ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ຍັງຕ້ອງໄດ້ເຮັດ ອີກຫຼາຍຢ່າງ ເພື່ອ ປັບປຸງເສດຖະກິດ ໃຫ້ດີຂື້ນ


US Economu Job
please wait
Embed

No media source currently available

0:00 0:01:17 0:00

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ລາຍ​ງານ​ຫລ້າ​ສຸດ​ ກ່ຽວ​ກັບ​ວຽກ​ການເຮັດ ​ໃນສະຫະລັດນັ້ນ
ແມ່ນ “ດີ” ​ແຕ່ວ່າ ຍັງ​ມີ​ວຽກທີ່​ຈະ​ຕ້ອງໄດ້ເຮັດເພີ້​ມ​ອີກ ​ເພື່ອໃຫ້
ຄ່າຈ້າງແລະລາຍ​ໄດ້ຂອງເຂົາເຈົ້າ​ສູງຂື້ນ.

ປະທານາທິບໍດີ ໄດ້ຖະ​ແຫລງ​ໃນ​ວັນ​ພະຫັດວານ​ນີ້​ ຢູ່​ມະຫາວິ
ທະຍາ​ໄລ Wisconsin ທີ່ La Cross ທາງ​ພາກ​ເໜືອ​ຂອງສະ
ຫະລັດ ວ່າ ​ໃນ​ຂະນະ​ທີ່​ປະ​ເທດ ​ໄດ້ບັນທຶກ “64 ​ເດືອນລຽນຕິດ
​ທີ່ວຽກ​ການຂອງພາກເອກ​ກະ​ຊົນ ໄດ້ເພີ້​ມຂື້ນ ແຕ່ກໍຍັງ​ມີ​ຫລາຍ
​ຄົນ​ຮູ້ສຶກ​ວ່າ ​ສະໜາມ​ການ​ຫລີ້ນ ຍັງໜັກໄປໃນທາງ ທີ່ຂ້ອນຂ້າງ
​ຍາກ​ສຳລັບ​ເຂົາ​ເຈົ້າ​ທີ່​ຈະ​ກ້າວໜ້າໄດ້.”

ລາຍ​ງານ​ຂອງ​ກະຊວງ​ແຮງ​ງານສະຫະລັດ ໃນ​ວັນ​ພະຫັດວານນີ້ ສະ​ແດງ​ໃຫ້​ເຫັນ​ວ່າ
ສະຫະລັດ​ໄດ້ເພີ້​ມວຽກ​ງານທັງໝົດ 223,000 ວຽກ​ໃນ​ເດືອນ​ມິ​ຖຸ​ນາ ​ແລະ​ອັດຕາຄົນ​
ຫວ່າງ​ງານ​ໄດ້​ຫລຸດລົງ ຈຸດສອງເປີເຊັນ ເປັນ 5.3 ​ເປີ​ເຊັນ.

ນັ້ນ​ແມ່ນ​ອັດຕາຄົນ​ຫວ່າງ​ງານຕຳ່​ທີ່​ສຸດ ນັບ​ແຕ່​ປີ 2008 ເປັນຕົ້ນມາ ​ເຖິງ​ຢ່າງ​ໃດ​ກໍ​ດີ
ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ອັດຕາຄົນຫວ່າງງານໄດ້ຫລຸດລົງ ສ່ວນນຶ່ງກໍ ​ເພາະວ່າ ຫລາຍ
​ກວ່າ 400,000 ຄົນ ​ໄດ້​ຢຸດເຊົາ ໃນ​ການຊອກ​ຫາ​ວຽກເຮັດ ​ແລະເພາະສະ​ນັ້ນ ບໍ່​ໄດ້​ນັບ
​ເຂົ້າ​ວ່າ​ເປັນ​ຄົນ​ຫວ່າ​ງງານ. ​

US Unemployment Falls to Seven Year Low
please wait

No media source currently available

0:00 0:02:02 0:00

XS
SM
MD
LG