ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ໂອບາມາ ເດີນທາງໄປ ສະວີເດັນ ແລະຣັດເຊຍ (ວີດິໂອ)


Obama Sweden
please wait
Embed

No media source currently available

0:00 0:00:56 0:00

ທ່ານໂອບາມາ ເດີນທາງໄປເຖິງ ນະຄອນຫລວງສະຕອ໊ກໂຮມ ຂອງປະເທດສະວີເດັນ, ວັນທີ 4 ກັນຍາ 2013.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ເດີນ​
ທາງອອກຈາກ ນະຄອນຫລວງວໍ​ຊິງ​ຕັນ ໄປ​ຕ່າງປະ​ເທດ ເປັນ​
ເວລາ​ສາມ​ວັນ ​ໂດຍຈະຢຸດ​ແວ່​ທີ່ ປະ​ເທດສະ​ວີເດັນ ​ແລະ​ຣັດ
​ເຊຍ ບ່ອນ​ທີ່​ທ່ານ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດຂອງ​ກຸ່ມ
G-20 ປີ​ນີ້.

ປະທານາທິບໍດີ Obama ​ໄດ້​ຂື້ນ​ເຮືອບິນ​ໄປ ປະ​ເທດສະ​ວີເດັນໃນ​ຕອນ​ແລງ​ວັນ​ອັງຄານວານ​ນີ້ ຫລັງ​ຈາກ​ໄດ້​ປະຊຸມ​ກັບ​ບັນດາ​ຜູ້ນໍາ ລັດຖະສະພາ ເພື່ອຊອກຫາການ
ສະໜັບສະໜູນ​ ​ແກ່ການປະ​ຕິ​ບັດ​ງານທາງ​ທະຫານ​ຕ້ານຊີເຣຍ. ​

ໃນລະຫວ່າງການ​ປະຊຸມ​ສຸດ​ຍອດ​ຢູ່ນະຄອນ St Petersburg ປະ​ເທດຣັດເຊຍ ​ໃນ​ວັນ​ພະຫັດ​ ​ແລະ​ວັນ​ສຸກນັ້ນ ຄາດ​ວ່າທ່ານ Obama ຈະ​ຊອກ​ຫາ​ການ​ສະໜັບສະໜູນ ຈາກ​ນາໆ​ຊາດ ສໍາລັບອັນ​ທີ່​ທ່ານ​ອະພິ​ບາຍ​ວ່າ ​ເປັນ​ການ​ໂຈມ​ຕີເປົ້າ​ໝາຍສະ​ເພາະ ​ນັ້ນ.

​ມາ​ຮອດ​ປັດ​ຈຸ​ບັນ ປະ​ທາ​ນາ​ທິບໍດີ Francois Holland ຂອງ​ຝຣັ່ງ ​ແລະ ນາຍົກລັດຖະ
ມົນຕີ ​ເທີ​ກີ ທ່ານ Recep Tayyip Erdogan ແມ່ນ​ຮວມ​ຢູ່​ໃນ​ບັນດາ​ພັນທະ​ມິດ ຈໍາ
ນວນ​ບໍ່​ເທົ່າ​ໃດ​ປະ​ເທດ ທີ່​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ ການ​ເອົາບົດບາດທາງ​ທະຫານ
ດັ່ງກ່າວ.

​ການຢຸດ​ແວ່ຢູ່ສະ​ວີ​ເດັນຂອງ ທ່ານ Obama ​ໃນ​ວັນ​ພຸດມື້​ນີ້ ຈະ​ເນັ້ນ​ໜັກ​ໃ​ສ່ບັນຫາ​ຕ່າງໆ​ເຊ່ນ​ວ່າ ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ ກາດ ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ ​ແລະ​ການ​ຄ້າ. ກາ​ນ​ຢ້ຽມ ຢາມ​ຄັ້ງ​ນີ້​ເປັນ​ຂີດ​ໝາຍ​ຄັ້ງ​ທໍາ​ອິດ ​ທີ່ປະ​ທາ​ນາ​ທິບໍດີສະຫະ
ລັດ ທີ່ ​ຢູ່​ໃນ​ຕໍາ​ແໜ່​ງ ​ໄດ້​ທໍາ​ການ​ຢ້ຽມຢາມ ສະ​ວີ​ເດັນ.

​ໃນ​ຂະນະ​ຢູ່​ໃນ​ກຸງ Stockholm ປະທານາທິບໍດີ ສະຫະລັດ ຈະ​ພົບ​ປະ​ກັບ ນາຍົກລັດ
ຖະມົນຕີ ສະ​ວີເດັນ ທ່ານ Frederick Reinfeldt ​ແລະ​ກະສັດ Carl Gustaf ​ພ້ອມ​ກັບບັນດາ​ຜູ້​ນໍາ ຈາກ ປະ​ເທດ ຟິນແລນ ເດັນ​ມາກ ​ໄອ​ສະ​ແລນ ​ແລະ ນໍ​ເວ.

ເບິ່ງວີດິໂອ ຄາດການກ່ຽວກັບ ກອງປະຊຸມສຸດຍອດ ຈີ-20:

Major Discussions on Syria Expected at G20 Summit
please wait

No media source currently available

0:00 0:03:19 0:00
ລິງໂດຍກົງ


U.S. President Barack Obama has arrived in Sweden to begin a three-day foreign trip.

The president's plane, Air Force One, landed at the Stockholm airport, following an overnight flight from Washington.

Mr. Obama was greeted by the U.S. ambassador to Sweden, Mark Brzezinski, Swedish Foreign Minister Carl Bildt and other officials.

Mr. Obama is to meet with Swedish Prime Minister Fredrik Reinfeldt and King Carl XVI Gustaf in Stockholm.

He will also meet with leaders from Finland, Denmark, Iceland and Norway.

Sweden was added to Mr. Obama's itinerary after he cancelled plans to meet with Russian President Vladimir Putin in Moscow before the Group of 20 summit.

Mr. Obama will travel to St. Petersburg, Russia, for the G-20 meetings after leaving Stockholm.
XS
SM
MD
LG