ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ແຕ່ງຕັ້ງ ພົນເຮືອໂທ Rogers ເປັນຫົວໜ້າ ອົງການ NSA


 ນາຍ​ພົນໂທກອງທັບເຮືອ Michael S. Rogers.
ນາຍ​ພົນໂທກອງທັບເຮືອ Michael S. Rogers.
ທໍານຽບຫ້າ​ແຈກ່າວ​ວ່າ ປະທານາທິບໍດີສະຫະລັດ ທ່ານ Barack
Obama ​ໄດ້​ສະ​ເໜີແຕ່ງຕັ້ງ ​ໃຫ້ນາຍ​ພົນໂທ ກອງທັບເຮືອ Mi-
chaelRogers ​ເປັນ​ຫົວໜ້າ ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດຫລື
NSA ຄົນຕໍ່ໄປຂອງສະຫະລັດ.

ຖ້າ​ຫາກ​ ໄດ້ຮັບການຢືນຢັນ ຈາກສະພາ​ສູງແລ້ວ ​ພົນ​ເຮືອໂທ
Rogers ​ອະດີດ​ຜູ້​ອໍານວຍ​ການ​ສືບ​ລັບຂອງຄະນະ​ເສນາ​ທິການ​
ຮ່ວມຂອງກອງ​ທັບສະຫະລັດ ກໍຈະ​ເຂົ້າຮັບໜ້າທີ່ ແທນ​ນາຍ​ພົນ
Keith Alexander ຈາກກອງທັບບົກ.

ພົນ​ເຮືອໂທ Rogers ຍັງ​ຈະ​ເຂົ້າກໍາ​ຕໍາ​ແໜ່​ງຫົວໜ້າ​ບັນຊາ​ການ ດ້ານສົງຄາມອິນ​ເຕີ​ແນັດ
ຂອງສະຫະລັດນຳດ້ວຍ.

ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະລັດໄດ້​ເກີດ​ບັນຫາຢ່າງໃຫຍ່ຍ້ອນທ້າວ Snowden ອະດີດພະນັກງານສັນຍາຈ້າງ ທີ່​ໄດ້​ເປີດ​ເຜີຍ ໂຄງການສີ້​ງຊອມ​ລັບໆ ທີ່​ເກັບ​ກໍາ​ເອົາ​ຂໍ້ມູນ
ກ່ຽວກັບການ​ໃຊ້ໂທລະສັບ ​ແລະ​ອິນ​ເຕີ​ແນັດ ຢູ່​ທົ່ວ​ໂລກ.

ທ່ານ Obama ​ໄດ້ປະຕິ​ເສດ ​ຕໍ່ການສະເໜີແນະ ທີ່ຢາກໃຫ້ທ່ານ ​ເລືອກ​ເອົາ​ພົນລະ​ເຮືອນ​
ເປັນ​ຫົວໜ້າອົງການ ​ທີ່​ພວມປະສົບກັບບັນຫາດັ່ງກ່າວນີ້.


XS
SM
MD
LG