ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາ ໂອ້ລົມ ທາງໂທລະສັບ ກັບ ປ.ອີຣ່ານ (ວີດີໂອ)


Iran Nuclear
please wait
Embed

No media source currently available

0:00 0:00:56 0:00
ການໂອ້ລົມທາງໂທລະສັບເປັນເວລາ 15 ນາທີ ລະຫວ່າງປະທາ
ນາທິບໍດີສະຫະລັດແລະປະທານາທິບໍດີອີຣ່ານເຮັດໃຫ້ຄວາມສຳ
ພັນທາງດ້ານການທູດ ທີ່ເຢັນຊາມາເປັນເວລາ 35 ປີ ສິ້ນສຸດລົງ.

ການໂອ້ລົມທາງໂທລະສັບ ໃນມື້ວັນສຸກວານນີ້ ລະຫວ່າງປະທາ
ນາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກັບປະທານາທິບໍດີອີ
ຣ່ານ ທ່ານ Hassan Rouhani ແມ່ນເປັນຂີດໝາຍເທື່ອທຳອິດ ທີ່ຜູ້ນຳຂອງປະເທດທັງສອງໄດ້ໂອ້ລົມກັນນັບແຕ່ໄດ້ມີການປະຕິ
ວັດສາສະໜາອິສລາມ ທີ່ໄດ້ໂຄ່ນລົ້ມພະເຈົ້າຊາ ຊຶ່ງໄດ້ຮັບການ
ໜຸນຫລັງຈາກສະຫະລັດ ໃນປີ 1979.

ທ່ານໂອບາມາ ກ່າວວ່າ ຜູ້ນຳທັງສອງ ໄດ້ຫາລືກັນ ກ່ຽວກັບຄວາມພະຍາຍາມ ທີ່ກຳລັງດຳ
ເນີນຢູ່ໃນເວລານີ້ ເພື່ອໃຫ້ບັນລຸການຕົກລົງກັນ ກ່ຽວກັບໂຄງການນິວເຄລຍຂອງອີຣ່ານ.

ບັນຊີ Twitter ເປັນພາສາອັງກິດຂອງທ່ານ Rouhani ໄດ້ແຈ້ງຂ່າວ ກ່ຽວກັບການໂອ້ລົມ ຄັ້ງປະຫວັດສາດດັ່ງກ່າວນີ້.

ພວກຜູ້ນຳທັງສອງໄດ້ໂອ້ລົມໃນຂະນະທີ່ປະທານາທິບໍດີອີຣ່ານ ພວມຢູ່ໃນລົດ ທີ່ນະຄອນ ນິວຢອກ ບ່ອນທີ່ທ່ານໄປຮ່ວມກອງປະຊຸມອົງການສະຫະປະຊາຊາດແລະທ່ານໂອບາມາ ຢູ່ທີ່ໂຕະເຮັດວຽກຂອງທ່ານ ທີ່ທຳນຽບຂາວ.

ປະທານາທິບໍດີໂອບາມາເວົ້າວ່າ ທ່ານເຊື່ອວ່າປະເທດທັງສອງ ສາມາດບັນລຸການແກ້ໄຂ ໃນຂອບເຂດທີ່ກວ້າງຂວາງກ່ຽວກັບໂຄງການນິວເຄລຍຂອງອີຣ່ານແລະການໂອ້ລົມທີ່ວ່າ
ນີ້ແມ່ນສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ກ່ຽວກັບການທີ່ຈະດຳເນີນການກ້າວໄປຂ້າງ ໜ້າ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງລັດຖະບານສະຫະລັດກ່າວວ່າ ທຳນຽບຂາວໄດ້ຮັບຂ່າວ ໃນຕອນເຊົ້າ ຂອງມື້ວັນສຸກວານນີ້ວ່າ ທ່ານ Rouhani ຕ້ອງການຢາກໂອ້ລົມກັບປະທາ
ນາທິບໍດີໂອບາມາ ກ່ອນທີ່ຜູ້ນຳອີຣ່ານ ຈະເດີນທາງໄປຈາກ ນະຄອນນິວຢອກ.

ໃນຕອນເຊົ້າຂອງມື້ວັນສຸກວານນີ້ທ່ານ Rouhani ກ່າວວ່າ ປະທານາທິບໍດີໂອບາມາໄດ້ ສະແດງອອກໃຫ້ເຫັນເຖິງນໍ້າສຽງໃໝ່ ທີ່ເຮັດໃຫ້ທ່ານເອງ ມີຄວາມຫວັງໄປໃນແງ່ດີ ກ່ຽວ ກັບການຕົກລົງກັນຢ່າງວ່ອງໄວ ໃນບັນຫານິວເຄລຍ.

ຜູ້ນຳອີຣ່ານເວົ້າວ່າ ການໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງທ່ານ ເມື່ອເດືອນມິຖຸນາ ຜ່ານມາ ໄດ້ຊ່ອຍແຜ້ວທາງໄປສູ່ການມີຄວາມສຳພັນທີ່ດີຂຶ້ນລະຫວ່າງອີຣ່ານແລະບັນດາ ປະເທດຕາເວັນຕົກ.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງກ່າວວ່າ ສະຫະລັດໄດ້ແຈ້ງໃຫ້ລັດຖະບານຂອງປະເທດຕ່າງໆ ຊາບແລ້ວ ກ່ຽວກັບການໂອ້ລົມທາງໂທລະສັບ ໃນມື້ວັນສຸກວານນີ້ ຮວມທັງ ອິສຣາແອລ ແລະບັນດາປະເທດໃນເຂດອ່າວເປີເຊຍຕະຫລອດທັງບັນດາສະມາຊິກລັດຖະສະພາສະ ຫະລັດນຳດ້ວຍ.

ທີ່ຕຶກລັດຖະສະພາສະຫະລັດ ປະທານຄະນະກຳມະການກິດຈະການຕ່າງປະເທດ ຂອງ
ສະພາຕໍ່າສະຫະລັດ ທ່ານ Ed Royce ໃຫ້ຄວາມສຳຄັນຕໍ່ການລົງໂທດທີ່ໄດ້ສ້າງຄວາມ ເສຍຫາຍ ຊຶ່ງບັງຄັບ ໃຫ້ຜູ້ນຳຂອງອີຣ່ານ ໂອ້ລົມທາງໂທລະສັບ ກັບທ່ານໂອບາມາ ແລະ ກ່າວຕື່ມວ່າ ຄວນຈະຮັກສາໃຫ້ມີການກົດດັນຕໍ່ໄປ.

ອີຣ່ານໄດ້ຢືນຢັດມາເປັນເວລາດົນນານແລ້ວວ່າ ໂຄງການນິວເຄລຍຂອງຕົນມີຈຸດປະສົງ ໃນທາງສັນຕິ. ແຕ່ສະຫະລັດແລະພັນທະມິດບາງປະເທດບໍ່ເຫັນດ້ວຍ ແລະໄດ້ພາກັນລົງ ໂທດຫລາຍໆຮອບ ທີ່ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ເສດຖະກິດຂອງອີຣ່ານນັ້ນ.

Skepticism Remains as Iran's Charm Offensive Exits UN Stage
please wait

No media source currently available

0:00 0:03:03 0:00
ລິງໂດຍກົງ
XS
SM
MD
LG