ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, 08 ມິຖຸນາ 2026

ປ. ໂອບາມາ ຈະອະນຸມັດ ການລົງໂທດຮອບໃໝ່ ຕໍ່ຣັດເຊຍ

ນາຍົກລັດຖະມົນຕີຣັດເຊຍ ທ່ານ Dmitry Medvedev ເປັນປະທານ ໃນກອງປະຊຸມຄະນະລັດຖະບານ ທີ່ເພ່ງເລັງໃສ່ ວິທີທາງ ຄ້ຳຊູ ການຕົກຕ່ຳລົງ ຂອງຄຸນຄ່າເງິນຣູເບິລ ໃນທຳນຽບ Gorki ນອກນະຄອນຫລວງມົສກູ ປະເທດຣັດເຊຍ, ວັນທີ 16 ທັນວາ 2014.
ນາຍົກລັດຖະມົນຕີຣັດເຊຍ ທ່ານ Dmitry Medvedev ເປັນປະທານ ໃນກອງປະຊຸມຄະນະລັດຖະບານ ທີ່ເພ່ງເລັງໃສ່ ວິທີທາງ ຄ້ຳຊູ ການຕົກຕ່ຳລົງ ຂອງຄຸນຄ່າເງິນຣູເບິລ ໃນທຳນຽບ Gorki ນອກນະຄອນຫລວງມົສກູ ປະເທດຣັດເຊຍ, ວັນທີ 16 ທັນວາ 2014.

ທຳນຽບຂາວ ກ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້
​ຕັດສິນ​ໃຈ ​ທີ່​ຈະ​ເຊັນກົດໝາຍ ​ເພື່ອ​ອະນຸຍາດ​ໃຫ້ໃຊ້​ມາດຕະ​
ການ​ລົງ​ໂທດຣັດ​ເຊຍ​ຕື່ມ​ອີກ ສຳ​ຫລັບ​ບົດບາດ​ຂອງຣັດ​ເຊຍ​
ກ່ຽວ​ກັບວິ​ກິດ​ການ​ໃນ​ຢູ​ເຄຣນ.

ຮ່າງ​ກົດໝາຍດັ່ງ​ກ່າວ ຊຶ່ງ​ໄດ້ຖືກ​ຮັບ​ຜ່ານ ຈາກ​ສະພາ​ສູງ​
ເມື່ອ​ອາທິດ​ແລ້ວ​ນີ້ ຍັງ​ຈະ​ມອບ​ອຳນາດ​ໃຫ້​ປະທານາທິບໍດີ
ສະໜອງ​ການ​ຊ່ວຍ​ເຫຼືອ ທາງ​ດ້ານ​ທະຫານ ​ໂດຍ​ມີອາວຸດ​
ຮ້າຍ​ແຮງ ​ແລະ ​ທີ່​ບໍ່​ຮ້າຍ​ແຮງ ​ໃນ​ມູນ​ຄ່າ 350 ລ້ານດອນ​ລາ
​ໃຫ້​ແກ່​ລັດຖະບານຢູ​ເຄຣນ.

ການ​ຊ່ວຍ​ເຫຼືອອັນ​ທີ່​ມີ​ທ່າ​ແຮງ​ນັ້ນ ລວມມີ ອາວຸດ​ຕໍ່ຕ້ານ​ລົດ​ຖັງ ອາວຸດຍຸດໂທປະກອນ
ແລະເຮືອບິນ​ບໍ່​ມີຄົນຂັບ. ຮ່າງ​ກົດໝາຍດັ່ງ​ກ່າວ ຍັງ​ອຳນວຍ​ໃຫ້​ປະທານາທິບໍດີ ​ໃຊ້​ການ​
ລົງ​ໂທດ​ຊຸດ​ໃໝ່ ຕໍ່ຂະ​ແໜງ​ການ ​ປ້ອງ​ກັນ​ປະ​ເທດ ​ແລະພະລັງງານ ​ຕ່າງໆ​ຂອງຣັດ​ເຊຍ
ຖ້າ​ຫາກບັນດາ​ບໍລິສັດ​ ຂອງຣັດ​ເຊຍ ຂາຍ ຫຼື ສົ່ງ​ອຸປະກອນເຄື່ອງ​ໃຊ້ ​ໃນ​ດ້ານ​ທະຫານ
​ໄປ​ຍັງ​ຢູ​ເຄຣນ ຈໍ​ເຈຍ ​ໂມລ​ໂດ​ວາ ຫຼື ຊີ​ເຣຍ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ຜ່ານກົດໝາຍດັ່ງ​ກ່າວ ບໍ່​ໄດ້​ເຮັດ​ໃຫ້ການ​ລົງ​ໂທດ​ຕ່າງໆ ຫຼື ການ
​ຊ່ວຍ​ເຫຼືອທາງ​ດ້ານ​ທະຫານ ​ເປັນ​ຂໍ້​ບັງຄັບ.

XS
SM
MD
LG