ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາສູງ ຈະອະພິປາຍ ກ່ຽວ​ກັບ​ໂຄງການ ເກັບກຳຂໍ້ມູນ ເພື່ອຄວາມປອດໄພ​ ແຫ່ງ​ຊາດ


Obama Pressures Senate for Renewal of Surveillance Measures
please wait

No media source currently available

0:00 0:00:46 0:00

ສະຫະລັດ​ ໃນວັນ​ອາທິດ​ມື້​ນີ້ພວມກ້າວໄປສູ່ການ​ປະ​ເຊີນ​ໜ້າກ່ຽວ​ກັບ​ໂຄງການເກັບກຳຂໍ້ມູນຢ່າງລັບໆ ເພື່ອຄວາມປອດໄພ​ແຫ່ງ​ຊາດ, ດ້ວຍ​ການຕິຕຽນຂອງສະມາຊິກສະພາສູງຄົນ​ສຳຄັນ ໂດຍ​ກ່າວ​ວ່າ ລາວ​ຈະ​ບັງຄັບໃຫ້ກົດໝາຍ​ ທີ່​ອະນຸຍາດ​ໃຫ້​ມີ​ການກວດ​ສອບ​ໃນການລົມໂທລະ​ສັບ ​ໂດຍ​ຜູ້​ທີ່​ຖືກ​ສົງ​ໃສ​ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍນັ້ນ ໝົດອາຍຸລົງ​.

ສະມາຊິກ​ສະພາສູງ Rand Paul ທີ່ລົງສະໝັກເປັນປະທານາທິບໍ
ດີຂອງພັກ Republican ໃນປີ 2016, ໄດ້ກ່າວໃນວັນເສົາວານນີ້
ວ່າ ເມື່ອສະພາສູງເປີດປະຊຸມຮອບພິເສດ ໃນວັນອາທິດມື້ນີ້, ລາວ
ຈະໃຊ້ກົດນິຕິບັນຍັດ ເພື່ອອະນຸຍາດໃຫ້ລາວຂັດຂວາງ ຄວາມພະ ຍາຍາມທີ່ຈະເລັ່ງການອະພິປາຍກ່ຽວກັບການຕໍ່ອາຍຸກົດໝາຍສະບັບປະຈຸບັນ ທີ່ໄດ້ໝົດ ອາຍຸໄປແລ້ວໃນຄ່ຳຄືນຂອງວັນອາທິດມື້ນີ້ຫຼືຮອງຮັບເອົາການປະຕິຮູບທີ່ໄດ້ຮັບຜ່ານສະ
ພາຕ່ຳແລ້ວນັ້ນ.

ທ່ານ Paul ຊຶ່ງມີການຂັດແຍ້ງ ກັບສະມາຊິກພັກ Republican ສ່ວນຫຼາຍ ແລະ ສະມາຊິກ ສະພາຂອງພັກ Democrat ຫຼາຍຄົນກ່ຽວກັບການກວດສອບໂຕ້ຕອບວ່າ ກົດໝາຍ ຮັກຊາດ ຫຼື Patriot Act ແມ່ນການລະເມີດສິດທິຄວາມເປັນສ່ວນຕົວຂອງຄົນ ອາເມຣິກັນ ໂດຍການ ອະນຸຍາດໃຫ້ອົງການຄວາມປອດໄພແຫ່ງຊາດ ຫລື NSA ເກັບກຳຂໍ້ມູນຢ່າງກ້ວາງຂວາງ ກ່ຽວກັບໂທລະສັບຂອງພວກເຂົາ ລວມທັງເບີໂທລະສັບທີ່ໄດ້ໂທ ອອກແຕ່ບໍ່ແມ່ນເນື້ອຫາ ສາລະຂອງການໂອ້ ລົມກັນ. ​

ທ່ານປະທານາທິບໍດີ Barack Obama ໄດ້ຮຽກຮ້ອງຢ່າງແຂງຂັນໃຫ້ສະພາສູງຮັບຮອງ ເອົາ ຮ່າງກົດໝາຍວ່າດ້ວຍອິດສະຫຼະພາບ ຫຼື Freedom act ເຊິ່ງໄດ້ຜ່ານການຮອງຮັບຈາກ ລັດຖະສະພາຕ່ຳ ທີ່ອະນຸຍາດໃຫ້ມີການເກັບກຳບັນທຶກສຽງໂທລະສັບຂອງຊາວ ອາເມຣິກັນ ຢ່າງຫຼວງຫຼາຍສິ້ນສຸດລົງ, ແຕ່ອະນຸຍາດໃຫ້ອົງການຄວາມ NSA ຄົ້ນຫາ ບັນທຶກຂໍ້ມູນທີ່ ເກັບກຳໂດຍບໍລິສັດໂທລະສັບເປັນກໍລະນີໆໄປ ເຊິ່ງເປັນການປະຕິຮູບທີ່ ທ່ານໄດ້ກ່າວວ່າ ໄດ້ຖືກກີດຂວາງໂດຍສະມາຊິກສະພາສູງ ພຽງບໍ່ເທົ່າໃດຄົນທໍ່ນັ້ນ.

US Surveillance
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG