ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ໂອບາມາ ກ່າວວ່າ ບໍລິສັດນໍ້າມັນ ແລະແກັສທໍາມະຊາດ ໄດ້ຮັບກໍາໄລສູງ (ເບິ່ງວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກໍາລັງອະທິບາຍກ່ຽວກັບພະລັງງານ ທີ່ລັດນີວແຮມເຊີ ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດໃນວັນ ທີ 1 ມີນາ ປີ 2012.
ປະທານາທິບໍດີບາຣັກ ໂອບາມາ ກໍາລັງອະທິບາຍກ່ຽວກັບພະລັງງານ ທີ່ລັດນີວແຮມເຊີ ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດໃນວັນ ທີ 1 ມີນາ ປີ 2012.

ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວແນໃສ່​ບັນດາ​ບໍລິສັດນໍ້າມັນແລະ
ແກັສທຳ​ມາ​ຊາດວ່າ ​ເຂົາ​ເຈົ້າ​ພາກັນ​ໄດ້​ຮັບ​ຜົນ​ກໍາ​ໄລສູງ ​ເຖິງ​ແມ່ນ​ວ່າ​ຜູ້​ບໍລິ​ໂພ​ກພາກັນ
ຈ່າຍ​ຄ່າ​ນໍ້າມັນ​ແພງຂຶ້ນ​ສຳ​ຫຼັບ ລົດ ​ແລະໃຊ້ອາຍ​ອຸ່​ນພາຍ​ໃນ​ເຮືອນ​ເຂົາ​ເຈົ້ານັ້ນ.

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງໃນ​ວັນ​ພະຫັດວານ​ນີ້​ ຕໍ່​ສະມາຊິກ​ສະພາໃຫ້​ຢຸດ
ເຊົາການຊ່ວຍ​ເຫລື​ອ​ເກື້ອກູນຈໍາ​ນວນ​ສີ່ຕື້ໂດ​ລາ ແກ່​ບໍລິສັດນໍ້າມັນແລະ​ແກັສທຳ​ມະ​ຊາດ ​
ໂດຍ​ກ່າວວ່າ ພວກ​ບໍລິ​ສັດ​ເຫລົ່າ​ນີ້​ພາກັນໄດ້​ຮັບກໍາ​ໄລ​ສູງເປັນ​ປະຫວັດ​ການ​ເຖິງ​ແມ່ນ​ວ່າ
ໄດ້​ເກີດ​ຄວາມ​ວຸ້ນວາຍ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ ທີ່​ເຮັດ​ໃຫ້​ຄ່າ​ນໍ້າມັນ​ຖີບ​ໂຕ​ຂື້ນ​ສູງ​.

ພ້ອມ​ນີ້ ທ່ານ​ຍັງ​ໄດ້ກ່າວ​ຕອບ​ໂຕ້​ຕໍ່ສະມາຊິກ​ສະພາ​ພັກ​ຣີພັບ​ລິກັນ​ ທີ່​ກ່າວ​ຫາ​ທ່ານວ່າ​
ບໍ່​ປ່ອຍ​ໃຫ້​ມີການ​ຜະລິດນໍ້າມັນ​ແລະ​ແກັ​ສພາຍ​ໃນ​ປະ​ເທດ ຊຶ່ງທ່ານ​ກ່າວ​ຕໍ່​ພວກ​ຜູ້ຟັງ​ທີ່
ລັດນີວ​ແຮມ​ເຊີ ໃນພາກ​ຕາ​ເວນ​ອອກ​ສຽງ​ເໜືອ ​ຂອງ​ສະຫະລັດວ່າ “ຖ້າ​ມີ​ຜູ້​ໃດກໍ​ຕາມ​
ບອກທ່ານ​ວ່າ ພວກ​ເຮົາ​ສາມາດ​ເຈາະ​ນໍ້າມັນໃຊ້​ ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້ ​ແມ່ນ​ບໍ່​
ຮູ້​ວ່າ​ເຂົາ​ເຈົ້າເວົ້າ​ຫຍັງ ຫລື​ວ່າບໍ່​ບອກ​ຄວາມ​ຈິງ​ໃຫ້​ແກ່​ທ່ານ.”

