ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານນາງ Joni
Ernst ກ່າວວ່າລັດຖະສະພາຊຸດໃໝ່ ທີ່ພັກຂອງທ່ານາງຄວບ
ຄຸມນັ້ນຈະທຳການເພັ່ງເລັງຄືນໃໝ່ໃນການແກ້ໄຂຄວາມເປັນ
ຫ່ວງຂອງປະຊາຊົນອາເມຣິກັ ດ້ວຍການລິເລີ້ມເປົ້າໝາຍໃສ່
ການສ້າງວຽກເຮັດງານທຳ ແລະລົກເລີກກົດໝາຍປະກັນໄພ
ສຸຂະພາບລາຄາຖືກ ທີ່ເປັນລາຍເຊັນ ຂອງປະທານາທິບໍດີ
Obama ນັ້ນ.
ໃນການຖະແຫຼງຕອບທີ່ເປັນປະເພນີ ຕໍ່ປາໃສຕໍ່ສະພາ ແລະປະເທດຊາດຂອງປະທານາ
ທິບໍດີ ໃນຄືນວັນອັງຄານວານນີ້ທ່ານນາງ Ernst ກ່າວວ່າ ສະພາ ໄດ້ປະຕິບັດງານມາ
ຫລາຍປີດ້ວຍ “ການເຫັນດີແລ້ວ” ທີ່ໄດ້ສ້າງ “ຈຸດສຳຄັນໃນການຖະແຫຼງທາງການເມືອງ
ທີ່ບໍ່ເປັນການແກ້ໄຂຢ່າງແທ້ຈິງ.”
ທ່ານນາງ ໄດ້ຢຳ້ຄືນເຖິງ ຄວາມປາດຖະໜາຂອງ ພັກຣີພັບບລິກັນ ທີ່ຈະຕັດການໃຊ້
ຈ່າຍຂອງລັດຖະບານກາງລົງ ແລະສ້າງຄວາມກໍ້າເກິ່ງໃຫ້ງົບປະມານແຫ່ງຊາດ ໃນຂະນະ
ທີ່ຍັງຂະຫຍາຍການພົວພັນທາງເສດຖະກິດຂອງສະຫະລັດ ກັບໂລກ.
ທ່ານນາງ Joni Ernst ກ່າວວ່າ “ມາພາກັນທັບມ້າງສິ່ງກີດຂວາງການຄ້າ ຢູ່ບ່ອນຕ່າງໆ
ຄື ຢູໂຣບ ແລະເຂດປາຊິຟິກ. ມາພາກັນຂາຍໃຫ້ຫລາຍຂື້ນໃນສິ່ງທີ່ເຮົາຜະລິດ ແລະປູກ
ຢູ່ໃນສະຫະລັດຢູ່ທີ່ນັ້ນ ເພື່ອເຮົາຈະສາມາດເສີມຂະຫຍາຍການຜະລິດ ຄ່າຈ້າງ ແລະວຽກການຢູ່ທີ່ນີ້ ຢູ່ບ້ານຂອງເຮົາ.”
ທ່ານນາງ Ernst ຍັງກ່າວວ່າ ສະພາຈະສົນທະນາຊ່ອງທາງ ເພື່ອປະເຊີນໜ້າກັບການກໍ່
ການຮ້າຍ ຮວມທັງບັນດາກຸ່ມເຊັນວ່າ al-Qaida ແລະ ລັດອິສລາມ ໂດຍກ່າວວ່າ ການ
ຂົ່ມຂູ່ເຫລົ່ານີ້ “ບໍ່ສາມາດຈະເປັນຄວາມປາດຖະໜາ”
ທ່ານນາງເວົ້າວ່າ “ກຳລັງຂອງຄວາມຮຸນແຮງ ແລະການກົດຂີ່ ບໍ່ເອົາຫົວຊາຕໍ່ຜູ້ໄຮ້ດຽງສາ ພວກເຮົາຕ້ອງການແຜນການຮອບດ້ານເພື່ອເອົາໄຊຊະນະພວກເຂົາ.”
ສະມາຊິກສະພາສູງ ທີ່ຖືກເລືອກຕັ້ງໃນເດືອນພະຈິກທີ່ຜ່ານມາ ກ່າວວ່າ ລັດຖະສະພາຊຸດ
ໃໝ່ ຍັງຈະດຳເນີນງານເພື່ອຊອກຫາຊ່ອງທາງປ້ອງກັນການໂຈມຕີທາງອິນເຕີແນັດ ແລະ
"ປະເຊີນໜ້າກັບຄວາມມັກໃຫຍ່ໄຝ່ສູງທາງດ້ານນິວເຄລຍຂອງອີຣ່ານ.”
ເບິ່ງຄຳປາໄສຕອບ ຂອງພັກຣີພັບບລີກັນ
Republican U.S. Senator Joni Ernst say the new Congress controlled by her party will have a renewed focus on addressing the concerns of Americans, with intitatives targeting job creation and repealing President Barack Obama's landmark healthcare law.
In giving the traditional response to the president's State of the Union address Tuesday night, Ernst said Congress has worked for years with a "stale mindset" that produced "political talking points, not serious solutions."
She reiterated a Republican desire to cut federal spending and balance the nation's budget, while also expanding America's economic engagement with the world.
"Let's tear down trade barriers in places like Europe and the Pacific.Let's sell more of what we make and grow in America over there so we can boost manufacturing, wages and jobs right here, at home."
Ernst also said congress will discuss ways to confront terrorism, including groups like al-Qaida and the Islamic State, saying those threats "can't just be wished away."
"The forces of violence and oppression don't care about the innocent.We need a comprehensive plan to defeat them."
The senator, who was elected in November, said the new Congress will also work on ways to prevent cyber attacks and to "confront Iran's nuclear ambitions."