ໃນ
​ອິຣັກ​ແຕ່​ຢ່າງ​ໃດ.

ຜູ້​ແທນ ສະຫະລັດ ບາງ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ​ ຂະຫຍາຍ​ການ​ໂຈມ​ຕີ​
ທາງ​ອາກາດ​ອອກ​ໄປ​ ລວມທັງ​ເປົ້າ​ໝາຍ​ຢູ່​ຊິ​ເຣຍນຳ.

XS
SM
MD
LG