ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດ ຄວາມໝາຍໝັ້ນ ຕໍ່ການລົງທຶນໃໝ່ ໃນອາຟຣິກາ ມູນຄ່າ 33 ຕື້ດອລລ່າ (ສະໄລດ໌/ວີດີໂອ)


Obama: Investment in Africa Depends on Security
please wait

No media source currently available

0:00 0:02:15 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ສະ​ຫະລັດໄດ້
ທຳ​ຄວາມ​ໝັ້ນໝາຍ ຢ່າງໃຫຍ່​ ແລະລະຍະຍາວ ຕໍ່​ອາ​ຟຣິກາ
ດ້ວຍການ​ລົງທຶນໃໝ່ ເປັນ​ມູນ​ຄ່າ 33 ຕື້​ດອລລ່າ.

​ໃນ​ຄຳ​ປາ​ໄສ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ຢູ່ກອງ​ປະຊຸມ​ທຸລະ​ກິດ
ສະຫະລັດ​-​ອາ​ຟຣິກ ​ໃນ​ວໍ​ຊິງ​ຕັນ​ນັ້ນ ທ່ານ ​ໂອ​ບາ​ມາ ​ກ່າວ​ວ່າ
ຄວາມ​ໝັ້ນໝາຍ ດ້ານການ​ລົງ​ທຶນ ແລະການ​ເງິນໃໝ່​ນີ້ ແມ່ນ
ຈະ​ສະໜັບສະໜຸນວຽກ​ເຮັດ​ງານ​ທຳ ​ໃຫ້ທັງອາ​ຟຣິກາ​ ແລະ
ອາ​ເມຣິກາ. ຄຳ​ໝັ້ນໝາຍສ່ວນ​ໃຫຍ່​ຈະ​ມາ​ຈາກ​ພາກ​ສ່ວນ
​ບໍລິສັດ​ເອກະ​ຊົນ ​ເຊັ່ນ​ບໍ​ລິ​ສັດ ​Coca-Cola ແລະ ​ IBM.

ທ່ານໂອ​ບາ​ມາ ​ໄດ້​ເນັ້ນ​ວ່າ​ ສະຫະລັດບໍ່​ໄດ້ມີ​ຄວາມ​ສົນ​ໃຈນຳ​ສະເພາະ ແຕ່ຊັບພະຍາ
ກອນທຳ​ມະ​ຊາດ ​ອັນຫລວງຫຼາຍ ທີ່​ຈະ​ໄດ້​ຄົ້ນ​ພົບ​ ຢູ່​ໃນ​ອາ​ຟຣິກາ​ເທົ່າ​ນັ້ນ. ທ່ານໃຫ້​
ຂໍ້​ສັງ​ເກດ​ວ່າ ການ​ຄ້າຂາຍ​ກັບອາ​ຟຣິການັ້ນ ຍັງ​ເປັນ​ພຽງ​ພາກສ່ວນ​ນ້ອຍໆ ຂອງ​ການ
​ຄ້າ​ທັງ​ໝົດ ຂອງ​ສະຫະລັດ ​ແລະ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ດີກວ່ານີ້​
ເຮັດດີຫຼາຍກ່ວາ​ນີ້​ອີກ.”

ກອງ​ປະຊຸມ​ສຸດ​ຍອດອາ​ຟຣິກາ 3 ມື້ ສິ້ນສຸດ​ລົງ​ໃນ​ວັນ​ພຸດ​ມື້​ນີ້.

US, Partners to Invest $33 Billion in Africa's Energy, Infrastructure, Banks
please wait

No media source currently available

0:00 0:02:56 0:00

XS
SM
MD
LG