ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ມອບຫຼຽນໄຊ ໃຫ້ຊາວ ອາເມຣິກັນ 16 ຄົນ (ວີດີໂອ)


Sixteen Americans Awarded Medal of Freedom
please wait

No media source currently available

0:00 0:01:50 0:00
ລິງໂດຍກົງ
ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ​ໄດ້​ມອບ​ລາງວັນ​ ກຽດຕິຍົດ​
ພົນ​ລະ​ເຮືອນສູງ​ສຸດ​ຂອງ​ຊາດຄື​ຫຼຽນ​ໄຊແຫ່ງ​ອິດສະຫຼະພາບ​
ປະທານາທິບໍດີ ​ແກ່​ຊາວ​ອາ​ເມຣິກັນ 16 ຄົນ ​ໃນ​ພິທີທີ່​ຈັດ​ຂຶ້ນ
ຢູ່​ທໍານຽບຂາວ. ລາງວັນ​ດັ່ງກ່າວ​ໄດ້​ມອບເພື່ອ​ເປັນ​ກຽດ​ຕິ​ຍົດ​
ແກ່ບຸກຄົນຜູ້​ທີ່​ໄດ້​ປະກອບສ່ວນ​ ດີ​ເດັ່ນ​ຕໍ່ຄວາມ​ໝັ້ນຄົງ ​ແລະ​
ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ ​ແລະ​ຂອງ​ໂລກ. ດັ່ງ​ທີ່​ຜູ້​ສື່​ຂ່າວ​
ວີ​ໂອ​ເອ CarlaBabb ລາຍ​ງານ​ນັ້ນ ກໍ​ແມ່ນ​ວ່າ ຜູ້​ໄດ້​ຮັບ​ກຽດ
ຕິຍົດ 16 ຄົນ​ນັ້ນ​ແມ່ນ​ເປັນ​ກຸ່ມ​ທີ່​ມີ​ຫຼາກ​ຫຼາຍບຸກຄົນ ຊຶ່​ງທອງ​
ປານ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ຜູ້​ໄດ້​ຮັບຫຼຽນ​ໄຊ​ອິດສະຫຼະພາບ ປະ​ຈໍາປີ​ນີ້ ​ແມ່ນ​ມີ​ໂຮມ​ທັງ​ອະດີດ​ປະທາ ນາທິບໍດີ, ຜູ້​ທີ່​ເຄີຍ​ໄດ້​ຮັບລາງວັນ​ໂນແບ​ລ ຂະ​ແໜງ​ເສດຖະກິດ ບຸກຄົນ​ຜູ້​ມີ​ຊື່​ສຽງ​ໃນ​ວົງການ​ໂທລະ ພາບ ກິລາ ​ແລະ​ດົນຕີ.

ທ່ານ Mario Molina ​ຊຶ່ງ​ເປັນຜູ້​ນຶ່ງ​ທີ່​ໄດ້​ຮັບ​ຫຼຽນ​ດັ່ງກ່າວ​ນີ້ ​ເຄີຍ​ເປັນ​ຜູ້​ໄດ້​ຮັບ​ລາງວັນ​ໂນແບ​ລ ຂະ​ແໜງ​ເຄມີມາແລ້ວ ​ແຕ່​ທ່ານ​ບອກ​ວີ​ໂອ​ເອວ່າ ລາງວັນ​ນີ້​ຖື​ວ່າເປັນ​ສິ່ງ​ພິ​ເສດ​ສໍາລັບ​ທ່ານຍ້ອນ​ວ່າ​ມັນໃຫ້​ກຽດໃນ​ຜົນ​ສໍາ​ເລັດ​ຂອງ ​ຊີວິ​ດທ່ານ.

ທ່ານ Molina ​ເວົ້າ​ວ່າ: “ມັນ​ບໍ່​ແມ່ນ​ແຕ່ດ້ານ​ວິທະຍາສາດ​ເທົ່ານັ້ນ ​ແຕ່​ມັນ ໝາຍ​ເຖິງ​ຜົນ​ຂອງ​ວຽກ​ງານ​ໃນດ້ານ​ວິທະຍາສາດ​ທີ່​ມີ​ຕໍ່​ສັງຄົມ.”

ທ່ານ Arturo Sandoval ນັກ​ສິນລະປິນເພງ​ Jazz ​ເຄີຍ​ຖືກ​ຈໍາ​ຄຸກ​ມາ​ຄັ້ງ​ນຶ່ງ ຢູ່​ໃນ​ປະ​ເທດຄິວ​ບາ ຍ້ອນ​ຟັງ​ເພງ Jazz ຈາກ​ລາຍການ​ອອກ​ອາກາດ ຂອງ​ວິທະຍຸ​ວີ​ໂອ​ເອ​ໃນ​ເວລາ​ນັ້ນ. ​ໃນ​ການ​ສໍາພາດ​ພິ​ເສດ​ບັ້ນ​ນຶ່ງ ທ່ານ Sandoval ​ຜູ້​ນຶ່ງ​ທີ່​ໄດ້​ຮັບ​ຫຼຽນອິດສະ ຫຼະພາບ​ນີ້ ​ໄດ້ກ່າວ​ຍ້ອງຍໍລາຍການ​ກະຈາຍສຽງ​ຂອງ​ພວກ​ເຮົາ ທີ່​ໄດ້​ຊ່ອຍ​ຫຼໍ່ລ້ຽງ​ຄວາມ​ຮັກ​ໃນ​ດົນຕີ​ຂອງ​ທ່ານ.

