ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈະມີການພະຍາມ ຫ້າມຂາຍ ອາວຸດສົງຄາມ ໃນສະຫະລັດ (ວີດິໂອ)


ບັນດາຜູ້ເຂົ້າຊົມ ການສະແດງອາວຸດປືນ ທີ່ກອງປະຊຸມ ປະຈໍາປີ ຂອງສະມາຄົມ ປືນຍາວແຫ່ງຊາດ.
ບັນດາຜູ້ເຂົ້າຊົມ ການສະແດງອາວຸດປືນ ທີ່ກອງປະຊຸມ ປະຈໍາປີ ຂອງສະມາຄົມ ປືນຍາວແຫ່ງຊາດ.
ທໍານຽບຂາວກ່າວ​ວ່າ ປະທານາທິບໍດີ Barack Obama ​ໃຫ້
ການ​ສະ ໜັບສະ​ໜຸນ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ຟື້ນ
ຟູ​ການ​ຫ້າມ​ຂາຍ​ອາວຸດ​ສົງຄາມ ໃນ​ຂະນະ​ທີ່​ມີ​ການ​ໂຕ້​ຖຽງກັນ
ຂື້ນ​ມາ​ໃໝ່ ຫຼັງຈາກ​ໄດ້ເກີີດ​ການ​ຍິງ​ສັງຫານ​ໝູ່ຄັ້ງ​ໃຫຍ່ ຢູ່ທີ່​
ໂຮງຮຽນ​ແຫ່ງ​ນຶ່ງ​ນັ້ນ.

​ທ່ານ Jay Carney ໂຄສົກຂອງ​ທຳນຽບຂາວ ກ່າວ​ໃນວັນ​ອັງຄານວານ​ນີ້ວ່າ ນອກ​ນັ້ນ ປະທານາທິບໍ​ດີ ​ຍັງເຫັນພ້ອມ​ກັບ​ການ​ປິດ​ຊ່ອງ​ຫວ່າງ ກ່ຽວ​ກັບການວາງສະ​ແດງ​ປືນ ທີ່
​ອະ​ນຸຍາດ​ໃຫ້​ຄົນ​ຊື້​ປືນ​ໄດ້ຈາກບັນດາ​ເອກ​ກະ​ຊົນ ທີ່ເປັນ​ຜູ້​ຊື້ຂາຍໂດຍ​ບໍ່​ຕ້ອງມີການກວດເບິ່ງປະຫວັດ​ເບື້ອງຫລັງ.

ການອະພິ​ປາຍ​ກ່ຽວ​ກັບ​ການ​ຄວບ​ຄຸມອາວຸດ​ປືນໄດ້​ກັບ​ຄືນ​ມາ​ເປັນ​ຂ່າວ ອີກຫລັງ​ຈາກ​ທີ່
​ມີ​ການ​ຍິງ​ກັນຢູ່​ທີ່ໂຮງຮຽນ​ປະຖົມໃນ​ເ​ມື​ອງ Newtown ລັດ Connecticut ​ໃນວັນ​ສຸກ
ແລ້ວ​ນີ້ ບ່ອນ​ທີ່​ມື​ປືນ​ໄດ້​ສັງຫານ​ເດັກ ນ້ອຍ 20 ຄົນ ​ແລະ​ຜູ້​ໃຫຍ່ອີກ 6 ຄົນ.

ສະມາ​ຊິກ​ສະພາ​ສູງລັດ California ທ່ານ​ນາງ Dianne Feinstein ຜູ້​ນໍາສະ​ເໜີ​ໃຫ້ຫ້າມ​
ຂາຍອາວຸດ​ປືນສົງຄາມ ທີ່​ໝົດ​ອາຍຸລົງໃນ​ປີ 2004 ກ່າວ​ວ່າ ທ່ານ​ນາງຈະ​ສະ​ເໜີກົດໝາຍ​
ໃໝ່ອີກ​ ໃນ​ວັນເປີດສະ​ໄໝ​ປະຊຸມລັດຖະສະພາ​ ໃນ​ເດືອນ​ມັງກອນ​ຈະ​ມາ​ເຖິງ​ນີ້. ບັນດາ​ເຈົ້າ​ໜ້າທີ່​ເຊື່ອ​ວ່າ ມື​ປືນ​ອາຍຸ 20 ປີ ທ້າວ Adam Lanza ​ໄດ້​ສັງຫານ​ແມ່ຂອງ​ລາວ ຢູ່​ທີ່ເຮືອນ ​
ແລ້ວ​ນໍາ​ເອົາ​ປືນ​ຈໍານວນ​ນຶ່ງຂອງແມ່​ລາວ ຮວມ​ທັງ​ອາ​ວຸດ​ປືນສົງຄາມ ​ໄປ​ທີ່​ໂຮງຮຽນ.

ຢູ່ໃນ​ຖະ​ແຫລ​ງການ​ໃນ​ວັນ​ອັງຄານວານ​ນີ້ ສະມາຄົມ​ປືນ​ຍາວແຫ່ງ​ຊາດ ຊຶ່ງ​ເປັນ​ອົງການຈັດ​ຕັ້ງ
ທີ່ມີ​ອິດທິພົນ​ສະໜັບສະໜູນ​ການໃຊ້ປືນ ກ່າວ​ວ່າ ຕົນ​ມີ​ສະມາຊິກ​ຢູ່ 4 ລ້ານ​ຄົນ ມັນ​ເປັນ​ທີ່​ຕົກ​ໃຈ ​ເສົ້າ​ສ​ະຫລົດ​ໃຈ ​ແລະ​ຫົວໃຈ​ແຕກ​ສະຫຼາຍ ​ໃນ​ການ​ຍິງ​ກັນ​ທີ່​ເມືອ​ງນິວທາວນັ້ນ. ຖະ​ແຫລ​ງ
ການ​ກ່າວ​ອີກ​ວ່າ ຕົນ​ກໍາລັງ​ຕຽມ​ການສະ​ເໜີ ການ​ປະກອບສ່ວນ​ທີ່ມີຄວາມໝາຍທີ່​ສຸດ ​
ເພື່ອ
​ປ້ອງ​ກັນ​ການ​ສັງຫານ​ໝູ່.

ເບິ່ງວີດິໂອ ລາຍງານການສັງການເດັກນັກຮຽນພາໃຫ້ມີການອະພິປາຍກັນ
ເລື້ອງການຄອບຄຸມອາວຸດປືນ:


Killing of US School Children Sparks Gun Control Discussion
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ
XS
SM
MD
LG