ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ໂອບາມາ ຂະຫຍາຍກົດໝາຍ ກ່ຽວກັບ ການຄາດຕະກຳ ເຊື້ອຊາດເປັນພື້ນຖານ


ເຄື່ອງໝາຍຂຸມຝັງສົບຂອງທ້າວ Emmett Till ມີຮູບ ແລະ ຫຼຽນຕິດຢູ່ ສຳລັບການຈັດພິທີຢູ່ປ່າຊ້າ Burr Oak ໃນເມືອງ Alsip, ລັດ ອີລີນອຍ. ຄົບຮອບ 60 ປີທີ່ທ້າວ Emmett Till ຖືກຂ້າຕາຍໃນລັດ Mississippi, 28 ສິງຫາ, 2015.
ເຄື່ອງໝາຍຂຸມຝັງສົບຂອງທ້າວ Emmett Till ມີຮູບ ແລະ ຫຼຽນຕິດຢູ່ ສຳລັບການຈັດພິທີຢູ່ປ່າຊ້າ Burr Oak ໃນເມືອງ Alsip, ລັດ ອີລີນອຍ. ຄົບຮອບ 60 ປີທີ່ທ້າວ Emmett Till ຖືກຂ້າຕາຍໃນລັດ Mississippi, 28 ສິງຫາ, 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ລົງນາມຂະຫຍາຍກົດໝາຍສະບັບ ປີ 2008 ທີ່ປະກອບສ່ວນເງິນທຶນຂອງລັດຖະບານກາງ ເພື່ອເປີດຄືນການສືບສວນສອບ ສວນ ກ່ຽວກັບ ການຄາດຕະກຳເຊື້ອຊາດເປັນພື້ນຖານ ເຊິ່ງໄດ້ເກີດຂຶ້ນຫຼາຍທົດສະວັດ ຜ່ານມາ.

ໃນວັນສຸກທີ່ຜ່ານມາ ທ່ານ ໂອບາມາ ໄດ້ຂະຫຍາຍກົດໝາຍອາຊະຍາກຳ ສິດທິພົນລະ ເຮືອນ Emmett Till ທີ່ຍັງບໍ່ຖືກແກ້ໄຂເທື່ອ, ເຊິ່ງຕາມມາດ້ວຍການເປີດຄືນ “ຄະດີທີ່ຍັງ ບໍ່ທັນຖືກແກ້ໄຂ” ຫຼາຍກວ່າ 100 ຄະດີ ທີ່ເຊື່ອມໂຍງກັບບັນຫາສິດທິພົນລະເມືອງ ແລະ ເພື່ອລະບຸການຕາຍຄັ້ງໃໝ່ ອັນທີ່ຖືກສົງໄສວ່າມີແຮງບັນດານໃຈຈາກເຊື້ອຊາດ.

ທ້າວ Emmett Till ແມ່ນເດັກຊາຍ ອາເມຣິກັນ ຜິວດຳອາຍຸ 14 ປີ ຜູ້ທີ່ຖືກລັກພາຕົວໄປ, ຖືກທຸບຕີຈົນຕາຍ ແລະ ສູນເສຍຮູບປະພັນຢູ່ໃນລັດ Mississippi ປີ 1955, ເປັນຄະດີທີ່ ມີຊື່ສຽງຍ້ອນວ່າລາວໄດ້ຜິວໃສ່ຫູຂອງແມ່ຍິງຜິວຂາວຄັນນຶ່ງ. ພວກຜູ້ຊາຍທີ່ໄດ້ພະຍາ ຍາມຄາດຕະກຳລາວໄດ້ຖືກປ່ອຍຕົວ, ແຕ່ໃນການສຳພາດຄັ້ງຕໍ່ມາພວກເຂົາເຈົ້າຍອມ ຮັບວ່າໄດ້ຂ້າເດັກຊາຍຄົນນັ້ນ. ຍ້ອນຮູບແບບຂອງຄຳແກ້ຕົວ ເຊິ່ງຮູ້ກັນວ່າເປັນ ການຫຼີກ ລ່ຽງຈາກການຖືກກ່າວຫາ, ພວກເຂົາຈຶ່ງບໍ່ສາມາດຖືກດຳເນີນຄະດີໄດ້ເປັນຄັ້ງທີສອງ.

ຄະດີຂອງທ້າວ Till ແມ່ນໜຶ່ງໃນການຕາຍທີ່ ກ່ຽວກັບຜິວພັນເຊື້ອຊາດຫຼາຍຄັ້ງທີ່ໄດ້ເກີດ ຂຶ້ນໃນ ສະຫະລັດ ນັບຕັ້ງແຕ່ຊຸມປີ 1950 ເປັນຕົ້ນມາ ເຊິ່ງການສືບສວນສອບສວນທີ່ເຕັມ ໄປດ້ວຍຄວາມບົກຜ່ອງ. ການລົງໂທດຄາດຕະກອນໃນຄະດີດັ່ງກ່າວແມ່ນມີໜ້ອຍ.

ສຳລັບກົດໝາຍ Emmett Till ນັ້ນ, ລັດຖະບານກາງໄດ້ມອບໃຫ້ແຫຼ່ງຊັບພະຍາກອນບັນ ດານັກສືບສວນສອບທ້ອງຖິ່ນກ່ຽວກັບຄະດີດັ່ງກ່າວ ແລະ ໄດ້ຂະຫຍາຍໄລຍະເວລາ ສຳ ລັບຄະດີທີ່ເໝາະສົມຍ້ອນຄືນໄປຫາປີ 1979. ມັນຮຽກຮ້ອງໃຫ້ກະຊວງຍຸຕິທຳ ແລະ ອົງ ການ FBI ປຶກສາຫາລືກັບພວກກຸ່ມສິດທິພົນລະເມືອງ, ມະຫາວິທະຍາໄລ ແລະ ອົງການ ອື່ນໆ ໃນການເກັບກຳຂໍ້ມູນ ກ່ຽວກັບ ເຫດການນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG