ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ວາງພື້ນຖານ ການປະຕິບັດງານ ສຳລັບ ປີສຸດທ້າຍ ທີ່ທຳນຽບຂາວ


Obama Sets Out Agenda for Final Year in Office
please wait

No media source currently available

0:00 0:02:43 0:00

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ.

ປະທານາທິບໍດີ Barack Obama ​ໄດ້​ວາງ​ພື້ນຖານ​ການປະຕິ
ບັດ​ງານ ​ໃນ​ວັນ​ສຸກ​ວານ​ນີ້ ​ສຳລັບປີ​ສຸດ​ທ້າຍ​ຂອງ​ທ່ານ​ຢູ່​ໃນ​ທຳ
ນຽບຂາວ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ທ່ານຈະ​ບໍ່​ຫາຍ​ໜ້າ​ຫາຍ
​ຕາ​ໄປ​ໃສ ​ແຕ່​ແທນ​ທີ່ຈະ “ປະທຸກ​ຢ່າງ​ໄວ້ ​ໃນ​ສະໜາມ” ​ໃນ​ປີ
2016.

​ໃນ​ລະຫວ່າງກອງ​ປະ​ຊຸມຖະ​ແຫຼງຂ່າວ​ທ້າຍ​ປີ ກ່ຽວ​ກັບ​ເລື້ອງ
ຕ່າງໆ​ໃນ​ຂອບ​ເຂດ ທີ່​ກວ້າງຂວາງ​ນັ້ນ ທ່ານ Obama ​ກ່າວ
ອ້າງ​ເຖິງ​ໄຊຊະນະອັນ​ຍິ່ງ​ໃຫຍ່ ສຳລັບ​ລັດ​ຖະບານ​ຂອງ​ທ່ານ
​ໂດຍເວົ້າເຖິງ​ການ​ເຕີບ​ໂຕຂອງ​ວຽກງານ ການ​ທູດ​ກັບອີຣ່ານ
​ແລະ​ຄິວບາ ການ​ຮັບຮອງ​ເອົາຂໍ້​ຕົກລົງ​ດິນ​ຟ້າ​ອາກາດ​ທີ່​ສຳຄັນ​
ແລະຂໍ້​ຕົກ ລົງການ​ຄ້າ​ໃນ​ເຂດເອ​ເຊ​ຍປາຊິ​ຟິກ ພ້ອມ​ທັງ​ການຕັດສິນ​ຂອງ​ສານ​ສູງ​ສຸດໃຫ້
ພວກ​ຮັກຮ່ວມ​ເພດ​ມີ​ສິດ​ແຕ່ງງານ ​ແລະສະພາ​ຂຽນ​ກົດໝາຍ​ໃໝ່ກ່ຽວ​ກັບ​ການບໍ່ປະປ່ອຍ​
ເດັກນ້ອຍ​ຄົນ​ໃດ​ຄົນ​ໜຶ່ງ​ໄວ້​ທາງ​ຫລັງ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈັດກອງປະຊຸມນັກຂ່າວ ປະຈຳທ້າຍປີ ຢູ່ທໍານຽບຂາວ ທີ 18 ທັນວາ 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈັດກອງປະຊຸມນັກຂ່າວ ປະຈຳທ້າຍປີ ຢູ່ທໍານຽບຂາວ ທີ 18 ທັນວາ 2015.


ທ່ານ​ຍັງ​ໄດ້ໃຫ້​ຂໍ້​ສັງ​ເກດ​ວ່າ ​ເກືອບ 6 ລ້ານ​ຄົນ​ມີຄວາມ​ສາມາດ ລົງທະບຽນ​ຄູ້​ມຄອງ
ພາຍໃຕ້ ກົດໝາຍ​ສຸຂະພາບ​ຂອງ​ທ່ານ​ ​ໃນ​ປີ​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ດີ ປະທານາທິບໍດີ ຍັງ​ໄດ້​ກ່າວ​ວ່າ ການ​ທ້າ​ທາຍ​ຍັງ​ຄ້າ​ງຄາ​ຢູ່​ ຈຳນວນໜຶ່ງ
ສິ່ງ​ສຳ​ຄັນ​ສຸດ​ທີ່​ກຳລັງ​ເຕີບ​ໂຕ​ກໍ​ຄື ການ​ຂົ່ມຂູ່​ຂອງກຸ່ມ​ລັດ​ອິສລາມ ​ແລະ​ອາດ​ເປັນໄປ​ໄດ້​
ຂອງ ​ການ​ໂຈມ​ຕີ​ຈາກ​ຜູ້​ກໍ່​ຮ້າຍ​ທີ່​ໂດດດ່ຽວ ຢູ່​ໃນ​ປະ​ເທດ ຄື​ດັ່ງ​ການ​ຍິງ​ສັງຫານ​ໝູ່​ຫວ່າງ
​ມໍ່ໆ​ມາ​ນີ້​ໃນ​ເມືອງ San Bernardino ລັດ California.

