ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວສະດຸດີ ມື້ລາງສະມາຊິກສະພາສູງ ລັດ South Carolina


Obama Sings, Honors Charleston Victims
please wait

No media source currently available

0:00 0:01:44 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວສະ
ດຸດີ ພະປະຈຳໂບດເມືອງ Charleston ທີ່ຖືກຍິງຕາຍໃນສັບ
ປະດາແລ້ວ ໂດຍກ່າວວ່າ ທ່ານ ເປັນຄົນດີ.

ທ່ານໂອບາມາໄດ້ກ່າວໃນພິທີສົ່ງສະການ ແກ່ສະມາຊິກສະ
ພາສູງລັດ South Carolina ທ່ານ Clementa Pinckney
ຊຶ່ງເປັນນຶ່ງໃນຈຳນວນ 9 ຄົນທີ່ຖືກຍິງສັງຫານໂດຍມີປືນຜິວ
ຂາວທີ່ໂບດປະຫວັດສາດຂອງຊາວຜິວດຳໃນອາທິດແລ້ວນີ້.

ທ່ານກ່າວວ່າ “ຄົນດີໆ ບາງຄັ້ງ ຂ້າພະເຈົ້າຄິດວ່າ ນັ້ນແມ່ນສິ່ງ
ທີ່ດີທີ່ສຸດທີ່ຫວັງໄວ້ເວລາທ່ານກ່າວສະດຸດີ. ຫລັງຈາກຄຳເວົ້າ
ທັງໝົດ ແລະການຊ້ອມອ່ານ ແລະຊີວະປະຫວັດຫຍໍ້ໄດ້ອ່ານໄປແລ້ວ ມີພຽງແຕ່ເວົ້າວ່າ ຜູ້ ໃດຜູ້ນຶ່ງເປັນຄົນດີ.”

Mourner Tamaria Banks: 'I'm Just Hoping for Justice'
please wait

No media source currently available

0:00 0:02:38 0:00

ທ່ານໂອບາມາ ທີ່ຮູ້ຈັກກັບທ່ານ Pinckney ເປັນການສ່ວນຕົວ ກ່າວວ່າ ຄວາມເຈັບປວດ ໃນການສູນເສຍຂອງທ່ານ ແມ່ນເລິກໄປກວ່ານັ້ນຫຼາຍ ຍ້ອນວ່າມັນໄດ້ເກີດຂຶ້ນຢູ່ໃນໂບດ. ໂບດແມ່ນ ແລະກໍຈະເປັນສູນກາງ ຂອງຊີວິດຊາວອາເມຣິກັນ ເຊື້ອສາຍອາຟຣິກາ ຕໍ່ໄປ. ສະຖານທີ່ທີ່ຈະເອີ້ນຂອງພວກເຮົາວ່າຊຶ່ງເລື້ອຍໆມັກຈະແມ່ນຄຳເວົ້າທີ່ເປັນປໍລະປັກ.

ນອກນັ້ນທ່ານຍັງໄດ້ໃຊ້ຄຳສະດຸດີດັ່ງກ່າວ ເພື່ອໃຫ້ຄວາມເຫັນກ່ຽວກັບທຸງສະຫະພັນລັດ ພາກໃຕ້ໃນສະໄໝສົງຄາມກາງເມືອງໂດຍກ່າວວ່າ ການຍົກຍ້າຍທຸງນີ້ອອກຈາກບໍລິເວນ ເດິ່ນຂອງຕຶກສະພາຈະເປັນການສະແດງອອກ ເຖິງຄວາມເມດຕາຂອງພະຜູ້ເປັນເຈົ້າ. ຜູ້ ຕ້ອງສົງໄສໃນການຍິງສັງຫານຄັ້ງນີ້ ແມ່ນໄດ້ເຫັນໃນ ຮູບຖືທຸງດັ່ງກ່າວ.

ທ່ານໂອບາມາກ່າວວ່າ ການຍ້າຍທຸງອອກຈາກບໍລິເວນຕຶກສະພາຂອງລັດຈະບໍ່ເປັນການ ກະທຳເພື່ອປັບປ່ຽນທາງການເມືອງຫລືການໝິ່ນປະໝາດຕໍ່ຄວາມອົງອາດກ້າຫານແຕ່ຈະ ເປັນການສະແດງໃຫ້ເຫັນວ່າ ສາເຫດໃນການມີຂ້າທາດ ແມ່ນຜິດພາດ. ນອກນັ້ນ ປະທາ ນາທິບໍດີຍັງໄດ້ປະນາມການກໍ່ຄວາມຮຸນແຮງ ດ້ວຍອາວຸດປືນ. ນັບເປັນເວລາດົນນານມາ ແລ້ວ ພວກເຮົາໄດ້ຕາບອດ ຕໍ່ການກະທຳຜິດທີ່ປະຫຼາດ ທີ່ວ່າ ຄວາມຮຸນແຮງຂອງອາວຸດ ປືນໄດ້ມີຕໍ່ປະເທດນີ້. ໂດຍເປັນໄລຍະໆ ຕາຂອງພວກເຮົາ ໄດ້ເປີດກວ້າງ. ທ່ານເວົ້າວ່າ ສ່ວນໃຫຍ່ຂອງຊາວອາເມຣິກັນຕະຫຼອດທັງສ່ວນໃຫຍ່ຂອງພວກທີ່ມີອາວຸດປືນໃນຄວາມ ຄອບຄອງນັ້ນ ຕ້ອງການຢາກເຮັດສິ່ງໃດສິ່ງນຶ່ງລົງໄປ.

ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ຮອງປະທານາທິບໍດີ Joe Biden ແລະ ພັນລະຍາຂອງທ່ານ ທ່ານນາງ Jill Biden ກໍໄດ້ໄປຮ່ວມພິທີສົ່ງສະການຄືກັນຊຶ່ງຈັດຂຶ້ນຢູ່ ເດີ່ນກິລາທ້ອງຖິ່ນແມ່ນເປີດກວ້າງຢູ່ເມືອງ Charleston. ພິທີນີ້ໄດ້ເປີດໃຫ້ປະຊາຊົນເຂົ້າ ຮ່ວມ ຊຶ່ງມີເກືອບ 5,000 ຄົນ ໄປຮ່ວມໄວ້ທຸກ.

Funeral for Reverend Clementa Pinckney
please wait

No media source currently available

0:00 0:00:54 0:00

XS
SM
MD
LG