ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ວ່າ ການຢູ່ຢ່າງໂດດດ່ຽວ ບໍ່ແມ່ນທາງເລືອກ ສຳລັບ ສຫລ (ວີດີໂອ)


Obama Defends His Foreign Policy
please wait

No media source currently available

0:00 0:02:14 0:00

Watch related video report from VOA's Luis Ramirez.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດກ່າວ​ວ່າ ການ​ຢູ່
ຢ່າງ​ໂດ​ດ່ຽວ ​ຂອງ​ຄົນ​ອາ​ເມຣິກັນ ​ບໍ່​ແມ່ນ​ທາງ​ເລືອກ ​ແຕ່ບໍ່​ແມ່ນ
​ທຸກໆ​ບັນຫາ ສາມາດແກ້ໄຂ​ທາງ​ທະຫານໄດ້.

ທ່ານ​ໂອ​ບາ​ມາ ​ໃຊ້​ການ​ກ່າວ​ປາ​ໄສ​ ໃນ​ການ​ແຈກ​ໃບ​ປຣິນຍາ​ ທີ່​
ໂຮງຮຽນ​ນາຍຮ້ອຍ​ທະຫານ​ສະຫະລັດ​ແຫ່ງ​ນຶ່ງ​ ເພື່ອ​ສະ​ເໜີ​ວິໄສ
ທັດກ່ຽວກັບນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ທ່ານ ສຳລັບ​ຊຸມ​ປີ​
ສຸດ​ທ້າຍ​ຂອງ​ການດຳລົງ​ຕຳ​ແໜ່​ງຂອງ​ທ່ານ.

ທ່ານ​ກ່າວ​ວ່າ ການ​ກໍ່​ການ​ຮ້າຍ​ ຍັງ​ຄົງ​ເປັນ​ໄພ​ຂົ່ມຂູ່​ໂດຍ​ຕົງ​ທີ່​ສຸດ ຕໍ່ຄວາມປອດ​ໄພ​ຂອງ​ຊາວ​ອະ​ເມຣິກັນແລະ​ທ່ານ​ຮຽກຮ້ອງ​ໃຫ້​ສ້າງຕັ້ງການເປັນ​ພາຄີກັບ​ພວກ​ປະ​ເທດ ​ບ່ອນ​ທີ່​ພວກ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ ພະຍາຍາມ​ຕັ້ງ​ຫຼັກແຫຼ່ງຢູ່​ນັ້ນ. ທ່ານກ່າວ​ເນັ້ນ​ວ່າ ສະຫະລັດ​ບໍ່​ຄວນ​ຈະ​ຂໍອະນຸຍາດ​ຈັກ​ເທື່ອ​ ເພື່ອ​ປົກ​ປ້ອງ​ປະຊາຊົນຫຼື​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ​ແຕ່​ເວລາມີບັນຫາຕ່າງໆທີ່ສ້າງ​ຄວາມ​ເປັນ​ຫ່ວງໃຫ້ແກ່ໂລກ ທີ່​ບໍ່​ເປັນ​ໄພ​ຂົ່ມຂູ່​ໂດຍ​ກົງ​ຕໍ່​ສະຫະລັດ​ເວລາ​ນັ້ນພື້ນຖານ​ສຳລັບ​ການ​ເຄື່ອນ​ໄຫວ​ທາງ​ທະຫານ ຈະ​ຕ້ອງ​ຢູ່​ໃນ​ລະດັບ​ສູງ​ກວ່າ.”
ປ.ໂອບາມາ ຕົບມືໃຫ້ພວກ ທີ່ໄປຮັບໃຊ້ຢູ່ອີຣັກ ແລະອັຟການິສຖານ
ປ.ໂອບາມາ ຕົບມືໃຫ້ພວກ ທີ່ໄປຮັບໃຊ້ຢູ່ອີຣັກ ແລະອັຟການິສຖານ

ທ່ານ​ໂອ​ບາ​ມາກ່າວ​ວ່າ "ໃນ​ສະຖານະ​ການ​ເຊັ່ນ​ນີ້ ພວກ​ເຮົາ​ບໍ່​ຄວນ​ ຈະດຳ​ເນີນ​ການໂດຍ​ລຳພັງ​ຄົນ​ດຽວ ​ແທນ​ທີ່ຈະ​ເຮັດ​ຈັ່ງ​ຊັ້ນພວກ​ເຮົາ​ຈະ​ຕ້ອງ​ລະດົມ​ພວກ ພັນທະ​ມິດ​ ​ແລະ​ພວກ​ພາຄີ​ ທຳ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ. ພວກ​ເຮົາ​ຈະຕ້ອງ ຂະຫຍາຍ​ ເຄື່ອງມື​ຂອງ​ພວກ​ເຮົາ​ ທີ່​ຮວມທັງ​ ການ​ດຳ​ເນີນການທາງ​ການ​ທູດ ​ແລະ​ການ​ພັດທະນາ ການ​ລົງໂທດ ​ແລະ​ການ​ໂດດດ່ຽວ ການ​ຂໍອຸທອນ​ໄປ​ຍັງ​ກົດໝາຍ​ລະ​ຫວ່າງ​ຊາດ ​ແລະ​ໃຫ້ຖືກຕ້ອງ ຈຳ​ເປັນ ​ແລະ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຫລາຍ​ດ້ານ​ ທີ່ມີ​ປະສິດທິ​ຜົນ. ​ໃນ​ສະຖານະ​ການ​ເຊັ່ນ​ນີ້ ພວກ​ເຮົາ​ຈະ​ຕ້ອງ​ດຳ​ເນີນ​ງານ ກັບ​ຄົນ​ອື່ນໆ ​ເພາະວ່າ​ ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ໃນສະຖາ ນະ​ການ​ເຫຼົ່າ​ນີ້ ​ມີ​ທ່າ​ທາງ​ວ່າ ຈະ​ປະສົບ​ຄວາມ​ສຳ​ເລັດ​.”