ລາ​ຄ່າ​ນໍ້າມັນ​ໄດ້​ຖີີບ​ໂຕຂື້ນຢ່າງ​ວອງໄວ​ ໃນຫລາຍ​ອາທິດ​ທີ່​ຜ່ານ​ມາ​ນີ້ ​ແລະ​ຄາດ​ວ່າ
ຈະເພີ້​ມຂື້ນ​ໄປ​ອີກກ່ອນໜ້າ​ລະດູ​ຮ້ອນ​ຂອງ​ການ​ຂັບ​ລົດ​ ​ຈະ​ມາ​ເຖິງ​ນີ້.

ເບິ່ງວີດີໂອ ພວກໃຊ້ຍວດຍານພາຫະນະໃນສະຫະລັດ ບໍ່ພໍໃຈກັບພວກນັກ
ການເມືອງ ກ່ຽວກັບລາຄານໍ້າມັນທີ່ແພງຂຶ້ນ

ທ່ານ​ໂອ​ບາ​ມາກ່າວ​ວ່າ ນັບ​ຕັ້ງ​ແຕ່​ທ່ານ​ໄດ້ເຂົ້າຮັບ​ໜ້າ​ທີ່​ເປັນ​ຕົ້ນ​ມາການ​ກາງ​ຕໍ່​ອາ​ໄສ
ນໍ້າມັນ​ຈາກ​ຕ່າງປະ​ເທດໄດ້​ລົດ​ລົງໃນ​ແຕ່ລະ​ປີ. ທ່ານ​ກ່າວ​ອີກ​ວ່າລັດຖະບານ​ຂອງ​ທ່​ານ​
ໄດ້​ເປີດການ​ຄົ້ນ​ຫາ​ບໍ່​ນໍ້າມັນ​ແລະ​ແກັສທຳ​ມະ​ຊາດ ໃນ​ພື້ນທີ່ຫລາຍລ້ານເຮັກ​ຕາ​ແຕ່​ວ່າ
ສະຫະລັດ​ຈະ​ຕ້ອງດຳ​ເນີນ​ການ​ນຳ​ໃຊ້ພະລັງງານ​ທີ່​ສະອາດ​ເຊັ່​ນວ່າພ​ະລັງ​ງານລົມ​ແລະ ​
ພະລັງງານ​ຈາ​ກແສງຕາ​ເວັນ​ເປັນຕົ້ນ.

ບັນດາ​ຜູ້ສະມັກ​ປະທານາທິບໍດີ ​ຂອງ​ພັກຣີພັບ​ບລີ​ກັນ ​ໄດ້​ຕຳ​ໜິຕິຕຽນ​ທ່ານ​ໂອບາ​ມາ
ທີ່​ໄດ້​ຂັດຂວາງ​ການ​ສ້າງ​ທໍ່​ລຳລຽງ​ນໍ້າມັນ​ຂະໜາດ​ຍາວ​ແຕ່​ກາ​ນາ​ດາ ຜ່ານຫຼາຍໆ​ເຂດ​ ​
ໄປ​ຫາ​ພາກ​ໃຕ້​ຂອງ​ສະຫະລັດ. ແຕ່ໃນຕົ້ນອາທິດນີ້ທຳນຽບຂາວໄດ້ກ່າວຊົມເຊີຍຂໍ້ສະ
ເໜີໃໝ່ຂອງບໍລິສັດ TransCanada ທີ່ຈະສ້າງບາງສ່ວນຂອງທໍ່ນໍ້າມັນດັ່ງກ່າວຜ່ານ
ບາງເຂດໃນພາກໃຕ້ຂອງສະຫະລັດ ຂະນະທີ່ບໍລິສັດດັ່ງກ່າວສືບຕໍ່ຊອກຫາຊ່ອງທາງ
ເພື່ອ ສ້າງສ່ວນໃຫຍ່ຂອງທໍ່ນໍ້າມັນນີ້ເຊື່ອມຕໍ່ໃສ່ບໍ່ນໍ້າມັນຂອງຕົນໃນແຂວງ Alberta.

XS
SM
MD
LG