ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ຈະຫາລື ກັບບັນດາ ຜູ້ນຳເອເຊຍ ກ່ຽວກັບ ເລື້ອງນິວ​ເຄລຍ ​​ເກົາຫຼີ​ເໜືອ


ທະຫານເກົາຫຼີໃຕ້ ເດີນຜ່ານ ໂທລະພາບຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ກ່ຽວກັບໂຄງການນິວເຄລຍ, 9 ມີນາ, 2016.
ທະຫານເກົາຫຼີໃຕ້ ເດີນຜ່ານ ໂທລະພາບຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ກ່ຽວກັບໂຄງການນິວເຄລຍ, 9 ມີນາ, 2016.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຈະ​ໂອ້​ລົມ​ສົນ
ທະນາ​ກັບ​ບັນດາຄູ່​ຕຳ​ແໜ່​ງ ຈາກ​ຈີນ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້ ​ທີ່​ນະ
ຄອນຫຼວງ ວໍ​ຊິງ​ຕັນ ​ໃນ​ສັບ​ປະດາ​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວກັບ​
ການ​ຂະຫຍາຍໂຄງການ​ນິວ​ເຄລຍຂອງເກົາຫຼີ​ເໜືອ.

ທ່ານ​ ໂອ​ບາ​ມາ ຈະ​ຈັດ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ 3 ຝ່າຍ​ກັບ
ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ​ Shinzo Abe ​ແລະ​ປະທາ​ນາ
ທີີ​ບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye ​ໃນ​ວັນ​ພະຫັດ​
ຈະ​ມາ​ເຖິງ​ນີ້ ຢູ່​ຂ້າງ​ນອກ​ກອງ​ປະຊຸມ​ສຸດ​ຍອດ ວ່າ​ດ້ວຍ​ຄວາມ​
ໝັ້ນຄົງນິວ​ເຄລຍ​ຂອງ​ໂລກ ພ້ອມ​ທັງ​ການ​ປຶກສາ​ຫາລື ຕ່າງຫາກ​ກັບ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ຜູ້ໃຫ້ການ​ສະໜັບສະ​ໜຸນ​ທາງ​ດ້ານ​ການ​ທູດ ​ແລະຜູ້ອຸບປະຖຳ​ດ້ານ​ເສດຖະກິດ​ທີ່​ສຳຄັນ​ຂອງເກົາຫລີ​ເໜືອ.

​ເກົາຫຼີ​ເໜືອ ​ໄດ້​ຄຸ​ຍ​ໂມ້​ກ່ຽວ​ກັບ​ໂຄງການອາວຸດນິວ​ເຄລຍ ​ແລະ​ໂຄງການ​ລູກ​ສອນ​ໄຟຂີ​ປະ
ນາວຸດຂອງ​ຕົນ ຊຶ່ງ​ຮວມທັງການ​ອ້າງ​ເຖິງ​ການ​ທົດ​ລອງລູກ​ສອນ​ໄຟທີ່​ປະສົບ​ຜົນສຳ​ເລັດ​ທີ່​ໃຊ້ເຊື້ອໄຟ​ແທ່ງ ​ແລະ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທີ່​ສາມາດ​ກັບ​ຄື​ນ​ເຂົ້າມາສູ່ ບັນ
ຍາກາດ​ຂອງ​ໂລກ​ໄດ້. ການຄຸຍ​ໂມ້​ດັ່ງກ່າວແມ່ນ​ເພື່ອ​ເປັນ​ການ​ຕອບໂຕ້​ຕໍ່​ການ​ລົງ​ໂທດ​ຄັ້ງ
ໃໝ່​ແລະ​ເຂັ້ມ​ງວດ​ກວ່າ​ເກົ່າ ໂດຍ​ອົງການ​ສະຫະ​ປະຊາ​ຊາດ ຕໍ່​ການ​ທົດ​ລອງອາວຸດນິວ​ເຄລຍແລະລູກ​ສອນ​ໄຟຂີ​ປະ​ນາວຸດຂອງ​ພຽງ​ຢາງຫວ່າງ​ມໍ່ໆ​ມາ​ນີ້ ​ແລ​ະການ​ຊ້ອມ​ລົບ​ຮ່ວມ
ປະຈຳ​ປີ ລະຫວ່າງ​ສະຫະລັດ ​ແລະ​ເກົາຫຼີ​ໃຕ້.

ສະຫະລັດ ຈີນ ​ແລະ​ເກົາຫຼີ​ໃຕ້ ພ້ອມ​ທັງຣັດ​ເຊຍ ຍີ່ປຸ່ນ ​ແລະເກົາຫຼີ​ເໜືອ ​ແມ່ນ​ສະມາຊິກ ຂອງ
ກາ​ນ​ເຈລະຈາ 6 ຝ່າຍ ທີ່​ແນ​ເປົ້າ​ໝາຍ​ໃສ່ເພື່ອ​ຫລຸດຜ່ອນໂຄງການນິວ​ເຄລຍ​ຂອງ​ພຽງ​ຢາງ ຊຶ່ງ​ການ​ເຈລະຈາ​ດັ່ງກ່າວ​ໄດ້​ພັງ​ທະ​ລາຍ​ລົງ​ໃນ​ປີ 2008.

XS
SM
MD
LG