ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວສະດຸດີ ທີ່ສະເທືອນຄວາມຮູ້ສຶກ ແກ່ລູກຊາຍ ຮອງປະທານາທິບໍດີ ບາຍເດັນ

ປະທານາທິບໍດີສະຫະລັດ ທ່ານ Barack Obama (ຫັນຫຼັງໃຫ້ກ້ອງ) ກອດທ່ານ Joe Biden ໃນລະຫວ່າງ ພິທີສາປະນາກິດສົບ ລູກຊາຍຂອງທ່ານ ອະດີດ ໄອຍະການໃຫຍ່ ລັດ Delaware ແລະ ໃນຂະນະທີ່ ພັນລະຍາໝ້າຍ ຂອງທ່ານໂບ (ຊ້າຍ) ຍ່າງຜ່ານ ຫີບສົບສາມີ ທີ່ໂບດຄາທໍລິກ St. Anthony of Padua ໃນ​ນະຄອນ Wilmington ລັດ Delaware.

ປະທານາທິບໍດີ ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ກ່າວ
ສະດຸ​ດີ​ທີ່​ສະ​ເທືອ​ນຄວາມ​ຮູ້ສຶກ ຢູ່ໃນ​ພິທີຊາ​ປະ​ນາ​ກິດ​ສົບ
ທ່ານ Beau Biden ລູກ​ຊາຍ​ກົກຂອງຮອງ​ປະທານາທິບໍດີ
ສະຫະລັດ​ ທ່ານ Joe Biden ​ໂດຍ​ເອີ້ນທ່ານ​ໂບ ບາຍ​ເດັນ
ວ່າ “​ເປັນ​ຊາຍ​ຜູ້​ທີ່​ມີ​ຄວາມຮັກຫອມ​ຢ່າງ​ເລິກ​ເຊິ່ງ ​ແລະ
​ໄດ້​ຮັບຄວາມ​ຮັກຫອມ​ນັ້ນກັບ​ຄືນ.”

ທ່ານ​ໂອ​ບາ​ມາ ​ແມ່ນ​ລວມຢູ່​ໃນ​ບັນດາ​ແຂກ​ ທີ່ໄປຮ່ວມໃຫ້​ກຽດ
ແກ່​ທ່ານ​ໂບ ບາຍ​ເດັນ ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ໂບດຄາທໍລິກ
St. Anthony of Padua ໃນ​ນະຄອນ Wilmington
ລັດ Delaware.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ໂບ ​ໄດ້​ຮ່ຳຮຽນ​ຈາກ​ພໍ່​ຂອງ​ລາວກ່ຽວກັບ ວິທີ​ທີ່​ລຸກຂຶ້ນມາ​ຕໍ່ສູ້ ​ໃນ​ເວລາ “ຊີວິດລາວ​ຕົກອັບ” ​ແລະ ວ່າ ທ່ານ​ໂບ ​ເປັນ “ຄື​ກັນ​ກັບ​ພໍ່​ຂອງ​ລາວຫຼາຍ”
ຜູ້​ທີ່ “ບໍ່​ຍອມຮັບ​ເອົາ​ກຽດ​ພິ​ເສດ ​ທີ່​ອາດ​ເປັນ​ໄປ​ໄດ້ ​ແຕ່ໄດ້​ຮັບລາງວັນ​ອັນ​ດີກ​ວ່າ
ນັ້ນ ດ້ວຍ​ຕົວ​ຂອງ​ທ່ານ ເອງ.”

ຮອງປະທານາທິບໍດີ Joe Biden, ຄຽງຂ້າງດ້ວຍບັນດາຄອບຄົວ ພວມເບິ່ງ ຫີບສົບຂອງທ່ານໂບ ໄດ້ຖືກຫາມເຂົ້າໄປໃນພິທີຊາປະນາກິດສົບ ໂດຍກອງທະຫານກຽດຕິຍົດ ທີ່ໂບດຄາທໍລິກ St. Anthony of Padua ໃນ​ນະຄອນ Wilmington ລັດ Delaware, ວັນທີ 6 ມີຖຸນາ 2015.

ທ່ານ​ໂບ ບາຍ​ເດັນ​ ​ເປັນອະດີດ​ໄອ​ຍະການ​ໃຫຍ່​ຂອງ​ລັດ Delaware ​ໄດ້​ເສຍ​ຊີວິດ​ຍ້ອນ​ ໂຣກມະ​ເຮັງ​ໃນ​ສະໝອງ ​ເມື່ອ​ນຶ່ງ​ອາທິດ​ຜ່ານ​ມາ ທ່ານ​ມີ​ອາຍຸ​ລວມ​ໄດ້ 46 ປີ.

ປະມານ 1,000 ຄົນ ​ໄດ້ໄປຮ່ວມໄວ້ອາ​ໄລ​ ແກ່​ທ່ານ​ໂບ ທີ່​ລວມທັງ​ອະດີດ​ປະທານາທິບໍດີ​ ສະຫະລັດ ທ່ານ Bill Clinton ພ້ອມ​ດ້ວຍ​ພັນລະ​ຍາ ທ່ານ​ນາງ Hillary Clinton ອະດີດ
ລັດຖະມົນຕີ​ຕ່າງປະ​ເທດ ພ້ອມ​ກັນ​ກັບ ພົນ​ເອກ Ray Odierno ອະດີດ​ຜູ້​ບັນຊາ​ການ​ສູງ​
ສຸດ​ສະຫະລັດ​ໃນ​ອີຣັກ ບ່ອນ​ທີ່ ທ່ານ​ໂບ ບາຍ​ເດັນ ​ເຄີຍ​ໄດ້​ໄປ​ປະຕິ ບັດ​ການ​ເປັນ​
ເວລານຶ່ງ​ປີ.

ບັນ​ດາ​ສະມາຊິກລັດຖະ​ສະພາ​ຂັ້ນສູງ​ກໍມີໜ້າ​ຢູ່​ທີ່ນັ້ນດ້ວຍ.

ນາຍພົນ​ Odierno ​ເອີ້ນ​ທ່ານ​ໂບ ບາຍ​ເດັນ​ວ່າ ​ເປັນ “ຜູ້​ຮັກ​ຊາດ” ​ ໂດຍ​ກ່າວ​ວ່າ ທ່ານ​
ໄດ້​ຮັບ “ກຽດ​ອັນ​ສູງ​ສົ່ງ” ທີ່​ໄດ້ປະຕິບັດ​ງານ​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ທ່ານ​ໂບ ໃນ​ອີຣັກ ​ແລະ
​ໄດ້ມີໂອກາດ​ຮູ້ຈັກ​ກັບ​ທ່ານ​ໂບ.

ລູກເຕົ້າ​ສອງ​ຄົນທີ່​ຍັງ​ມີ​ຊີວິດ ​ຂອງຮອງປະທານາທິບໍດີ ບາຍ​ເດັນ ​ຄືທ້າວ Hunter Biden
​ແລະນາງ Ashley Biden ກໍ​ໄດ້​ກ່າວສະດຸ​ດີ​ໃຫ້​ແກ່​ມື້​ລາງຜູ້​ເປັນ​ອ້າຍເຊັ່ນດຽວກັນ.

Beau Biden Funeral
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG