ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຢ້ຳເຖິງ ການຮ່ວມມື ໃນການໂອ້ລົມ ທາງໂທລະສັບ ກັບຜູ້ນຳຈີນ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສ ກ່ຽວກັບເສດຖະກິດ ໃນຂະນະທີ່ໄປຢ້ຽມຢາມ ເມືອງ Austin ຢູ່ລັດ Texas ເມື່ອວັນທີ 10 ກໍລະກົດ 2014.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສ ກ່ຽວກັບເສດຖະກິດ ໃນຂະນະທີ່ໄປຢ້ຽມຢາມ ເມືອງ Austin ຢູ່ລັດ Texas ເມື່ອວັນທີ 10 ກໍລະກົດ 2014.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ທ່ານຕ້ອງການ
ຢາກໃຫ້ຄວາມສຳພັນລະຫວ່າງສະຫະລັດກັບຈີນຈະໄດ້ຮັບ
ການກຳນົດ ໂດຍການຮ່ວມມືກັນເພີ້ມຕື່ມແລະຈັດການກັບ
ຄວາມບໍ່ເຫັນພ້ອມນຳກັນ ທີ່ດີຂຶ້ນກວ່າເກົ່າ.

ຖະແຫຼງຂ່າວສະບັບນຶ່ງຂອງທຳນຽບຂາວເວົ້າວ່າ ການໃຫ້ຄຳ
ໝັ້ນສັນຍາດັ່ງກ່າວ ໄດ້ມີຂຶ້ນ ໃນລະຫວ່າງທີ່ປະທານາທິບໍດີ
ໂອບາມາ ໂທລະສັບໄປໂອ້ລົມກັບປະທານ ປະເທດຈີນ ທ່ານ
Xi Jinping ໃນມື້ວັນຈັນວານນີ້.

ຖະແຫຼງຂ່າວກ່າວຕື່ມວ່າ ພວກຜູ້ນຳທັງສອງ ຍັງໄດ້ປຶກສາ
ຫາລືກັນ ກ່ຽວກັບບັນຫາທ້າທາຍຕ່າງໆ ຕໍ່ພູມີພາກ ແລະຕໍ່ໂລກນຳດ້ວຍ ຮວມທັງໂຄງ ການນິວເຄລຍ ຂອງອີຣ່ານ ແລະຂອງເກົາຫຼີເໜືອ.

ທ່ານໂອບາມາກ່າວວ່າ ອີຣ່ານຕ້ອງໄດ້ສະແດງໃຫ້ເຫັນວ່າ ໂຄງການນິວເຄລຍຂອງຕົນ
ເປັນໂຄງການ ທີ່ມີຈຸດປະສົງໃນທາງສັນຕິ ໂດຍເປັນການສະເພາະ. ທ່ານໄດ້ຮຽກຮ້ອງ
ໃຫ້ມີການຮ່ວມມືກັນຕື່ມຂຶ້ນ ລະຫວ່າງສະຫະລັດ ແລະຈີນ ໃນການເຈລະຈາທີ່ກຳລັງ
ດຳເນີນໄປ ຢູ່ທີ່ນະຄອນເຈນີວາ.

ທ່ານຍັງໄດ້ກ່າວຢ້ຳເຖິງຄວາມຈຳເປັນ ໃນການປັບປຸງການສື່ສານ ຄົມມະນາຄົມ ແລະ
ການຮ່ວມມືກັບຈີນ ເພື່ອຄ້ຳປະກັນວ່າ ເກົາຫຼີເໜືອປະຕິບັດຕາມຄວາມໝັ້ນໝາຍຂອງຕົນ
ໃນການເຮັດໃຫ້ປະເທດດັ່ງກ່າວປອດອາວຸດນິວເຄລຍນັ້ນ.

ການໂທລະສັບໄປໂອ້ລົມທີ່ວ່ານີ້ ມີຂຶ້ນລຸນຫລັງການເຈລະຈາປະຈຳປີລະຫວ່າງ ເຈົ້າໜ້າທີ່
ຂັ້ນສູງ ຂອງສະຫະລັດແລະຈີນ ທີ່ນະຄອນຫຼວງປັກກິ່ງ ບ່ອນທີ່ທຳນຽບຂາວ ເວົ້າວ່າ ໄດ້ມີ
ການບັນລຸຄວາມກ້າວໜ້າທີ່ສຳຄັນ.

XS
SM
MD
LG