ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ທ່ານ ໂອບາມາ ກ່າວວ່າ ການປະຕິຮູບ ໃນມຽນມາ ຍັງຈະດຳເນີນຕໍ່ໄປ (ເບິ່ງສະໄລດ໌ ແລະວີດິໂອ)


ປະທານາທິບໍດີ Barack Obama ກ່າວວ່າ ການປະຕິຮູບຢູ່ ມຽນມາ ຍັງຈະສືບຕໍ່ໄປອີກ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ຕໍ່​
ມຽນມາວ່າ ກາ​ນປະຕິ​ຮູບຂອງ​ລັດຖະບານຫາ​ກໍໄດ້​ເລີ້ມ​ຂື້ນ​ ​ແລະ
​ຍັງມີ​ຫຼາຍ​ຢູ່​ທີ່​ຈະ​ຕ້ອງ​ໄດ້ເຮັດ ​ໃນການ​ຢ້ຽມຢາມ​ຄັ້ງ​ທໍາ​ອິດ​ຂອງ
ປະທານາທິບໍດີສະຫະລັດ ​ທີ່​ຍັງ​ຢູ່ໃນ​ຕໍ​ແໜ່​ງ.


​ຢູ່ໃນ​ຄໍາ​ຖະ​ແຫລ​ງ​ໃນ​ວັນ​ຈັນມື້​ນີ້ ທີ່ມະຫາວິທະຍາ​ໄລຢ່າງ​ກຸ້ງ
ທ່ານ Obama ​ເວົ້າ​ວ່າ ການຢ້ຽມຢາມນີ້​ ເເມ່ນ​ເພື່ອ​ທຳຕາມ​ຄໍາ​
ໝັ້ນ​ສັນ​ຍາ ​ແລະ ເພື່ອກະ​ຊັບ “ສາຍສຳພັນ​ດ້ານມິດ​ຕະພາບ.”
ທ່ານກ່າວ​ເພີ້​ມ​ເຕີມ​ອີກ​ວ່າ “​ແສງຮິບຮີ່​ຂອງ​ຄວາມ​ກ້າວໜ້າ” ທີ່​
ເຫັນ​ມາ​ນັ້ນ​ ຈະປ່ອຍໃຫ້​ມອດ​ດັບໄປ​ບໍ່​ໄດ້ ​ແຕ່​ຕ້ອງໃຫ້​ກາຍ​ມາ
​ເປັນ “​ແສງ​ສະຫວ່າງຂອງ​ດາວ​ເໜືອ” ໃຫ້ແກ່​ປະຊາຊົນ​ທັງ​ຊາດ.

ນອກ​ນີ້ ຜູ້ນໍາ​ສະຫະລັດ ຍັງ​ໄດ້​ກ່າວ​ເຖິງ​ການເປັນ​ເຈົ້າ​ຂອງ​ດິນ
ດອນ​ ​ແລະ​ເສລີພາບໃນ​ການ​ໂຮມການ​ຊຸມ​ນຸມ ​ແລະ​ການ​ປາກ​ເວົ້າ​ຢ່າງ​ເສລີ. ທ່ານ​ຍັງໄດ້ຮຽກ
ຮ້ອງ​ໃຫ້​ຢຸດ​ຕິ ຄວາມຮຸນແຮງໃນ​ມຽນມາ ໂດຍກ່າວ​ເຖິງ​ການ​ນອງ​ເລືອດລະຫວ່າງຊົນ​ເຜົ່າ ທີ່​ມີການປະ​ທະ​ກັນ​ລະຫວ່າງ ຊາວ​ພຸດ Rakhine ​ແລະ​ຊາວ​ມຸສລິ​ມ Rohinya ນັ້ນ.

ເບິ່ງປະມວນພາບ ການຢ້ຽມຢາມມຽນມາ ຂອງ ປ. ໂອບາມາ

​ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້ ທ່ານ Obama ​ໄດ້​ພົບ​ປະກັນຄົນ​ລະ​ເທື່ອ​ກັບ ປະທານາທິບໍດີ Thien Sein ​ແລະ​ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ​ນາງ Aung San Suu kyi ​ໃນ​ນະຄອນ​ຢ່າງ​ກຸ້ງ.

ຫລັງ​ຈາກ​ການ​ພົບ​ປະກັນ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ ທ່ານ Obama ​ໂດຍມີ​ປະທານາທິບໍດີ Thein
Sein ຢືນ​ຢູ່​ຄຽງຂ້າງ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຄວາມ​ຄືບ​ໜ້າ​ຂອງປະຊາທິປະ​ໄຕ ​ແລະ
​ການ​ປະຕິ​ຮູບ​ເສດຖະກິດ ​ໃນປະ​ເທດເອເຊຍອາ​ຄະ​ເນແຫ່ງນີ້ ສາມາດ​ນໍາພາ​ໄປ​ສູ່ໂອກາດໃນ
ການພັດ​ທະ​ນາ​ທີ່ໜ້າ​ອັດສະຈັນໄດ້. ທ່ານ​ກ່າວ​ເພີ້​ມ​ເຕີມ​ອີກ​ວ່າ ທ່ານ​ຫວັງ​ວ່າ ຈະ​ມີໂອກາດ
ໄດ້​ມາ​ “ຢ້ຽມຢາມ​ອີກ ຍາມໃດຍາມນຶ່ງ ​ໃນ​ອະນາ​ຄົດ.”

ໃນ​ເວລາ​ຕໍ່​ມາ ຜູ້​ນໍາ​ອາ​ເມຣິກາໄດ້​ພົບ​ກັບ ທ່ານ​ນາງ Aung San Suu Kyi ຊຶ່ງ​ເປັນຜູ້​ນໍາ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ ທີ່​ບ້ານ​ພັກ​ຂອງ​ທ່ານ ​ໃນ​ນະຄອນ​ຢ່າງ​ກຸ້ງ. ຫລັງ​ຈາກ​ການ​ພົບປະກັນ ຜູ້​ໄດ້​ຮັບ​ລາງວັນ​ Nobel ສັນຕິ​ພາບ ທັງ​ສອງ​ທ່ານ ​ໄດ້​ຮ່ວມ​ກັນ​ຖະ​ແຫລ​ງ ຂ່າວ. ທ່ານ Obama ​ໄດ້​ກ່າວ​ຕໍ່​ ບັນດານັກ​ຂ່າວ​ວ່າ ທ່ານ​ເຫັນ​ຮ່ອງຮອຍ​ທີ່ໃຫ້ກໍາລັງໃຈ ໃນ​ປະ​ເທດ
ດັ່ງກ່າວ ​ໃນ​ປີ​ທີ່​ຜ່ານ​ມາ ຮວມ​ທັງການ​ປ່ອຍ​ໂຕ ທ່ານ​ນາງ Aung San Suu Kyi ອອກ​ຈາກ​ການ​ກັກ​ບໍຣິ​ເວນ ​ແລະ​ການ​ເລືອກຕັ້ງເອົາ​ທ່ານ​ນາງ ​ເຂົ້າ​ໄປນັ່ງຢູ່ໃນ​ສະພາ.

ເບິ່ງວີດິໂອການກ່າວຄໍາປາໄສຂອງທ່ານໂອບາມາ ທີ່ນະຄອນຢ່າງຸກ້ງ


XS
SM
MD
LG