ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ກົດດັນ ສະພາສູງ ໃຫ້ຕໍ່ອາຍຸ ມາດຕະການ ຕິດຕາມສິ້ງຊອມ ຂອງອົງການ NSA


ປະທານາທິບໍດີ ໂອບາມາ ພົບປະກັບ ລມຕ ກະຊວງຍຸຕິທຳ ສຫລ ທ່ານນາງ Loretta Lynch ທີ່ທຳນຽບຂາວ (29 ພຶດສະພາ 2015)
ປະທານາທິບໍດີ ໂອບາມາ ພົບປະກັບ ລມຕ ກະຊວງຍຸຕິທຳ ສຫລ ທ່ານນາງ Loretta Lynch ທີ່ທຳນຽບຂາວ (29 ພຶດສະພາ 2015)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ພວມເພີ້ມ
ຄວາມກົດດັນຕໍ່ສະພາສູງສະຫະລັດຊຶ່ງປາກົດວ່າໄດ້ກຳນົດ
ໃຫ້ມີການປະເຊີນໜ້າ ທາງດ້ານການເມືອງ ໃນວັນອາທິດມື້
ອື່ນນີ້ ເວລາສະພາສູງປະຊຸມກັນ ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່
ສິດອຳນາດໃນການຕິດຕາມສິ້ງຊອມທີ່ສຳຄັນບາງສ່ວນຂອງ
ອົງການຄວາມໝັ້ນຄົງແຫ່ງຊາດຫລື NSA ຂອງສະຫະລັດຈະ
ໝົດອາຍຸລົງນັ້ນ.

ກ່ອນທີ່ສະພາທັງສອງຂອງສະຫະລັດ ຈະອອກເດີນທາງໄປ
ພັກເປັນເວລານຶ່ງອາທິດທາງສະພາຕ່ຳໄດ້ຮັບຜ່ານກົດໝາຍ
ວ່າດ້ວຍອິດສະຫຼະພາບຫລື USA Freedom Act ດ້ວຍຄະ
ແນນສຽງອັນຖ້ວມລົ້ນ. ຮ່າງກົດໝາຍທີ່ມີການຜ່ອນສັ້ນຜ່ອນຍາວດັ່ງກ່າວຈະຍຸດຕິການ ເກັບກຳບັນທຶກໂທລະສັບຂອງຊາວອາເມຣິກັນເປັນຈຳນວນຫຼວງຫຼາຍ ແຕ່ອະນຸຍາດໃຫ້ ອົງການ NSA ຊອກຄົ້ນບັນທຶກ ທີ່ບໍລິສັດໂທລະສັບ ເປັນຜູ້ເກັບກຳໄວ້ເຫຼົ່ານີ້ ເປັນກໍລະ ນີໆໄປ.

ປະທານາທິບໍດີໂອບາມາ ໄດ້ຮຽກຮ້ອງຢ່າງແຂງຂັນໃຫ້ສະພາສູງດຳເນີນການຢ່າງວ່ອງ ໄວໃນວັນອາທິດມື້ອື່ນນີ້ ເພື່ອຮັບຮອງເອົາຮ່າງກົດໝາຍຂອງສະພາຕ່ຳດັ່ງກ່າວ ກ່ອນທີ່
ຂໍ້ກຳນົດ 3 ຂໍ້ ຂອງກົດໝາຍຮັກຊາດ USA Patriot Act ທີ່ໄດ້ປະກາດໃຊ້ໃນປີ 2001 ນັ້ນໝົດອາຍຸລົງ. ປະທານາທິບໍດີກ່າວໃນມື້ວັນສຸກວານນີ້ວ່າ ທ່ານໄດ້ພົບປະກັບລັດຖະ ມົນຕີກະຊວງຍຸຕິທຳ ທ່ານນາງ Lorretta Lynch ທີ່ທຳນຽບຂາວເພື່ອຫາລືກ່ຽວກັບບັນ ຫາຕ່າງໆ ຮວມທັງມາດຕະການກ່ຽວກັບອົງການ NSA.

ປະທານາທິບໍດີ ເວົ້າວ່າ ທ່ານຈຳເປັນຕ້ອງໄດ້ເຕືອນໃຫ້ທຸກໆຄົນຮູ້ວ່າ ໃນເວລາທ່ຽງຄືນ ຂອງວັນອາທິດ ອຳນາດຕ່າງໆທີ່ປະຊາຄົມສືບລັບໃຊ້ ເພື່ອຕາມລ່າ ຫາໂຕພວກກໍ່ການ ຮ້າຍຈະໝົດອາຍຸລົງ. ທ່ານກ່າວວ່າທ່ານໄດ້ແຈ້ງເລື້ອງນີ້ໃຫ້ຜູ້ນຳສຽງສ່ວນຫຼາຍຂອງພັກ ຣີພັບບລີກັນ ຢູ່ສະພາສູງທ່ານ Mitch McConnell ຊາບແລ້ວວ່າ ທ່ານຄາດວ່າທາງສະ ພາສູງ ຈະດຳເນີນການຢ່າງວ່ອງໄວ ເພື່ອຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍອິດສະຫຼະ ພາບຂອງສະຫະລັດ. ທ່ານໂອບາມາ ກ່າວວ່າ ມີສະມາຊິກຂອງພັກເດໂມແຄຣັດ ແລະຣີ
ພັບບລີກັນ ທັງຢູ່ໃນສະພາຕ່ຳ ແລະສະພາສູງທີ່ຄິດວ່າ ການປະນີປະນອມກ່ຽວກັບຮ່າງ ກົດໝາຍດັ່ງກ່າວແມ່ນວິທີການທີ່ຄວນເຮັດ. ທ່ານເວົ້າວ່າມີສິ່ງດຽວທີ່ຂວາງທາງຢູ່ກໍຄືສະ ມາຊິກສະພາສູງຈຳນວນນຶ່ງ ທີ່ຕ້ານຢັນຕໍ່ການປະຕິຮູບນີ້.

ປະທານາທິບໍດີ ກ່າວວ່າ ສະຫວັນຄົງບໍ່ອະນຸຍາດໃຫ້ ການໂຈມຕີຂອງພວກກໍ່ການຮ້າຍ ເກີດຂຶ້ນທີ່ສາມາດປ້ອງກັນໄດ້ ຖ້າໂຄງການເຫຼົ່ານີ້ ຫາກມີຜົນບັງຄັບໃຊ້.

US Surveillance Showdown
please wait

No media source currently available

0:00 0:00:46 0:00

XS
SM
MD
LG