ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ວ່າ ອີໂບລາ ເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ໃນຂົງເຂດ ແລະຂອງໂລກ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸດນັດພິເສດ ກ່ຽວກັບອີໂບລາ ທີ່ ສປຊ (25 ກັນຍາ 2014)
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸດນັດພິເສດ ກ່ຽວກັບອີໂບລາ ທີ່ ສປຊ (25 ກັນຍາ 2014)

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ຮຽກຮ້ອງ
ໃຫ້ບັນດາປະເທດຕ່າງໆຢູ່ໃນທົ່ວໂລກດຳເນີນການເພີ້ມຕື່ມ
ເພື່ອຮັບມືກັບການລະບາດ ຂອງອີີໂບລາໃນເຂດອາຟຣິກາ
ຕາເວັນຕົກ ໂດຍກ່າວວ່າ ເຊື້ອໄວຣັສດັ່ງກ່າວ ເປັນໄພຂົ່ມຂູ່
ຕໍ່ຄວາມໝັ້ນຄົງຂອງພູມີພາກ ແລະຂອງໂລກນຳດ້ວຍ.

ປະທານາທິບໍດີໂອບາມາໄດ້ກ່າວຄຳປາໄສຕໍ່ກອງປະຊຸມລະ
ດັບສູງຂອງອົງການສະຫະປະຊາຊາດກ່ຽວກັບອີໂບລາໂດຍ
ເຕືອນກ່ຽວກັບຄວາມເປັນໄປໄດ້ໃນການຈະເກີດວິກິດການ
ດ້ານມະນຸດສະທຳຂຶ້ນ ທີ່ອາດຈະເຮັດໃຫ້ມີຜູ້ເສຍຊີວິດຫຼາຍ
ແສນຄົນ ໃນໄລຍະສອງສາມເດືອນຕໍ່ໜ້ານີ້. ອົງການອະນາ
ໄມໂລກກ່າວວ່າ ໂຕ ເລກຜູ້ເສຍຊີວິດໃນເວລານີ້ ແມ່ນເກືອບຮອດ 3000 ຄົນແລ້ວ.

OBAMA UN EBOLA
please wait
Embed

No media source currently available

0:00 0:00:18 0:00

ປະທານາທິບໍດີໂອບາມາ ເວົ້າວ່າ “ຖ້າການລະບາດດັ່ງກ່າວຫາກບໍ່ຍຸດຕິແລ້ວ ພະຍາດນີ້ ອາດຈະກໍ່ໃຫ້ເກີດໄພພິບັດທາງດ້ານມະນຸດສະທຳໃນທົ່ວພູມີພາກ. ໃນຍຸກສະໄໝທີ່ວິກິດ ການພາຍໃນຂົງເຂດ ສາມາດກາຍເປັນໄພຂົ່ມຂູ່ຕໍ່ໂລກຢ່າງໄວວານັ້ນ ການສະກັດກັ້ນອີ ໂບລາແມ່ນນອນຢູ່ໃນຜົນປະໂຫຍດຂອງພວກ ເຮົາທັງມວນ.”

​ຜູ້ນຳຂອງສະຫະລັດໄດ້ກ່າວຊົມເຊີຍ ການດຳເນີນຄວາມພະຍາຍາມຂອງອົງການສະຫະ ປະຊາຊາດ ເພື່ອຄວບຄຸມການລະບາດຂອງພະຍາດດັ່ງກ່າວ ໃນບັນດາປະເທດທີ່ພວມ ຖືກຄຸກຄາມຢ່າງຮ້າຍແຮງ ເຊັ່ນ ກີນີ ຊີແອຣາເລອອນ ແລະໄລບີເຣຍ ແຕ່ທ່ານກໍເວົ້າວ່າ ໂລກຂອງເຮົາບໍ່ໄດ້ທຳການເຄື່ອນໄຫວໄວພໍ. ພວກເຮົາບໍ່ໄດ້ດຳເນີນການຢ່າງພຽງພໍ.

EBOLA CNPK
please wait
Embed

No media source currently available

0:00 0:01:52 0:00

XS
SM
MD
LG