ທ່ານ​ໂອ​ບາ​ມາ​ ໄດ້​ສະ​ເໜີ​ງົບປະມານ​ຈຳນວນ 5 ພັນ​ລ້ານ​ໂດ​ລາ​ ເພື່ອ​ຊ່ອຍ​ປະເທດ
ອື່ນໆ ​ຕໍ່ສູູ້ກັບ​ພວກ​ກໍ່​ການ​ຮ້າຍ ​ແລະ​ເພື່ອ​ຂະຫຍາຍ​ທຶນ ​ສຳລັບ​ການ​ສືບ​ຂ່າວ​ລັບ
ການ​ສຳ​ຫລວດ ການ​ລາດ​ຕາ​ເວນ ການ​ປະຕິບັດ​ງານ​ພິ​ເສດ ​ແລະ​ກິດຈະກຳ​ອື່ນໆ​
ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ບໍ່​ສູ້​ແຂງ​ແຮງ​ຂຶ້ນ​ປານ​ໃດເມື່ອ​ເວົ້າ​ເຖິງ​
ປະເທດອື່ນໆໃນໂລກ​. ທ່ານ​ກ່າວ​ຕື່ມ​ວ່າ ປະ​ເທດ​ຂອງ​ພວກ​ເຮົາ​ເຮັດ​ວຽກ​ຜ່ານ​ອົງ
ການ​ລະຫວ່າງ​ຊາດຕ່າງໆ ນັບ​ແຕ່​ອົງກາ​ນ​ເນ​ໂຕ້ໄປ​ຮອດ​ກອງ​ທຶນ​ສາກົນ​ຫຼື IMFໄດ້​
ສະ​ແດງ​ໃຫ້​ເຫັນ​ຊ້ຳ​ແລ້ວ​ຊ້ຳ​ອີກ ທີ່​ວ່າ ສະຫະລັດ​ເປັນ” ປະ​ເທດ​ນຶ່ງ​ທີ່​ຂາດ​ບໍ່​ໄດ້.”

ຄຳ​ປາ​ໄສ​ຂອງ​ທ່ານ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ທ່ານ​ໂອ​ບາ​ມາ ກຳລັງ​ປະ​ເຊີນ ກັບ​ການ​ຕຳ​ໜິ
ຕິຕຽນ​ຈາກ​ພວກ​ນັກ​ຊ່ຽວຊານ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ໃນ​ຮັບມື​ຂອງ​ທ່ານ​ຕໍ່ບັນຫາຕ່າງໆ ນັບແຕ່​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ​ໄປ​ຮອດ​ວິ​ກິດ​ການດ້ານ​ການ​
ເມືອງ​ໃນ​ຢູ​ເຄຣນ.

ປະທານາທິບໍດີ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ເພີ້ມຄວາມ​ພະຍາຍາມຂຶ້ນ​ເພື່ອ​ໃຫ້ການ​ສະໜັບ ສະໜຸນ​ພວກ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຊີ​ເຣຍ ​ເຊັ່ນຈໍ​ແດນ ​ເລ​ບາ​ນອນ ​ເທີ​ກີແລະອິຣັກ ຕະຫຼອດ​ທັງ​ດຳ​ເນີນ​ງານ​ກັບ​ສະພາ ​ເພື່ອ​ເພີ່ມ​ການ​ຊ່ອຍ​ເຫຼືອ​ ສຳລັບ “ພວກ​ຝ່າ​ຍຕໍ່ ຕ້ານ​ໃນ​ຊີ​ເຣຍ ທີ່​ໃຫ້​ທາງ​ເລືອກ​ດີທີ່​ສຸດ ສຳລັບ​ພວກ​ກໍ່​ການຮ້າຍ​ແລະຜູ້​ຜະ​ເດັດ ການ​ທີ່​ໂຫດ​ຫ້ຽມນັ້ນ.”

ກ່ຽວ​ກັບ​ຢູ​ເຄຣນນັ້ນ ທ່ານ​ໂອ​ບາ​ມາກ່າວ​ວ່າ ຄວາມ​ສາມາດ​ມາດ​ຂອງ​ສະຫະລັດເພື່ອ ​ປັບ​ຮູບ​ຮ່າງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ໂລກ ໄດ້​ຊ່ອຍ​ເຫຼືອຢ່າງ​ໄວ ​ເພື່ອໂດດດ່ຽວຣັດ ​ເຊຍ​.
OBAMA MILITARY 1 and 2
please wait

No media source currently available

0:00 0:01:19 0:00


Watch West Point Speech / Transcript
XS
SM
MD
LG