ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ແຕ່ງຕັ້ງ ທ່ານ Ashton Carter ເປັນ ລມຕ ປ້ອງກັນປະເທດ


ຮອງລັດຖະມົນຕີປ້ອງກັນປະເທດ ທ່ານ Ashton Carter ຕອບຄຳຖາມຂອງນັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ທີ່ ສະຖານທູດສະຫະລັດ ໃນນະຄອນຫລວງ ໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 18 ມີນາ 2013.
ຮອງລັດຖະມົນຕີປ້ອງກັນປະເທດ ທ່ານ Ashton Carter ຕອບຄຳຖາມຂອງນັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ທີ່ ສະຖານທູດສະຫະລັດ ໃນນະຄອນຫລວງ ໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 18 ມີນາ 2013.

ເຈົ້າໜ້າທີ່ທຳນຽບຂາວຄົນນຶ່ງກ່າວວ່າ ອະດີດຮອງລັດຖະມົນຕີ
ກະຊວງ ປ້ອງກັນປະເທດ ທ່ານ Ashton Carter ຈະຖືກແຕ່ງຕັ້ງ
ໃຫ້ເປັນ ລັດຖະມົນຕີປ້ອງກັນປະເທດ ຄົນຕໍ່ໄປຂອງສະຫະລັດ.

ເຈົ້າໜ້າທີ່ ທີ່ຂໍສະຫງວນຊື່ທ່ານນີ້ ກ່າວວ່າ ປະທານາທິບໍດີ​ ບາຣັກ
​ໂອ​ບາ​ມາ ຈະ​ປະກາດ ໃນ​ວັນ​ສຸກ​ມື້​ນີ້ ກ່ຽວກັບການເລືອກເອົາ ຜູ້​
ທີ່​ທ່ານ​ຄັດ​ເລືອກ​ເອົາ ​ມາ​ແທນ ລັດຖະມົນຕີປ້ອງ​ກັນ​ປະ​ເທດ
ທ່ານ Carter ຊຶ່ງເປັນນັກຟີສິກ ​ແລະ ຜູ້​ຊ່ຽວຊານ ​ໃນ​ດ້ານ​ອາວຸດ
ສະ​ໄໝ​ໃໝ່ ຫຼື high-tech ນັ້ນ.

ໃນຖານະທີ່ເປັນຮອງລັດຖະມົນຕີປ້ອງກັນປະເທດ ແຕ່ປີ 2011 ຫາ 2013 ນັ້ນ ທ່ານ Carter ແມ່ນ ຜູ້​ຊື້​ອາວຸດ​ຕ່າງໆລາຍ​ໃຫຍ່​ຂອງທຳ ນຽບຫ້າ​ແຈ ​ແລະ ​ໄດ້​ຮັບ​ການ​ສະໜັບ​ສະໜຸນຈາກ​ທັງ​ສອງ​ພັກ ພາຍ​ໃນ​ວໍ​ຊິງ​ຕັນ​ ທີ່​ມີ​ການ​ເມືອງ​ແບບ​ບໍ່ລົງ​ລອຍ​ກັນ.

Obama Nominates Physicist, Ex-Deputy Carter for Defense Secretary
please wait

No media source currently available

0:00 0:02:21 0:00

ຖ້າໄດ້ຮັບການຢືນຢັນ ຈາກລັດຖະສະພາ ທ່ານ Carter ຈະເຂົ້າຮັບໜ້າທີ່ແທນ ທ່ານ Chuck Hagel ຜູ້ທີ່ໄດ້ລາອອກ ຍ້ອນການກົດດັນ ເມື່ອເດືອນແລ້ວນີ້ ຫລັງຈາກໄດ້ຮັບ
ຕຳແໜ່ງມາ 2 ປີ.

ບັນດາ​ເຈົ້າໜ້າ​ທີ່ທຳ​ນຽບຂາວ ​ໄດ້​ປະຕິ​ເສດ​ຢ່າງ​ເປີດ​ເຜີຍ ວ່າ​ ທ່ານ Hagel ຖືກ​ກົດ​ດັນ​ໃຫ້​ລາ​ອອກ ​ແຕ່​ເຈົ້າໜ້າ​ທີ່​ຄົນ​ອືນໆ ກ່າວ​ໃນ​ຖານະ​ສ່ວນໂຕວ່າ ມັນ​ເປັນຕາ​ມ​ນັ້ນແຫລະ.

ທ່ານ Carter ​ໄດ້​ມາ​ເປັນ​ຜູ້ນຳ​ໜ້າ ຫຼັງຈາກ​ທີ່​ຜູ້​ຄົນ​ອື່ນໆ​ໄດ້​ຖອນ​ໂຕ​ອອກ​ຈາກ​ການ​ພິຈາ
ລະນາ ທີ່ລວມທັງ ລັດຖະມົນຕີຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ Jeh Johnson ຜູ້ແທນ​ສະພາ​ສູງ ທ່ານ Jack Reed ​ແລະ ອະດີດ​ເຈົ້າໜ້າ​ທີ່​ທຳນຽບຫ້າ​ແຈ ທ່ານນາງ Michele Flournoy.

US DEFENSE SECRETARY VO
please wait

No media source currently available

0:00 0:00:51 0:00

XS
SM
MD
LG