ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ປ.ໂອບາມາ ລົງນາມ ໃນກົດໝາຍ ງົບປະມານ ຂອງປະເທດ (ວີດີໂອ)


An Afghan man drives his damaged car from the site of a suicide attack in Kabul. The suicide car bombing in the heart of the capital killed several people and wounded dozens, according to security officials.
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ​ໄດ້​ລົງ​ນາມ​ໃຫ້
ເປັນ​ກົດໝາຍ ຮ່າງງົບປະມານ 1 ພັນ 1 ຮ້ອຍ​ຕື້ໂດ​ລາເພື່ອ​ເປັນ​
ຄ່າໃຊ້ຈ່າຍ ຂອງລັດຖະບານ​ກາງ ໄປຈົນ​ຮອດ ວັນ​ທີ 30 ເດືອນ​
ກັນຍາ ​ເວລາ​ສົກ​ງົບປະມານໃນ​ປັດຈຸ​ບັນ ​ສີ້​ນສຸດ​ລົງ.

ໃນວັນສຸກວານນີ້ ປະທານາທິບໍດີ Obama ​ໄດ້​ກ່າວ​ຕໍ່​ບັນດາ​
ພະນັກງາ​ນຫ້ອງ ການ​ງົບປະມານ ທີ່ໄປ​ມີໜ້າໃນການ​ລົງ​ນາມ
​ນັ້ນ​ວ່າ ຮ່າງ​ກົດໝາຍ​ນີ້ ມີຄວາມ​ໝາຍວ່າ ລັດຖະບານຄວນປະ
ຕິບັດ​ງານ ​ໂດຍປາດ​ສະ​ຈາກ ຫວັງ​ຢ່າງ​ຍິ່ງວ່າ ບໍ່ມີ​ບັນຫາສະ​ລັບຊັບຊ້ອນ​ຫລາຍ​ເກີນ​ໄປ ​ໃນ​ປີໜ້າ.

ທັງ​ສອງສະພາ​ຂອງສະຫະລັດ ​ໄດ້ຮັບ​ຜ່ານ​ຮ່າງ​ງົບປະມານ​ການ​ໃຊ້​ຈ່າຍ ໃນອາ ທິດ​ນີ້ ​ໂດຍ​ໄດ້ຮັບການສະໜັບສະໜຸນຢ່າງກວ້າງຂວາງ.

ການ​ເຫັນ​ດີເຫັນພ້ອມດັ່ງກ່າວນີ້ ​ມີ​ຂື້ນ​ສາມ​ເດືອນ ​ຫລັງ​ຈາກໄດ້ມີການ​ປິດໂຮງການລັດຖະ
ບານ ເປັນ​ເວລາ 16 ມື້ ​ທີ່​ເກີດ​ມາ​ຈາກພັກຣິພັບ​ບລິ​ກັນທີ່ຄັດຄ້ານ ຕໍ່​ກົດໝາຍຮັກສາ​ສຸຂະ
ພາບ ຂອງປະທານາທິບໍດີ Barack Obama ທີ່​ຮູ້​ກັນ​ໂດຍ​ທົ່ວໄປ​ວ່າObamacare ນັ້ນ.

ຮ່າງ​ກົດ​ໝາຍ​ໃໝ່​ສະບັບນີ້ ແມ່ນຮວມ​ທັງ ການໃຫ້ເງິນສະໜັບສະໜຸນ​ຕໍ່ໂຄງ ການຮັກສາສຸ
ຂະພາບ ​ແລະ​ການ​ປະຕິບັດ​ງານ​ຂອງກອງທັບທີ່​ອັຟກາ​ນິສຖານ.

ນອກນັ້ນ ຮ່າງກົດໝາຍນີ້​ຍັງ​ໄດ້​ຕັດໜີ້ສິນ 23 ພັນ​ລ້ານ​ໂດ​ລາ​ ຈາກໜີ້​ສິນ​ທັງ ໝົດຂອງ​ ປະ
​ເທດ 17 ພັນຕື້​ໂດ​ລາ ​ໃນ​ລະຍະ​ສິບ​ປີ​ຂ້າງ​ໜ້າ.

ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ຜູ້​ເຈລະຈາກ່ຽວກັບງົບປະມານດັ່ງກ່າວນີ້ ​ອີ​ກຄັ້ງ​ນຶ່ງ​ໄດ້​ຫລີກ​ລ່ຽງ
ການ​ປະ​ເຊີນ​ໜ້າກັບ​ບັນຫາ​ການ​ເງິນ​ຕ່າງໆ ຮວມ​ທັງ ການ​ປັບປຸງແກ້ ໄຂລະບຽບການເກັບ
ພາສີທີ່ສະລັບຊັບຊ້ອນຂອງປະເທດ ແລະການເພີ້ມຂຶ້ນໃນ ການໃຊ້ຈ່າຍໃນເລື່ອງຮັກສາ
ສຸຂະ​ພາບ ​ແລະ​ເງິນ​ບໍານານ​ແກ່ຊາວ​ອາ​ເມຣິກັນທີ່​ເຖົ້າ​ແກ່ຊະລາ.


Obama
please wait
Embed

No media source currently available

0:00 0:00:37 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG