ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ທ່ານໂອບາມາ ປະເຊີນໜ້າກັບ ພວກຜູ້ນຳລາຕິນອາເມຣິກາ ທີ່ເປັນອິດສະຫຼະ ຫຼາຍຂຶ້ນ (ເບິ່ງວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາປະເທດ ໃນທະວີບອາເມຣິກາ ທີ່ Cartagena ປະເທດ Colombia (11 ເມສາ 2012)

ບັນດາ​ຜູ້​ນໍາ​ຈາກ 32 ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ກ່າວ​ຢືນຢັນ​ເຖິງ​ການ ​ເປັນ​ອິດສະ
ຫຼະຫຼາຍຂຶ້ນທາງ​ດ້ານ​ເສດຖະກິດ​ຂອງ​ພວກເຂົາ​ເຈົ້າ​ຊຶ່ງ​ແຕ່​ກ່ອນ​ໄດ້​ຖືກຄອບງຳຈາກ
ສະຫະລັດກ່ອນ​ໜ້າ​ກອງ​ປະ​ຊຸ​ມສຸດ​ຍອດຂອງ​ບັນດາປະ​ເທດໃນ​ອາ​ເມຣິກາທີ່​ເມືອງ
Cartagena ປະ​ເທດ Colom- bia.

ໃນ​ຂະນະ​ທີ່ຊື່​ສຽງ​ຂອງປະທາ​ນາ​ທິບໍດີບາຣັກ ໂອ​ບາ​ມາ ຍັ​ງຄົງເປັນ​ທີ່​ນິຍົມ​ຢູ່​ໃນ​ທົ່ວ
ຂົງ​ເຂດ ທ່ານ​ກໍາລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ບໍ່​ພໍ​ໃຈ​ຫຼາຍຂຶ້ນ ຈາກ​ບັນດາ​ຄູ່​ຕຳ​ແໜ່​ງ​
ຂອງ​ທ່ານ ກ່ຽວ​ກັບ​ບັນຫາ​ຈຳນວນ​ນຶ່ງ ຮວມ​ທັງ​ການຕໍ່​ຕ້ານການ​ຄ້າ​ຢາ​ເສ​ບຕິດ​ທີ່​
ຜິດ​ກົດໝາຍມາ​ເປັນ​ເວລາ​ຫຼາຍທົດ​ສະ ວັດຂອງວໍ​ຊິງ​ຕັນ ​ແລະການ​ສືບ​ຕໍ່​ບໍ່​ມີໜ້າ​
ຂອງຄີວບາໃນ​ກອງ​ປະ​ຊຸມສຸດ​ຍອດຂອງ​ບັນດາ​ປະ​ເທດ​ໃນ​ອາ​ເມຣິກາ.

ມີ​ພວກ​ຜູ້​ນຳຫຼາຍຂຶ້ນ ຮວມ​ທັງ​ເຈົ້າພາບ​ກອງ​ປະ​ຊຸມສຸດ​ຍອດປະທານາ ທິບໍດີໂຄ
ລົມ​ເບຍ ທ່ານ Juan Manuel Santos ​ໄດ້​ຮ້ອງ​ໃຫ້ມີ​ການ​ລົບ​ລ້າງການ​ລົງ​ໂທດ​
ກ່ຽວ​ກັບ​ຢາ​ເສບ​ຕິດ ​ເພື່ອ​ຫຼຸດຄວາມຕ້ອງການ​ໃນ ດ້ານ​ນີ້ລົງທີ່​ພາ​ໃຫ້​ເກີດ​ຄວາມ​ຮຸນ​
ແຮງຂອງບັນດາກຸ່ມຄ້າ​ຢາ​ເສບ​ຕິດນັ້ນ ທ່ານ Dan Restrepo ທີ່​ປຶກສາດ້ານ​
ຄວາມ​ປອດໄພ​ແຫ່ງ​ຊາດ​ ຂອງ​ປະທາ​ນາ​ທິບໍດີ​ໂອ​ບາ​ມາ ​ຝ່າ​ຍລາ​ຕິນອາ​ເມ​ລິ​ກາ
ກ່າວ​ວ່າ ປະທານາທິ ບໍດີບໍ່ໃຫ້ການ​ສະໜັບສະໜຸນ​ການ​ຍົກ​ເລີກ​ຄວາມ​ຜິດ​ໃນ​ການ​
ຄ້າ​ຢາ​ເສບ ຕິດ ​ແຕ່​ວ່າ​ຍິນ​ດີ​ທີ່​ຈະໂຕ້​ວາ​ທີ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ.

ພ້ອມ​ນີ້ຍັງ​ມີ​ການ​ຮຽກຮ້ອງ​ຫຼາຍຂຶ້ນ​ໃຫ້​ສະຫະລັດ​ຍຸຕິ​ການ​ຂວໍ້າ​ບາດ​ຕໍ່ ຄິວ​ບາ​
ທີ່​ດຳ​ເນີນ​ມາ​ເປັນ​ເວລາ 5 ທົດ​ສະ​ວັດ​ແລະ​ອະ​ນຸຍາດ​ໃຫ້​ຄິວ​ບາ ​ກັບ​ຄືນ​ເຂົ້າມາ​ຮ່ວມ​
ອົງການ​ຂອງ​ບັນ​ດາ​ປະ​ເທດ​ໃນ​ທະວີບອາເມຣິກາ.

ອິດ​ທິພົນຂອງວໍ​ຊິງ​ຕັນ ຕໍ່ລາ​ຕິ​ນອາ​ເມ​ຣິ​ກາ​ ​ໄດ້ຄ່ອຍໆ​ສະຫລາຍ​ໄປ ​ນັບຕັ້ງ​ແຕ່​ກອງ
ປະ​ຊຸມສຸດ​ຍອດ​ປີ 2009 ​ເປັນຕົ້ນມາ​ໃນ​ຂະນະ​ຂົງ​ເຂດ​ດັ່ງກ່າວໄດ້​ເພີ້​ມສາຍສຳພັນ​
ທາງ​ດ້ານ​ເສດຖະກິດ​ແລະ​ການ​ທູດ​ກັບ​ບັນ ດາ​ປະ​ເທດ​ເສດຖະກິດ​ພຸ່ງ​ພົ້ນ​ໃໝ່ ​ເຊ່​ນ
ວ່າ​ຈີນ ​ແລະ​ອີນ​ເດຍ

XS
SM
MD
LG