ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ວ່າ ເຖິງເວລາແລ້ວ ທີ່ຈະຂຶ້ນ ຄ່າຈ້າງ ໃຫ້ແກ່ ອາເມຣິກາ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ການ
ຟື້ນຟູແນວຄິດ ກ່ຽວກັບການໃຫ້ໂອກາດ ແກ່ທຸກໆຄົນນັ້ນ ແມ່ນ
ຕ້ອງໃຊ້ເວລາໃນການເອົາບາດກ້າວນຶ່ງປີຈາກຊາວອາເມຣິກັນ
ທຸກໆຄົນ ແລະປີ 2014 ແມ່ນປີດັ່ງກ່າວນັ້ນ.

ທ່ານໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າ ການເອົາບາດກ້າວຂອງທ່ານ ເມື່ອໄວໆມານີ້ ທີ່
ຮວມທັງຂໍ້ບັງຄັບໃໝ່ທີ່ວ່າພວກສັນຍາຈ້າງຂອງລັດຖະບານກາງ ຕ້ອງຈ່າຍໃຫ້ພະນັກງານເຂົາເຈົ້າຢ່າງໜ້ອຍ 10 ໂດລາ 10 ເຊັນ
ຕໍ່ນຶ່ງຊົ່ວໂມງ.

ປະທານາທິບໍດີໂອບາມາເວົ້າວ່າ ປີນີ້ ນັບແຕ່ທ່ານໄດ້ຮ້ອງຂໍໃຫ້ລັດຖະສະພາ ຂຶ້ນຄ່າຈ້າງ
ຂັ້ນຕໍ່າສຸດແລ້ວ ມີ 6 ລັດ ໄດ້ຮັບຜ່ານຮ່າງກົດໝາຍ ຂຶ້ນຄ່າຈ້າງຂັ້ນຕໍ່າສຸດ ຂອງພວກເຂົາ ເຈົ້າ ແລະມີອີກຫລາຍໆລັດ ກຳລັງດຳເນີນການ ກ່ຽວກັບເລື່ອງນີ້.

ເບິ່ງຄຳປາໄສ ປະຈຳສັບປະດາ ຂອງປະທານາທິບໍດີ ບາຣັກ ໂອບາມາ



ຜູ້ນຳຂອງສະຫະລັດ ເວົ້າວ່າ ມີຮ່າງກົດໝາຍ ທີ່ນຳສະເໜີຕໍ່ລັດຖະສະພາສະຫະລັດ ເພື່ອ
ຂຶ້ນຄ່າຈ້າງຂັ້ນຕໍ່າສຸດໃຫ້ຊາວອາເມຣິກັນ ໂດຍບໍ່ຈຳເປັນຕ້ອງມີການເກັບພາສີໃໝ່ໃດໆ.

ປະທານາທິບໍດີເວົ້າວ່າ ເຖິງແມ່ນໄດ້ຮັບການສະໜັບສະໜຸນ ຈາກສະມາຊິກ ຂອງພັກເດ
ໂມແຄຣັດ ພວກທີ່ບໍ່ສັງກັດພັກ ແລະສະມາຊິກພັກຣີພັບບລີກັນຫລາຍໆຄົນ ເພື່ອໃຫ້ຂຶ້ນ ຄ່າຈ້າງຂັ້ນຕໍ່າສຸດກໍຈິງ ແຕ່ພັກຣີພັບບລີກັນ ຢູ່ໃນສະພາ ບໍ່ຕ້ອງການ ໃຫ້ລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍດັ່ງກ່າວ.

ໃນຄຳປາໄສ ປະຈຳສັບປະດາ ຂອງພັກຣີພັບບລີກັນ ສະມາຊິກສະພາຕໍ່າ Tom Cotton ຈາກລັດ Arkansas ກ່າວວ່າ ນະໂຍບາຍຂອງປະທານາທິບໍດີໂອບາມາແມ່ນໃຊ້ຈ່າຍເງິນ ຫຼາຍເກີນໄປ ແລະຮວມສູນອຳນາດຢູ່ແຕ່ທີ່ກຸງວໍຊິງຕັນ. ນອກນັ້ນທ່ານຍັງເວົ້າວ່າ ພັກຣີພັບ ບລີກັນຕ້ອງການຢາກປົວແປງຄວາມເສຍຫາຍທີ່ທ່ານເວົ້າວ່າປະທານາທິບໍດີໄດ້ກະທຳໄປ ຕໍ່ປະເທດນັ້ນ.

ເບິ່ງຄຳປາໄສ ປະຈຳສັບປະດາ ຂອງພັກຣິພັບບລີກັນ

XS
SM
MD
LG