ປະທານາທິບໍດີ ບາຣັກ ໂອບາມາ ໄດ້ເນັ້ນຢ້ຳ ເຖິງຄວາມພະຍາຍາມ ຂອງລັດ ຖະບານ ຂອງທ່ານ ເພື່ອປັບປຸງສະພາບແວດລ້ອມ ໃນລະຫວ່າງ ການຢ້ຽມ ຢາມສວນອຸດທະຍານແຫ່ງຊາດ ໂຢຊິມິຕີ ໃນວັນເສົາວານນີ້ ແຕ່ໄດ້ກ່າວຕື່ມ ຫຼາຍຂຶ້ນວ່າມີ ຄວາມຈຳເປັນຕ້ອງໄດ້ເຮັດ ເພື່ອປົກປັກຮັກສາໄວ້ ຄວາມງົດງາມ ຂອງທຳມະຊາດ ຂອງອຸດທະຍານແຫ່ງນີ້.
ປະທານາທິບໍດີ ພ້ອມດ້ວຍສະຕີໝາຍເລກໜຶ່ງ ທ່ານນາງ ມິແຊລ ໂອບາມາ ແລະ ພວກລູກສາວຂອງເພິ່ນ ນາງ Sasha ແລະ Malia ໄດ້ຂັບລົດຜ່ານເຂົ້າ ປ່າດົງທີ່ໜາແໜັ້ນ ຢູ່ແຄມເສັ້ນທາງຄ້ອຍ ຂອງພູຜາ ໃນຂະນະທີ່ເພີດເພີນໃຈ ກັບທິວທັດອັນງາມທີ່ສຸດ ຂອງພວກຈອມພູ ທີ່ປົກຄຸມໄປດ້ວຍຫິມະ ແລະຮ່ອມ ພູທີ່ຂຽວສົດ ຢູ່ໃນອຸດທະຍານແຫ່ງຊາດທີ່ເກົ່າແກ່ທີ່ສຸດນີ້.
ໃນການຢຸດແວ່ຢູ່ລະດັບສູງຂອງສວນ ຄອບຄົວໂອບາມາ ໄດ້ລົງອອກຈາກ ຂະບວນລົດຂອງພວກເພິ່ນ ແລະ ໄດ້ເລີ້ມອອກເດີນທາງ ເປັນເວລາໜຶ່ງຊົ່ວ ໂມງຜ່ານປ່າດົງພົງໄພສ່ວນໜຶ່ງ ຂອງ Yosemite ໂດຍປາດສະຈາກກ້ອງ ຖ່າຍຮູບ ແລະ ພວກນັກຂ່າວ ໃນຂະນະທີ່ພວກເພິ່ນໄດ້ຍ່າງເຂົ້າໄປ ໃນສະ ພາບທີ່ຂ້ອນຂ້າງເປົ່າປ່ຽວ. ການທ່ຽວຊົມສວນ Yosemite ໄດ້ເປັນສ່ວນໜຶ່ງ ຂອງທ້າຍສັບປະດາວັນພັກຂອງພໍ່ ຊຶ່ງເປັນການທັດສະນາຈອນຂອງຄອບຄົວ ແລະ ກາສະເຫລີມສະຫລອງ ການຄົບຮອບ 100 ປີ ຂອງລະບົບສວນ ອຸດທະ ຍານແຫ່ງຊາດ.
ສວນ Yosemite ທີ່ມີເນື້ອທີ່ກວ້າງເຖິງ 3,000 ຕາລາງກິໂລແມັດ ທີ່ສ່ວນໃຫຍ່ ເປັນປ່າທຳມະຊາດ ແລະທິວທັດທີ່ສວຍສົດງົດງາມຂອງມັນນັ້ນ ແມ່ນເປັນແຫ່ງ ໜຶ່ງທີ່ດຶງດູດ ຜູ້ໄປທ່ຽວຊົມຫຼາຍທີ່ສຸດ ທັງຈາກສະຫະລັດ ແລະ ຕ່າງປະເທດ.
ເບິ່ງວີດີໂອ ກ່ຽວກັບ ເລື່ອງນີ້
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
President Barack Obama stressed his administration's efforts to improve the environment during a visit to Yosemite National Park Saturday, but said much more needs to be done to safeguard the natural beauty of such preserves.
The president, first lady Michele Obama and their daughters, Sasha and Malia, drove through dense forest on steep mountain roads, enjoying breathtaking views of snow-capped peaks and lush valleys in the nation's oldest national park.
Stopping at a high elevation, the Obamas alighted from their motorcade and set out on an hourlong trek through a wilderness section of Yosemite, leaving cameras and reporters behind as they walked in relative solitude. The Yosemite visit was part of a Father's Day weekend excursion for the family, and a celebration of the 100th anniversary of America's national park system.
Yosemite, over 3,000 square kilometers in size of mostly undeveloped wilderness, and its scenic beauty is one of the top U.S. attractions for Americans and foreign visitors alike.