ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ເມສາ ໒໐໒໖

ບັນດາທຸລະກິດ ສຫລ ຮັບປາກ ຈະລົງທືນ 14 ຕື້ ດອລລ່າ ໃນອາຟຣິກາ (ວີດີໂອ)

US Faces Challenges in Effort to Invest in Africa
please wait

No media source currently available

0:00 0:03:09 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະ​ປະກາດ​
ໃນ​ວັນ​ອັງ ຄານ​ມື້​ນີ້ ວ່າ ບັນດາ​ທຸລະ​ກິດ​ຂອງ​ສະຫະລັດໄດ້ໃຫ້​ຄຳ
ໝາຍ​ໝັ້ນ​ທີ່​ຈະທຳ​ການ​ລົງທຶນ ​ເປັນ​ຈຳນວນ​ເງິນ 14ຕຶ້ດອລລ່າ
ໃນ​ທົ່ວ​ພາກ​ພື້ນ​ອາ​ຟຣິກາ.

ທ່ານ​ໂອ​ບາ​ມາ ມີ​ກຳໜົດ​ຈະ​ທຳ​ການປະກາດ​ດັ່ງ​ກ່າວ ຢູ່​ໃນ​ກອງ
​ປະຊຸມ​ດ້ານ​ທຸລະ​ກິດ ລະຫວ່າງ​ສະຫະລັດ​ກັບ​ອາ​ຟຣິກາ ​ທີ່​ນະ
ຄອນຫລວງ​ວໍ​ຊິງ​ຕັນ ຊຶ່ງ​ເປັນ ສ່ວນ​ນຶ່ງ​ຂອງກອງ​ປະຊຸມ​ສຸດ​ຍອດ
3 ວັນ ລະຫວ່າງ​ທ່ານ​ໂອ​ບາ​ມາ ກັບ​ປະມຸກ 50 ​ປະ​ເທດ​ຈາກ​ອາ​ຟຣິກາ.

​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ທ່ານ​ນຶ່ງ​ກ່າວ​ວ່າ ການ​ລົງທຶນ​ແມ່ນ​ຈະ​ຮວມທັງ​ໂຄງການ ​ໃນ​ດ້ານ​ພະລັງ​ງານ ການ​ທະນາຄານ ການ​ກໍ່ສ້າງ ​ແລະ IT ຫລື​ເທັກ​ໂນ​ໂລ​ຈີ​ຂໍ້​ມູນ​ຂ່າວສານ.

ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ​ຜູ້ນຳ​ສະຫະລັດ​ກັບ​ອາ​ຟຣິກາ ​ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້
ດ້ວຍ​ການຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ຫລາຍໆ​ບັ້ນ ກ່ຽວ​ກັບ​ຫລາຍໆ​ບັນຫາ ອັນ​ຮວມທັງ​
ເລື້ອງ​ຄວາມ​ໝັ້ນ​ຄົງ​ຂອງ​ຂົງ​ເຂດ ສຸຂະພາບ ສິ່ງ​ແວດ​ລ້ອມ ​ແລະ​ການ​ສໍ້​ລາດ​ບັງ​ຫລວງ.

ໃນ​ກອງ​ປະຊຸມ​ນຶ່ງ​ກ່ຽວ​ກັບ​ປະຊາ​ສັງຄົມ​ນັ້ນ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ຮຽກຮ້ອງ​ ບັນດາ​ຜູ້​ເຂົ້າ​ຮ່ວມປະຊຸມ ໃຫ້ຊຸກຍູ້​ໃຫ້​ມີ​ປະຊາທິປະ​ໄຕ ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ​ແລະ​ສິດທິ​ສ່ວນ​ບຸກຄົນ​ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວ​ວ່າ ທະວີບອາ​ຟຣິກາ ​ແມ່ນມີ​ເສດຖະກິດ​ຈຳນວນ​ນຶ່ງ ທີ່​ຮວມຢູ່​ໃນ​ບັນດາ​ເສດຖະກິດ​ທີ່​ຂະຫຍາຍ​ໂຕ​ໄວ​ທີ່​ສຸດຂອງ​ໂລກ​ ​ແລະ​ວ່າ ບັນດາ​ປະ​ເທດ​ເຫລົ່າ​ນັ້ນ ຄວນຈະ​ຊ່ວຍຫລໍ່​ຫລອມ ​ເຫດການ​ຜັນ​ປ່ຽນ​ຕ່າງໆ​ໃນ​ອານາ​ຄົດ ​ຢູ່​ໃນ​ໂລກ.

ກອງປະຊຸມບັນດາຜູ້ນຳ ອາຟຣິກາ ທີ່ນະຄອນຫລວງ ວໍຊິງຕັນ ກຳລັງດຳເນີນ
please wait

No media source currently available

0:00 0:03:01 0:00

XS
SM
MD
LG