ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ປ. ໂອບາມາ ຮຽກຮ້ອງ ໃຫ້ແບ່ງປັນຂໍ້ມູນ ກ່ຽວກັບ ໄພຂົ່ມຂູ່ ຕໍ່ຄວາມປອດໄພ ອິນເຕີແນັດ


ປະທານາທິບໍດີບາຣັກ ໂອບາມາ (ຊ້າຍ) ໂບກມືໃນເວລາ ເດີນ ທາງໄປເຖິງ ນະຄອນ San Francisco ລັດ California.

ປະທານາທິບໍດີສະຫະລັດ ທ່ານ Barack Obama ມີ​ແຜນ​ທີ່​
ຈະ​ເຊັນດຳ​ລັດ ສະບັບນຶ່ງໃນ​ວັນ​ສຸກ​ມື້​ນີ້ ທີ່​ແນໃສ່​ເພື່ອ​ຊັກ​ຊວນ
​ໃຫ້​ບັນດາ​ບໍລິສັດ​ແລະ​ອົງການ​ຈັດ​ຕັ້ງ​ຕ່າງໆແບ່ງ​ປັນ​ຂໍ້ມູນເພີ້ມ
ຂຶ້ນກ່ຽວ​ກັບການ​ຂົ່ມຂູ່ຕໍ່ລະບົບ​ຄວາມ​ປອດ​ໄພ​ທາງອິນ​ເຕີ​ແນັດ
ກັບ​ລັດຖະບານ ​ແລະ​ລະຫວ່າງກັນ​ແລະ​ກັນ.

ທ່ານ Barack Obama ຈະ​ເຊັນ​ດຳລັດດັ່ງກ່າວ​ຢູ່ກອງ​ປະຊຸມ
ທຳນຽບຂາວ ກ່ຽວ​ກັບຄວາມ​ປອດ​ໄພທາງ​ອິນ​ເຕີ​ແນັດ ​ແລະ​
ປ້ອງ​ກັນ​ຜູ້​ບໍລິ​ໂພ​ກທີ່​ມະຫາວິ ທະຍາ​ໄລ Stanford ໃນລັດ
California ທາງ​ພາກ​ຕາ​ເວັນ​ຕົກ​ຂອງສະຫະ ລັດ. ທ່ານໄດ້
ເດີນທາງໄປເຖິງລັດ California ​ໃນ​ວັນ​ພະຫັດ​ວານ​ນີ້.

ດຳລັດສະບັບນີ້ ຍັງ​ຈະ​ສັ່ງໃຫ້ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະ ຫະລັດຈະ
ດຳເນີນງານກ່ຽວກັບມາດຕະຖານຂອງ​ການ​ແບ່ງປັນ​ຂໍ້ມູນລະຫວ່າງກັນດ້ວຍຄວາມ
ສະມັກໃຈ.

ການ​ເຄື່ອນ​ໄຫວ​ນີ້ມີ​ຂື້ນ ຫລັງ​ຈາກ​ການ​ໂຈມ​ຕີເຈາະຂໍ້ມູນ ທີ່​ຮູ້​ກັນ​ດີ ​ຕໍ່ບໍລິສັດ ຮູບເງົາ
Sony ບໍລິສັດປະກັນ​ໄພ​ສຸຂະ​ພາບ Anthem ບໍລິສັດ Target ບໍລິສັດ Home Depot
ບໍລິສັດ Ebay ​ແລະບໍລິສັດ JPMorgan Chase. ລັດຖະບານສະຫະລັດ ກໍຖືກ​ໂຈມຕີ
​ທາງ​ອິນ​ເຕີ​ແນັດເຊັ່ນດຽວກັນຮວມທັງການ ໂຈມຕີຕໍ່ລະບົບຄອມພິວ​ເຕີ ທີ່ບໍ່​ໄດ້ເກັບຄວາມ​
ລັບ ຂອງ​ທຳນຽບຂາວ ​ແລະ​ກະຊວງ​ຕ່່າງ​ປະ​ເທດ ​ແລະ​ການໂຈມຕີຕໍ່ບັນຊີ Twitter ​ແລະ
You Yube ຂອງກອງ​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ຫລື CENTCOM​.

ການ​ໂຈມຕີ​ຈຳນວນ​ນຶ່ງ​ໄດ້​ມີການຖິ້ມໂທດ​ໃສ່ ພວກ​ເຈາະຂໍ້ມູນຫລືແຮັກເກີ້​ຢູ່ ຣັດ​ເຊຍ ຈີນ
​ແລະ​ເກົາຫລີ​ເໜືອ​.

OBAMA CYBERSECURITY VO
please wait

No media source currently available

0:00 0:00:39 0:00

XS
SM
MD
LG