ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ເຕືອນຈີນ ກ່ຽວກັບ ການຂະຫຍາຍໂຕ ຢູ່ ທະເລຈີນໃຕ້


ປະທານາທິບໍດີ Barack Obama ຍິ້ມຕໍ່ບັນດາຜູ້ນຳຊາວໝຸ່ມ ຈາກເອເຊຍອາຄະເນ ທີ່ຢ້ຽມຢາມທຳນຽບຂາວ.
ປະທານາທິບໍດີ Barack Obama ຍິ້ມຕໍ່ບັນດາຜູ້ນຳຊາວໝຸ່ມ ຈາກເອເຊຍອາຄະເນ ທີ່ຢ້ຽມຢາມທຳນຽບຂາວ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້
​ເຕືອນຈີນຢ່າງແຮງ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ໂຄງການ​ຖົມ​
ເກາະດອນຂອງຈີນຢູ່​ທະ​ເລ​ຈີນ​ໃຕ້ ​ເປັນໂຄງການ​ທີ່ບໍ່ສ້າງ
ສັນແລະ​ ເປັນໄພຂົ່ມຂູ່​ຕໍ່ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ຂອງເອ
​ເຊຍ​ອາຄ​ະ​ເນ.

ທ່ານ​ໄດ້​ກ່າວ​ຕໍ່ ບັນດາຜູ້ນຳຊາວ​ໜຸ່ມ​ ຈາກເອ​ເຊຍ​ອາຄະ​
ເນ ທີ່​ມາ​ຢ້ຽມຢາມສະຫະລັດວ່າ ຈຳນວນ​ນຶ່ງມັນອາດຈະ
ແມ່ນວ່າການອ້າງເອົາອຳກຳມະສິດໃນເຂດນ່ານນ້ຳຂອງ
​ຈີນ ແມ່ນຖືກຕ້ອງຕາມກົດໝາຍ.

ທ່ານ Obama ກ່າວ​ ​ໃນ​ຂະນະ​ທີ່​ທ່ານ​ໃຊ້​ແຂນ​ສອກ​ຂອງທ່ານແກວ່ງໄປໃສ່​ໂຕະຕັ້ງກ່າວ ຄຳປາໄສ​ ຢູ່​ທຳນຽບຂາວໂດຍເວົ້າວ່າ “​ແຕ່​ພວກເຂົາ​ເຈົ້າ​ບໍ່​ຄວນຈະ​ສ້າງ​ຕັ້ງ ​ໂດຍອີງຕາມ
​ການແກວ່ງສ​ອກ​ ​ແລະກົດດັນໃຫ້ຜູ້ອື່ນອອກ​ໜີ”.

ຜູ້ນຳ​ຂອງອາ​ເມຣິກັນ ກ່າວ​ວ່າ ສະຫະລັດບໍ່ມີການອ້າງເອົາກຳມະສິດໃນດິນແດນໃດໆ​
ຢູ່​ໃນ​ຂົງ​ເຂດ ​ແຕ່​ວ່າ​ຕ້ອງການຢາກໃຫ້ແກ້ໄຂການອ້າງກຳມະສິດເອົາ ເຂດນ້ຳຂອງຈີນ
ແລະ​ປະ​ເທ​ດອຶ່ນໆ ແບບ​ສັນຕິ​ວິ​ທີ.

ທ່ານກ່າວວ່າ “ພວກ​ເຮົາ​ບໍ່​ແມ່ນ​ພັກ​ຝ່າຍຢູ່່​ໃນ​ບັນຫາຂັດແຍ້ງ ແຕ່​ວ່າ​ພວກ​ເຮົາ​ມີ ສ່ວນ
ໄດ້ສ່ວນເສຍ ເພື່ອເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ບັນ​ຫາເຫລົ່າ​ນີ້​ໄດ້ຮັບແກ້​ໄຂ​ຢ່າງ​ສັນຕິ ໂດຍທາງການ​ທູດ ແລະອີງ​ຕາມມາດຕະຖານທີ່ມີການສ້າງຕັ້ງຂອງ ນາໆຊາດ ແລະ
ຍ້ອນເຫດຜົນດັ່ງກ່າວ ພວກເຮົາຈຶ່ງຄິດວ່າ ການຖົມດິນ ເປັນ ການກະທຳແບບທ້າທາຍ
ຂອງຝ່າຍໃດກໍຕາມ ຢູ່ໃນບໍລິເວນດັ່ງກ່າວແມ່ນ ບໍ່ ສ້າງສັນ.

ທ່ານເວົ້າວ່າ ສະຫະລັດຈະດຳເນີນງານຮ່ວມກັບທຸກໆປະເທດທີ່ເຕັມໃຈ ຈະ ສ້າງຕັ້ງແລະ
ບັງຄັບໃຊ້ຫລັກການແລະກົດລະບຽບຕ່າງໆ ທີ່ຈະສືບຕໍ່ການຂະຫຍາຍໂຕ ແລະຄວາມ
ອຸດົມຮັ່ງມີຢູ່ໃນຂົງເຂດ.

ເບ​ິ່ງວີ​ດີ​ໂອ​ກ່ຽວ​ຂ້ອງ:

US China
please wait
Embed

No media source currently available

0:00 0:02:16 0:00

XS
SM
MD
LG