ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ລັດຖະສະພາ ໃຫ້ສັດຕະຍາບັນ ແກ່ສົນທິສັນຍາ START


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາພວມກົດດັນໃຫ້ລັດຖະສະພາໃຫ້ສັດຕະຍາ
ບັນ ຕໍ່ສົນທິສັນຍາຫຼຸດກຳລັງອາວຸດຍຸດທະສາດ ທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ START
ນັ້ນ ກ່ອນຈະໄປພັກໃນໂອກາດວັນບຸນຄຣິສຕ໌ມາສແລະປີໃໝ່ຈະມາເຖິງນີ້.

ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ທ່ານໂອບາມາ
ເວົ້າວ່າ ການໃຫ້ສັດຕະຍາບັນ ແກ່ສົນທິສັນຍາດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍຕໍ່ຄວາມ
ໝັ້ນຄົງຂອງປະເທດຊາດ ແລະມັນບໍ່ແມ່ນກ່ຽວກັບການໄດ້ຮັບຄະແນນນິຍົມທາງການ
ເມືອງແຕ່ຢ່າງໃດ.

ທ່ານກ່າວວ່າ ຖ້າປາດສະຈາກສົນທິສັນຍາ ຄວບຄຸມອາວຸດຍຸດທະສາດດັ່ງກ່າວນີ້ແລ້ວສະ
ຫະລັດກໍຈະບໍ່ສາມາດເຂົ້າໄປກວດກາເບິ່ງຄັງອາວຸດນິວເຄລຍ ແຫ່ງຕ່າງໆຂອງຣັດເຊຍໄດ້.

ທ່ານເວົ້າວ່າ ການບໍ່ມີສົນທິສັນຍາດັ່ງກ່າວນີ້ ໄດ້ຫຼຸດນໍ້າໜັກຫຼືຄວາມສຳຄັນ ໃນການຮຽກ
ຮ້ອງຂອງອະດີດປະທານາທິບໍດີ Ronald Reagan ທີ່ໃຫ້ມີຄວາມໄວ້ວາງໃຈແຕ່ຕ້ອງພິ
ສູດເມື່ອເວົ້າເຖິງເລື່ອງອາວຸດນິວເຄລຍ.

ທ່ານໂອບາມາກ່າວວ່າ ອະດີດປະທານາທິບໍດີ Bill Clinton ແລະ George H.W.
Bush ຕະຫຼອດທັງອະດີດ ລັດຖະມົນຕີການຕ່າງປະເທດສະຫະລັດ ທີ່ສັງກັດພັກຣີພັບ
ບລີກັນທຸກໆທ່ານທີ່ຍັງມີຊີວິດຢູ່ຕ່າງກໍໃຫ້ການສະໜັບສະໜຸນຕໍ່ສົນທິສັນຍາ START.

ປະທານາທິບໍດີໂອບາມກ່າວວ່າ ທ່ານຫວັງວ່າລັດຖະສະພາ ຈະສະແດງໃຫ້ເຫັນເຖິງ
ຄວາມປຸ້ມລຸມ ຂອງທັງສອງພັກ ໃນການໃຫ້ສັດຕະຍາບັນຕໍ່ສົນທິສັນຍາສະບັບນີ້ແບບ
ດຽວກັນກັບທີ່ໄດ້ສະແດງໃຫ້ເຫັນ ໃນການຮັບຜ່ານ ແຜນການເສດຖະກິດທີ່ສຳຄັນໃນ
ມື້ວັນສຸກວານນີ້.

XS
SM
MD
LG