ທ່ານ Sandoval ​ເວົ້າ​ວ່າ: “ວິທະຍຸ​ສຽງ​ອາ​ເມ​ຣິກາ ຫຼື ວີ​ໂອ​ເອ ຄື​ວິທີ​ດຽວ​ເທົ່າ​ນັ້ນ ທີ່​ພວກ​ເຮົາ​ສາມາດ​ຮັບ​ຟັງ​ດົນຕີ​ທີ່​ພວກ​ເຮົາ​ມັກ​ໄດ້.”

ປະທານາທິບໍດີ​ໂອ​ບາ​ມາ ​ເວົ້າ​ວ່າ ຜູ້​ທີ່​ໄດ້​ຮັບ​ກຽດ​ປະ​ຈໍາປີ​ນີ້ແມ່ນ​ເປັນ​ຜູ້​ທີ່ພອນ​ສະຫວັນ ເຕັມ​ໄປດ້ວຍ​ຄວາມ​ສາມາດ​ພິ​ເສດ.

ທ່ານ​ໂອ​ບາ​ມາ ​ເວົ້າ​ວ່າ: “ນີ້​ຄື​ບັນດາ​ທ່ານ​ຍິງ ​ແລະ​ທ່ານ​ຊາຍ ຜູ້​ທີ່​ໃນ​ຊີວິດ ອັນ​ພິ​ເສດ​ ຂອງ​ພວກ​ເຂົາ​ເຈົ້ານັ້ນ ໄດ້ເຕືອນ​ພວກ​ເຮົາ​ທຸກ​ຄົນ​​ ເຖິງຄວາມ​ງົດ​ງາມ ​ແລະ​ຈິດ​ວິນ​ຍານ​ຂອງ​ມວນມະນຸດ ຄ່າ​ນິຍົມ​ທີ່​ກໍາໜົດ​ພວກ​ເຮົາ​ໃນ​ຖານະ​ຊາວ ອາ​ເມ​ຣິກັນ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ສູງ​ສົ່ງ​ທີ່​ອາ​ໄສ​ຢູ່ໃນພາຍ​ໃນ​ຂອງ​ພວກເຮົາ​ທຸກ​ຄົນ.”

​ແຕ່​ດ້ວຍ​ວິທີ​ໃດ ທີ່​ອະດີດ​ປະທານາທິບໍດີ​ສະຫະລັດ ທ່ານ Bill Clinton, ​ນັກ​ຈັດ​ລາຍ ການໂທລະພາບດີ​ເດັ່ນ Oprah Winfrey ​ແລະຜູ້​ມີ​ຊື່​ສຽງ​ດ້ານ​ດົນ​ຕີ Loretta Lynn ຖືກ​ຈັດ​ເຂົ້າຢູ່​ໃນ​ລາຍ​ຊື່​ສັ້ນໆ​ນັ້ນ​ໄດ້? ພວ​ກ​ເຮົາ​ໄດ້​ສອບ​ຖາມ ທ່ານ Aram Bakshian ຜູ້​ທີ່​ຊ່ວຍ​ຄັດ​ເລືອກ ຈໍານວນ​ລາຍ​ຊື່​ຮອບ​ສຸດ​ທ້າຍ​ໃຫ້​ໜ້ອຍ​ລົງ.

ທ່ານ Bakshian ​ເວົ້າ​ວ່າ: “ຫຼັກ​ສໍາຄັນ ກໍ​ຄື ​ເພື່ອ​ຮັກສາ​ເລຶ່ອງຄຸນ​ນະພາ​ບ ທີ່ ສູງໆ​ເອົາ​ໄວ້ ​ແລະ​ກໍ​ຄັດ​ເລືອກ​ໃຫ້​ຢູ່​ໃນ​ຂອບ​ເຂດ​ກວ້າງຂວາງ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄດ້.”

ປະທານາທິບໍດີ​ ​ໄດ້​ມອບລາງວັນ​ຫຼຽນ​ອິດສະຫຼະພາບ​ສາມ​ຫຼຽນ​ຂອງ​ປີ​ນີ້ ​ແກ່ບຸກຄົນຜູ້​ທີ່ລ່ວງ​ລັບ​ໄປ​ແລ້ວ. ​ບັນດາຄົນ​ຮັກແພງ ​ເປັນ​ຜູ້ຮັບລາງວັນ​ ໃນນາມ​ມື້​ລາງ​ນັກ​ອາ​ວະ​ກາດ Sally Ride, ​ໃນ​ນາມມື້​ລາງ ນັກ​ເຄຶ່ອນ​ໄຫວດ້ານ​ສິດທິ​ມະນຸດ Bayard Rustin ​ແລະ​ມື້​ລາງ ສະມາຊິກ​ສະພາ​ສູງ​ ທ່ານ Daniel Inouye ຊາວ​ອາ​ເມ​ຣິກັນ ​ເຊື້ອສາຍ​ຍີ່ປຸ່ນຜູ້​ທໍາ​ອິດ ທີ່ໄດ້ເຂົ້າຮັບ​ໃຊ້ ຢູ່​ໃນ​ລັດຖະສະພາຂອງສະຫະລັດ.
XS
SM
MD
LG