ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໂອບາມາ ປະກາດ ແຜນການ ຄວບຄຸມ ອາວຸດປືນ (ວີດິໂອ)


ອາວຸດປືນ ຊະນິດນຶ່ງ
ອາວຸດປືນ ຊະນິດນຶ່ງ
ປະທານາທິບໍດີ ບາ​ຣັກ ​ໂອບ​າມາ ​ໄດ້​ເປີດ​ເຜີຍແຜນການ​ຄວບ​ຄຸມ​ອາວຸດ ປືນ ພ້ອມ​ກັບ​ຂໍ້​ສະ​ເໜີ​ຈຳນວນນຶ່ງ​ທີ່​ເປັນ​ຫົວ​ຂໍ້​ໂຕ້​ແຍ້​ງຊຶ່ງ​ຄາດ​ວ່າຈະ​ເລີ່​ມ ຕໍ່ສູ້​ກັນທາງ​ການ​ເມືອງຢ່າງ​ໃຫຍ່​ ກັບ​ກຸ່ມ​ທີ່​ນິຍົມອາ​ວຸດ​ປືນ ​ແລະ​ພວກ​ສະ​ໜັບສະ​ໜຸນ​ເຂົາ​ເຈົ້າ.

ທ່ານ​ໂອ​ບາ​ມາ ​ໄດ້​ປະກາດ​ຂໍ້ສະ​ເໜີ​ດັ່ງກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້ ທີ່​ທໍານຽບ ຂາວ ຮ່ວມ​ກັບບັນດາ​ຄອບຄົວ​ຂອງ​ຜູ້​ເຄາະ​ຮ້າຍ 26 ຄົນ ຈາກ​ເຫດການ​ຍິງ​ສັງຫານ​ໝູ່ ​ເມື່ອ​ວັນ​ທີ 14 ​ເດືອນ​ທັນວາ​ຜ່ານ​ມາ ທີ່​ເມືອງ Newtown ລັດ Connecticut. ​ທ່ານ​ໂອ​ບາ​ມາ ​ໄດ້​ເອີ້ນ​ວັນ​ທີ່ເກີດ​ເຫດ​ນັ້ນ​ວ່າ ​ເປັນ​ເຫດການ​ທີ່​ຮ້າຍ​ແຮງ​ທີ່ສຸດ​ໃນລະຫວ່າງ​ການ​ດຳລົງ​ຕໍາ​ແໜ່​ງປະທານາ​ທິບໍດີ​ຂອງ​ທ່ານ ແລະ​ທ່ານ​ໂອ​ບາ​ມາກໍ​ໄດ້​ເຕືອນ​ວ່າ ການ​ຕັດສິນ​ໃຈ​ໃດໆກໍ​ຕາມ ​ຂອງລັດຖະ​ສະພາ​ກ່ຽວ​ກັບ​ການ​ຄວບ​ຄຸມ​ອາວຸດ​ປືນ​ນັ້ນແມ່ນຈະ​ສະທ້ອນ​ໄປ​ເຖິງ​ພວກ​ຄົນ​ລຸ້ນອະນາຄົດ​ຕໍ່​ໄປ.

ຂໍ້​ສະ​ເໜີ​ດັ່ງກ່າວ ມີ​ໂຮມ​ທັງ ການ​ຫ້າມ​ອາວຸດ​ປະ​ເພດ​ສັງຫານ ມີ​ການ ກວດ​ສອບ​ປະຫວັດ​ໃນ​ຂອບ​ເຂດ​ກວ້າງຂວາງ ສໍາລັບ​ການ​ຂາຍ​ປືນ ​ແລະ ພ້ອມ​ດ້ວຍ​ການ​ເພີ່ມ​ການ​ບໍລິການ​ດ້ານ​ສຸຂະພາບ​ຈິດຫຼາຍຂຶ້ນ. ນອກ​ນີ້​ແລ້ວ​ປະທານາທິບໍດີ​ຍັງ​ໄດ້​ເຊັນ​ຄໍາ​ສັ່ງ 23 ສະບັບ ​ເພື່ອ​ຊ່ວຍ​ອຳນວຍ ຄວາມ​ສະດວກໃຫ້​ແກ່ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ ​ແລະພວກໃຫ້​ການ​ຮັກ ສາ​ປິ່ນປົວ​ສຸຂະພາບຈິດ​ ມີ​ເຄື່ອງ​ໄມ້​ເຄື່ອງມືຫຼາຍຂຶ້ນ ​ໃນ​ການ​ປາບ​ປາມ​ຄວາມ​ຮຸນ​ແຮງ​ທາງ​ອາວຸດ​ປືນນັ້ນ

​ແຕ່​ຂໍ້ສະ​ເໜີ​ດັ່ງກ່າວ​ຂອງ​ທ່ານ​ໂອ​ບາ​ມາ ​ແມ່ນ​ປະ​ເຊີນ​ກັບ​ການ​ຄັດຄ້ານ ຢ່າ​ງ​ໜັກ​ຈາກ​ບັນດາ​ສະມາຊິກ​ສະພາ​ນິຍົມ​ແນ​ວທາງ​ເດີມ ​ແລະ​ສະມາຄົມ​ປືນຍາວແຫ່ງ​ຊາດ ຫຼື National Rifle Association ຊຶ່ງ​ເປັນ​ກຸ່ມ​ປຸກລະດົມ​ຜູ້ຄົນ​ເພື່ອ​ໃຫ້ການ​ສະໜັບ ສະໜຸນອາວຸດ​ປືນທີ່​ໃຫຍ່​ທີ່​ສຸດ​ຂອງ​ສະຫະລັດ.

Obama Gun Control Measures Face Opposition
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
XS
SM
MD
LG