ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ພະຍາຍາມ ປອບຂວັນ ປະຊາຊົນ ຫຼັງຈາກ ການຍິງສັງຫານຝູງຊົນ ໃນລັດ ຄາລີຟໍເນຍ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຢຸດສະງັກເວົ້າຊົ່ວຂະນະນຶ່ງເວລາກ່າວຢູ່ໃນພິທີປະດັບໄຟຕົ້ນ ຄຣິສມາສ ແຫ່ງຊາດຢູ່ທີ່ສວນອຸດທະຍານ the Ellipse ໃນນະຄອນຫຼວງ ວໍຊິງຕັນ. 3 ທັນວາ, 2015.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຢຸດສະງັກເວົ້າຊົ່ວຂະນະນຶ່ງເວລາກ່າວຢູ່ໃນພິທີປະດັບໄຟຕົ້ນ ຄຣິສມາສ ແຫ່ງຊາດຢູ່ທີ່ສວນອຸດທະຍານ the Ellipse ໃນນະຄອນຫຼວງ ວໍຊິງຕັນ. 3 ທັນວາ, 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຈະເພັ່ງເລັງ ໃສ່ບູລິມະສິດສູງສຸດຂອງທ່ານ, ຄື “ປົກປ້ອງປະຊາຊົນ ອາເມຣິກັນ ໃຫ້ມີຄວາມປອດໄພ,” ໃນເວລາທ່ານກ່າວຄຳປາໄສ ທີ່ບໍ່ຄ່ອຍເກີດຂື້ນ ຈາກສຳນັກງານ​ Oval Office ໃນທຳນຽບຂາວ ຕອນຄ່ຳຂອງວັນອາທິດມື້ນີ້.

ໂຄສົກຄົນໜຶ່ງໄດ້ກ່າວວ່າ ທ່ານ ໂອບາມາ ຈະໃຫ້ຂໍ້ມູນໃໝ່ກ່ຽວກັບ ການສຶບສວນສອບສວນໃນເລື່ອງຂອງການຍິງໃສ່ຝູງຄົນໃນລັດ California ແລະ ຈະເວົ້າລົມກ່ຽວກັບ “ໄພຂົ່ມຂູ່ຈາກລັດທິກໍ່ການ ຮ້າຍທີ່ກວ້າງອອກ” ແລະ ວິທີທີ່ຈະຜາບແພ້ພວກດັ່ງກ່າວ.

ຜູ້ໄວອາໄລເຕົ້າໂຮມກັນອ້ອມຂ້າງ ອະນຸສອນສະຖານທີ່ສ້າງຂຶ້ນມາເອງ ເພື່ອສະແດງຄວາມເຄົາລົບຕໍ່ຜູ້ເຄາະຮ້າຍຫຼັງຈາກການໂຈມຕີໃນເມືອງ ເບີນາດີໂນ ໃນວັນພຸດທີ່ຜ່ານມາ. ລັດ ຄາລີຟໍເນຍ. 5 ທັນວາ 2015.
ຜູ້ໄວອາໄລເຕົ້າໂຮມກັນອ້ອມຂ້າງ ອະນຸສອນສະຖານທີ່ສ້າງຂຶ້ນມາເອງ ເພື່ອສະແດງຄວາມເຄົາລົບຕໍ່ຜູ້ເຄາະຮ້າຍຫຼັງຈາກການໂຈມຕີໃນເມືອງ ເບີນາດີໂນ ໃນວັນພຸດທີ່ຜ່ານມາ. ລັດ ຄາລີຟໍເນຍ. 5 ທັນວາ 2015.

ການກ່າວຄຳປາໄສນີ້ຈະເປັນພຽງແຕ່ຄັ້ງທີສາມ ທີ່ທ່ານຈະກ່າວຈາກຫ້ອງການ ຮູບໄຂ່ທີ່ວ່າ ນັ້ນ, ເຊິ່ງເປັນບ່ອນທີ່ບັນດາປະທານາທິບໍດີໄດ້ຮັກສາໄວ້ ສຳລັບ ການກ່່າວໃນເລື່ອງທີ່ມີ ຄວາມສຳຄັນທີ່ສຸດ. ທ່ານ ໂອບາມາ ໄດ້ໃຊ້ຫ້ອງການ ດັ່ງກ່າວເພື່ອປະກາດການສິ້ນສຸດການ ປະຕິບັດການຕໍ່ສູ້ໃນ ອີຣັກ ຂອງ ສະຫະລັດ ເມື່ອປີ 2010.