Obama Lays Groundwork for Final Year in Office
please wait

No media source currently available

0:00 0:02:24 0:00

ນອກ​ນັ້ນ ທ່ານ​ຍັງ​ໄດ້ໃຫ້​ຂໍ້​ສັງ​ເກດ​ວ່າ ​ເກືອບ 6 ລ້ານ​ຄົນ​ສາມາດລົງທະບຽນ​ພາຍ​ໃຕ້ກົດ
ໝາຍຮັກສາ​ສຸຂະພາບ​ຂອງ​ທ່ານ​ ​ໃນ​ປີ​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ດີ ປະທານາທິບໍດີ ຍັງ​ໄດ້​ກ່າວ​ວ່າ ການ​ທ້າ​ທາຍ​ຫລາຍ​ຢ່າງ​ແມ່ນ​ຍັງ​ຢູ່​ ສິ່ງ​
ສຳ​ຄັນ​ສຸດ​ ທີ່​ກຳລັງ​ເພີ້ມການ​ຂົ່ມຂູ່​ ກໍ​ແມ່ນ ກຸ່ມ​ລັດ​ອິສລາມ ​ແລະຄວາມເປັນໄປ​ໄດ້ໃນ​
ການ​ໂຈມ​ຕີ​ຈາກ​ຜູ້​ກໍ່​ຮ້າຍ​ທີ່​ໂດດດ່ຽວ ຢູ່​ໃນ​ປະ​ເທດ ຄື​ດັ່ງ​ການ​ຍິງ​ສັງຫານ​ໝູ່​ຫວ່າງ​ມໍ່ໆ
​ມາ​ນີ້ ​ໃນ​ເມືອງ San Bernardino ລັດ California.

ຮູບພາບບັນດາຜູ້ເຄາະຮ້າຍຖືກຍິງ ທີ່ເມືອງ San Bernardino ລັດ California ວັນທີ 7 ທັນວາ 2015.
ຮູບພາບບັນດາຜູ້ເຄາະຮ້າຍຖືກຍິງ ທີ່ເມືອງ San Bernardino ລັດ California ວັນທີ 7 ທັນວາ 2015.

ທ່ານ​ກ່າວ​ເພີ້​ມວ່າ “ບັດ​ນີ້ພວກ​ເຂົາຍັງ​ສືບ​ຕໍ່​ເປັນ​ອັນ​ຕະລາຍ ພວກ​ເຮົາທັງ​ໝົດ​ສາມາດ​
ປະຕິບັດ​ໃນ​ພາກສ່ວນ​ຂອງ​ເຮົາ​ໂດຍ​ການ​ລະມັດ​ລະວັງ​ໂດ​ຍກ່າວວ່າ ບາງ​ຢ່າງຖ້າ​ຫາກ​
ພວກ​ເຮົາ​ເຫັນ​ບາງ​ສິ່ງບາງ​ຢ່າງ​ທີ່ໜ້າ​ສົງໄສ ​ໂດຍ​ການ​ປະຕິ​ເສດ​ບໍ່ໃຫ້​ເປັນ​ທີ່​ຕື່ນ​ຕົກ​ໃຈ
​ແລະ​ໂດຍ​ການເຕົ້າ​ໂຮມ​ສາມັກກັນຖານະ​ທີ່​ເປັນ​ຄອບ ຄົວອາ​ເມຣິກັນ​ອັນດຽວ​ກັນ.

​ແຕ່​ວ່າ ນັກວິ​ເຄາະ ທ່ານ Anthony Cordesman ທີ່​ສູນ​ກາງ​ຍຸດ​ທະ​ສາດ ແລະ​ກາ​ນ
ສຶກສາ​ນາໆ​ຊາດ ບໍ່ໄດ້​ມອງເຫັນສະພາບການ​ທີ່​ດີ​ຂື້ນ​ໃນ​ປີ 2016 ​ແຕ່ຢ່າງ​ໃດ​ເລີຍ.

XS
SM
MD
LG