ປະທານາທິບໍດີ ສະຫະລັດ ທ່ານ Barack Obama ປະກາດ
ວ່າ ການປ່ຽນແປງຂອງດິນຟ້າອາກາດ ຈະຖືວ່າເປັນໄພຂົ່ມຂູ່
ຕໍ່ສັດຕະວັດນີ້ໃນຂະນະທີ່ທ່ານເລີ້ມຕົ້ນ ການຢ້ຽມຢາມຄັ້ງ
ປະຫວັດສາດ ຕໍ່ລັດ Alaska ໃນພາກຕາເວັນຕົກ ສຽງເໜືອ
ຂອງສະຫະລັດ.
ໃນການຖະແຫຼງໃນວັນຈັນວານນີ້ ຢູ່ທີ່ກອງປະຊຸມສຸດຍອດ
ກ່ຽວກັບບັນຫາສິ່ງແວດລ້ອມຂົ້ວໂລກເໜືອ ທີ່ໄດ້ຮັບຄວາມ
ອຸບປະຖຳຈາກກະຊວງຕ່າງປະເທດ ສະຫະລັດ ປະທານາ
ທິບໍດີ Obama ກ່າວວ່າ ໂລກ “ບໍ່ມີປະຕິກິລິຍາໄວພຽງ ພໍ”
ທີ່ຈະແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ.
ທ່ານ Obama ກ່າວວ່າ “ກ່ຽວກັບບັນຫານີ້ ຂອງບັນຫາທັງໝົດນັ້ນ ມີສິ່ງທີ່ວ່າຊ້າເກີນໄປ.
ແລະເວລາດັ່ງກ່າວ ເກືອບມາເຖິງພວກເຮົາແລ້ວ.”
ທ່ານກ່າວຕື່ມວ່າ “ກິດຈະການຂອງມະນຸດກຳລັງລົບກວນດິນຟ້າອາກາດ ຢູ່ໃນຫລາຍໆ
ດ້ານ ໄວກວ່າທີ່ເຮົາໄດ້ຄິດເອົາໄວ້. ວິທະຍາສາດແມ່ນຕາຍໂຕ. ມັນເປັນທີ່ແຫລມຄົມ.
ມັນພິສູດວ່າ ຄັ້ງນຶ່ງເຄີຍເປັນໄພຂົ່ມຂູ່ທີ່ຢູ່ໄກ ບັດນີ້ໄດ້ຫຍັບ
ເຂົ້າມາເກືອບຢູ່ໃນປັດຈຸບັນ.”
ທ່ານ Obama ຊຶ່ງເປັນປະທານາທິບໍດີທີ່ຢູ່ໃນຕຳແໜ່ງຄົນທຳອິດ ໄປຢ້ຽມຢາມເຂດຂົ້ວ
ໂລກເໜືອ ແມ່ນໄດ້ເນັ້ນຢ້ຳໃຫ້ເຫັນ ໃນອັນທີ່ທ່ານກ່າວວ່າ ເປັນຄວາມເສຍຫາຍທີ່ຮ້າຍ
ແຮງ ຈາກຜົນກະທົບໃນການປ່ຽນແປງຂອງດິນຟ້າອາກາດຕໍ່ ລັດ Alaska.
ທ່ານກ່າວວ່າ “ໃນກວ່າ 60 ປີ ທີ່ຜ່ານມາ ລັດ Alaska ໄດ້ອົບ
ອຸ່ນປະມານສອງເທົ່າໄວກວ່າແຫ່ງອື່ນໆໃນສະຫະລັດ. ປີກາຍ
ນີ້ໄດ້ເປັນປີອົບອຸ່ນທີ່ສຸດໃນປະຫວັດສາດ ຄືກັນກັບໃນແຫ່ງ
ອື່ນໆທົ່ວໂລກ.”
ນີ້ ໄດ້ພາໃຫ້ແຜ່ນນ້ຳກ້ອນຂະໜາດໃຫຍ່ເປື່ອຍຢ່າງວ່ອງໄວ
ເຮັດໃຫ້ອາກາດອົບອຸ່ນຂື້ນ ແລະທະເລເປັນຜິດຕະຫລອດທັງ
ແມ່ນຳ້ຕ່າງໆ ລະດັບນຳ້ທະເລສູງຂຶ້ນ ແລະ ທ່ານໂອບາມາ
ກ່າວວ່າ ຕາຝັ່ງທະເລເຈື່ອນ ຢ່າງວ່ອງໄວ ຢູ່ໃນທົ່ວໂລກ".
ນອກນັ້ນປະທານາທິບໍດີ ຍັງຕອບໂຕ້ຕໍ່ບັນດາຜູ້ຕິຕຽນພາຍ
ໃນປະເທດ ທີ່ບາງຄົນ ໄດ້ກ່າວຫາທ່ານວ່າ ເວົ້າໂຍກເກີນ
ຄວາມຈິງກ່ຽວກັບໄພຂົ່ມຂູ່ຂອງການປ່ຽນແປງດິນຟ້າອາກາດຫລືໂຕ້ຖຽງວ່າ ນະໂຍບາຍສິ່ງແວດລ້ອມຂອງທ່ານຫວ່າງມໍ່ໆມານີ້ ເຮັດໃຫ້ເສດຖະກິດເສຍຫາຍ.