ສຳນັກງານສືບສວນສອບສວນຂອງລັດຖະບານ ຫຼື FBI ໄດ້ສືບຕໍ່ສືບສວນ ສອບສວນໃນສິ່ງທີ່ ທ້າວ Syed Rizwan Farook ເຊິ່ງເກີດຢູ່ໃນ ສະຫະລັດ ແລະ ເມຍຂອງລາວເປັນຄົນ ປາກິສຖານ ນາງ Tashfeen Malik ຂ້າປະຊາຊົນ 14 ຄົນ ແລະ ເຮັດໃຫ້ 21 ຄົນເສຍຊີວິດ ໃນການຊຸມນຸມກັນຂອງພະນັກງານ ລັດຖະບານທ້ອງຖິ່ນໃນເມືອງ San Bernadino.

Reporters Allowed in Home of Shooting Suspects
please wait

No media source currently available

0:00 0:01:09 0:00

ໃນວັນເສົາວານນີ້ບັນດາເຈົ້າໜ້າທີ່ໄດ້ບຸກເຂົ້າໄປເຮືອນຫຼັງໜຶ່ງໃນຊຸມຊົນ Redlands ເຊື່ອວ່າ ເປັນເຮືອນຂອງຜູ້ຊາຍຄົນໜຶ່ງທີ່ໄດ້ຊື່ປືນກົນເຄິ່ງ ອັດຕະໂນມັດ 2 ກະບອກທີ່ໄດ້ໃຊ້ໃນການ ຍິງກັນຄັ້ງນັ້ນ. ທ້າວ Farook ເຄີຍອາໄສຢູ່ຫ້ອງຂ້າງຕໍ່ກັບເຮືອນຫຼັງດັ່ງກ່າວ ແລະ ເພື່ອນບ້ານ ຫຼາຍຄົນ ໄດ້ອະທິບາຍວ່າລາວເປັນໝູ່ຂອງຄົນທີ່ອາໄສຢູ່ໃນເຮືອນຫຼັງນັ້ນ, ແຕ່ວ່າຕຳຫຼວດ FBI ໄດ້ປະຕິເສດທີ່ຈະໃຫ້ຂໍ້ມູູນກ່ຽວກັບການບຸກເຮືອນຫຼັງດັ່ງກ່າວ. ຜູ້ຊາຍຄົນ ດັ່ງກ່າວບໍ່ໄດ້ ຖືກຕັ້ງຂໍ້ຫາໃສ່ທີ່ພົວພັນກັບການກໍ່ອາຊະຍາກຳແຕ່ໃດໆ ແລະ ແຕ່ໄດ້ສົ່ງລາວໄປກວດສຸຂະ ພາບຈິດ ພາຍຫຼັງການໂຈມຕີໃນວັນພຸດນັ້ນ.

ທ້າວ Farook ແລະ ນາງ Malik ໄດ້ຫຼົບໜີຫຼັງຈາກການຍິງປືນໃສ່ຝູງຊົນ, ແຕ່ວ່າລົດຂອງ ພວກເຂົາໄດ້ຖືກພົບເຫັນໃນຊຸມຊົນທີ່ຢູ່ໃກ້ຄຽງ ແລະ ໄດ້ຖືກຂ້າ ຕາຍໃນການຍິງຕໍ່ສູ້ກັບຕຳ ຫຼວດຫຼາຍຄົນ. ຕຳຫຼວດໄດ້ຄົ້ນເຫັນລະເບີດທໍ່ແປັບນໍ້າ 2 ລູກ, ອຸປະກອນຜະລິດລະເບີດ ແລະ ລູກປືນຫຼາຍກວ່າ 1000 ລູກຢູ່ໃນເຮືອນຂອງພວກເຂົາ.

California SHooting
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG