ຈົ່ງລົງຈາກອໍານາດ ແລະກ່າວວ່າ ການເຄື່ອນໄຫວ ຫຼືການນໍາ
ໃຊ້ອາວຸດເຄມີໃດໆໂດຍລັດຖະ ບານຊີເຣຍນັ້ນ ຈະປ່ຽນແປງ
ທ່າທີຂອງສະຫະລັດທີ່ມີຕໍ່ຊີເຣຍນັ້ນຢ່າງເດັດຂາດ.
ຄວາມເຫັນດັ່ງກ່າວຂອງປະທານາທິບໍດີໂອບາມາ ແມ່ນມີຂຶ້ນໃນ
ລະຫວ່າງການປາກົດຕົວໂດຍບໍ່ໄດ້ບອກໃຫ້ຮູ້ລ່ວງໜ້າ ທີ່ຫ້ອງ
ຖະແຫຼງ ຂ່າວປະຈໍາວັນຂອງທໍານຽບຂາວ ຊຶ່ງເຫດຜົນສ່ວນນຶ່ງ
ກໍແມ່ນມາຈາກການຈົ່ມວ່າຂອງວົງການສື່ມວນຊົນ ທີ່ວ່າທ່ານ
ໄດ້ຫຼີກລ່ຽງການໃຫ້ ສໍາພາດຂ່າວເປັນປະຈໍານັ້ນ.
ເມື່ອຖືກຊັກຖາມກ່ຽວກັບສະຖານະການໃນຊີເຣຍນັ້ນ ທ່ານໂອບາມາເວົ້າວ່າ ຈົນເຖິງປັດຈຸບັນນີ້ ປະທານາທິບໍດີຊີເຣຍ ທ່ານ Assad ກໍຍັງບໍ່ຮັບ ຮູ້ວ່າ ຕົນໄດ້ສູນເສຍຄວາມຖືກຕ້ອງຕາມກົດໝາຍໃນການປົກຄອງປະເທດນັ້ນໄປແລ້ວ ແລະຈະຕ້ອງໄດ້ລາອອກ.
ທ່ານໂອບາມາເວົ້າວ່າ: “ປະຊາຄົມໂລກແມ່ນໄດ້ສົ່ງສານອັນແຈ້ງຂາວ ໄປແລ້ວວ່າ ແທນທີ່ຈະນໍາພາປະເທດຊາດຂອງທ່ານເຂົ້າສູ່ສົງຄາມກອງເມືອງນັ້ນ ທ່ານອັດຊາດຄວນຈະ
ເຄື່ອນໄຫວໄປສູ່ທິດທາງຂອງການຫັນປ່ຽນທາງການເມືອງກັນເສຍ. ແຕ່ມາຮອດຂັ້ນນີ້ ແລ້ວ ຄວາມເປັນໄປໄດ້ໃນການທີ່ ທ່ານອັດຊາດຈະລົງ ຈາກອໍານາດໄປງ່າຍໆນັ້ນ ແມ່ນ
ຍັງໄກຢູ່.”
ທ່ານໂອບາມາ ໄດ້ເອີ່ຍເຖິງການຊ່ວຍເຫຼືອດ້ານມະນຸດສະທໍາແລະຢ່າງອື່ນໆອີກ ທີ່ສະຫະລັດແລະບັນດາພາຄີນານາຊາດໄດ້ສະໜອງໃຫ້ແກ່ຝ່າຍຄ້ານຊີເຣຍນັ້ນ ໂດຍກ່າວຕື່ມວ່າ ເລຶ່ອງນີ້ແມ່ນຈະດໍາເນີນສືບຕໍ່ໄປ ໂດຍສະເພາະການຊ່ວຍເຫຼືອຊາວອົບພະຍົບ ທີ່ຫຼົບໜີຈາກການສູ້ລົບກັນນັ້ນ.
ທ່ານໂອບາມາເວົ້າວ່າ ການຊ່ວຍເຫຼືອດັ່ງກ່າວຍັງມີໂຮມທັງການປຶກສາຫາລືກັບຝ່າຍຄ້ານ ກ່ຽວກັບການໂອນອໍານາດທາງການເມືອງທີ່ອາດມີຂຶ້ນນັ້ນນໍາ ໂຮມທັງການພິດຈາລະນາເຖິງຫຼັກການຕ່າງໆທີ່ຄວນຈະຍຶດ ໝັ້ນ ໃນການເຄົາລົບນັບຖືພວກຊົນກຸ່ມນ້ອຍແລະສິດສິມະນຸດໃນຊີເຣຍ.
ທ່ານໂອບາມາກ່າວຕໍ່ໄປວ່າ ທ່ານຍັງບໍ່ໄດ້ອອກຄໍາສັ່ງໃຫ້ເຂົ້າໄປພົວພັນທາງທະຫານຢູ່ໃນ
ຊີເຣຍເທື່ອ ແຕ່ທ່ານກ່າວວ່າ ຂະນະນີ້ສະຫະລັດແລະບັນດາພັນທະມິດ ກໍາລັງສິ້ງຊອມຕິດ
ຕາມເບິ່ງສະຖານະການໃນຊີເຣຍຢູ່ຢ່າງໃກ້ຊິດ ໂດຍກ່າວຕື່ມວ່າ ການເຄື່ອນໄຫວໃດໆ ຫຼືການນໍາໃຊ້ອາວຸດເຄມີຂອງລັດຖະບານຊີເຣຍນັ້ນ ແມ່ນຈະປ່ຽນແປງການຄໍານວນຂອງທ່ານ.
ທ່ານໂອບາມາກ່າວວ່າ: “ພວກເຮົາໄດ້ລວບລວມແຜນການຮັບມືສຸກເສີນ ຫລາຍດ້ານໄວ້ແລ້ວ. ພວກເຮົາໄດ້ສື່ສານຢ່າງແຈ່ມແຈ້ງ ໂດຍບໍ່ມີຂໍ້ສົງໄສໃດໆ ກັບຜູ້ທີ່ມີບົດບາດທຸກໆຝ່າຍຢູ່ໃນຂົງເຂດວ່າ ເລື່ອງນີ້ແມ່ນຂີດແດງ ຄືຄວາມເປັນຫ່ວງຂັ້ນສຸດຂີດ ສໍາລົບພວກເຮົາ ແລະມັນຈະມີຜົນຮັບຕາມມາທີ່ໜັກໜ່ວງທີ່ສຸດ ຖ້າຫາກ ວ່າພວກເຮົາເລີ່ມເຫັນການເຄື່ອນໄຫວ ໃນດ້ານອາວຸດເຄມີ ຫລືການນໍາໃຊ້ອາວຸດເຄມີ ແລະນັ້ນແມ່ນຈະປ່ຽນແປງການຄິດໄລ່ຂອງຂ້າພະເຈົ້າ ຢ່າງສໍາຄັນທີ່ສຸດ.”
ທ່ານໂອບາມາກ່າວຕໍ່ໄປວ່າ ສະຫະລັດບໍ່ຕ້ອງການຢາກໃຫ້ມີສະຖານະການ ທີ່ວ່າອາວຸດເຄມີຕ່າງໆໄປຕົກເຖິງມືຂອງພວກຄົນພານ ແລະກ່າວຕື່ມອີກວ່າ ວໍຊິງຕັນໄດ້ຖະແຫລງໃຫ້ຮູ້ ກ່ຽວກັບຂີດແດງຫຼືຄວາມເປັນຫ່ວງຂັ້ນສຸດຂີດດັ່ງກ່າວຢ່າງແຈ້ງຂາວໄປແລ້ວຕໍ່ລັດຖະບານຂອງທ່ານອັດຊາດ ແລະບັນດາຜູ້ມີບົດບາດອື່ນໆ ຢູ່ໃນຂົງເຂດນັ້ນ.
ປະທານາທິບໍດີໂອບາມາກ່າວຕື່ມວ່າ ບັນດາພັນທະມິດຂອງສະຫະລັດໃນຂົງເຂດ ໂຮມ ທັງ ອິສຣາແອລກໍມີຄວາມເປັນຫ່ວງ ກ່ຽວກັບອາວຸດເຄມີແລະອາວຸດເຊື້ອໂຣກຢູ່ໃນຊີເຣຍນັ້ນ
ຄືກັນ.
ນອກນີ້ແລ້ວ ທ່ານໂອບາມາ ຍັງໄດ້ໃຫ້ຄວາມເຫັນກ່ຽວກັບເຫດການສັງຫານທະຫານຂອງສະຫະລັດແລະຂອງເນໂຕ້ ບັ້ນລ່າສຸດ ໂດຍກໍາລັງຮັກສາຄວາມປອດໄພຂອງອັຟການີສ ຖານນັ້ນ. ໃນປີນີ້ ມາຮອດປັດຈຸບັນ ມີທະຫານຂອງກໍາລັງປະສົມ ຢ່າງໜ້ອຍ 39 ຄົນ ໄດ້ຖືກສັງຫານໃນການໂຈມຕີແບບນັ້ນ.
ທ່ານໂອບາມາກ່າວວ່າ ທ່ານມີຄວາມເປັນຫ່ວງຢ່າງສຸດຊື້ງ ແລະວ່າທ່ານຈະທໍາການສົນທະ ນາຫາລືກັບປະທານາທິບໍດີຮາມິດກາຊາຍ ກ່ຽວກັບບັນຫານີ້. ປະທານາທິບໍດີໂອບາມາເວົ້າອີກວ່າ ນອກນີ້ແລ້ວ ທ່ານຍັງໄດ້ໂອ້ລົມເລື່ອງນີ້ ກັບນາຍພົນ Martin Dempsey ປະທານເສນາທິການຮ່ວມກອງທັບສະຫະລັດ ທີ່ໄດ້ເດີນທາງໄປອັຟການີ ສຖານໃນຕົ້ນອາທິດນີ້ ເພື່ອປະຊຸມກັບບັນດາເຈົ້າໜ້າທີ່ອັຟການີສຖານແລະເນໂຕ້.