ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ.ໂອບາມາ ບໍ່ຢຸດແວ່ 2 ປະເທດ ໃນການຢ້ຽມຢາມ ເອເຊຍ ຍ້ອນບັນຫາ ລັດຖະບານປິດ (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ
ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ
ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ຍົກ​ເລີກ
​ການ​ຢຸດ​ແວ່ 2 ບ່ອນ ​ໃນ​ການເດີນທາງ​ໄປ​ຢ້ຽມຢາມ​ເອ​ເຊຍ
ຄັ້ງຈະ​ມາ​ຂອງ​ທ່ານ ຍ້ອນ​ການ​ປິດ​ລັດຖະບານ​ເປັນ​ບາງ​ສ່ວນ
ຊຶ່ງກ້າວ​ເຂົ້າສູ່​ມື້ທີ​ສອງ ໃນ​ມື້ນີ້.

ທຳນຽບຂາວ​ໄດ້​ປະກາດ​ໃນ​ວັນ​ພຸດ​ມື້ນີ້ວ່າ ທ່ານ​ໂອ​ບາ​ມາ​ໄດ້
​ຍົກ​ເລີກ​ແຜນການ​ຢຸດ​ແວ່​ຢ້ຽມຢາມ ທີ່ມາ​ເລ​ເຊຍ ​ແລະ ​ຟີ​ລິບ
ປິນ ​ແຕ່​ກໍ​ຄາດ​ວ່າ ການ​ຢຸດ​ແວ່​ສອງ​ບ່ອນ​ທຳ​ອິດ ທີ່​ອິນ​ໂດ​ເນ​
ເຊຍແລະບຣູນາຍ ຈະ​ດຳ​ເນີ​ນ​ໄປ​ຕາມ​ໝາຍ​ກຳນົດ​ການ​ຢ້ຽມ
ຢາມຊຶ່ງ​ມີ​ກຳນົດ​ຈະ​ເລີ້ມຂຶ້ນ​ໃນ​ວັນ​ເສົາ​ຈະ​ມານີ້.

ຂະນະ​ດຽວ​ກັນຢູ່​ທີ່​ສະຫະລັດ ພະນັກງານ​ລັດຖະບານ​ກາງ​ສະຫະລັດ ປະມານ 800,000
ຄົນ ກໍາລັງ​ປະ​ເຊີນກັບການ​ຖືກ​ສັ່ງ​ໃຫ້​ພັກ​ການ​ ເປັນມື້ທີ 2 ໃນວັນພຸດມື້ນີ້ ຊຶ່ງ​ໄດ້​ເກີດ​ຂຶ້ນ ຍ້ອນ​ການຕົກລົງ​ກັນ​ບໍ່​ໄດ້ ​ໃນ​ເລື່ອງ​ງົບປະມານ​ຂອງ​ລັດຖະສະພາ ທີ່​ໄດ້​ເຮັດ​ສວນສາທາ ລະນະ​ແຫ່ງຊາດ ແລະຫຼາຍໆພະ​ແນກການຂອງລັດຖະບານຍັງຖືກ​ປິດຢູ່.

Polls: Republicans Blamed for Shutdown
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ


ການ​ຢັ່ງ​ຫາງ​ສຽງ​ຂອງມະຫາວິທະຍາ​ໄລ Quinnipiac ສະ​ແດ​ງ​ໃຫ້​ເຫັນ​ວ່າ​ ປະມານ 72 ​
ເປີ​ເຊັນ ຂອງຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ອາ​ເມຣິກັນ ບໍ່​ເຫັນ​ດ້ວຍ​ໃນ​ການ​ປິດ​ລັດຖະບານ​ ທີ່ໄດ້
​ເລີ້ມຂຶ້ນ ​ໃນວັນ​ອັງຄານວານນີ້​ ຫຼັງ​ຈາກ​ສະມາຊິກລັດຖະສະພາສະຫະລັດບໍ່ສາມາດຮັບ​
ຜ່ານ​ຮ່າງ​ງົບປະມານ ​ທັນ​ເສັ້ນ​ຕາຍ​ໃນ​ວັນອັງຄານວານ​ນີ້.​ ສະມາຊິກພັກຣິພັບບລິກັນ ຢູ່
ໃນສະພາ​ຕໍ່າ​ສະຫະລັດ ຕ້ອງການ​ທີ່​ຈະ​ເອົາ​ການ​ອະນຸມັດ​ການ​ໃຊ້​ຈ່າຍມາ​ເປັນ​ເງື່ອນ​ໄຂ​
ໃສ່​ການ​ເລື່ອນ​ເວລາກ່ຽວ​ກັບການ​ໃຫ້​ເງິນ​ສະໜັບ​ສະ​ໜຸນ​ຕໍ່​ການຈັດຕັ້ງປະຕິບັດ​ໂຄງການ​
ປະກັນ​ໄພ​ສຸຂະພາບ ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ທີ່​ຮູ້​ກັນ​ໃນ​ນາມ ກົດໝາຍ​ປະກັນ​ໄພ​
ສຸຂະພາບ​ລາຄາ​ຖືກ​ນັ້ນ. ການ​ພະຍາຍາມ ​ໃນ​ແຕ່ລະ​ເທື່ອ​ຂອງ​ສະພາ​ຕໍ່າແມ່ນ​ໄດ້​ຖືກ​ປະ
ຕິ​ເສດ ​ໂດຍ​ສະພາ​ສູງ ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມແຄຣັດ ຊຶ່ງ​ຕ້ອງ​ໄດ້​ເປັນ​ຜູ້​ອະນຸມັດ​ ກ່ຽວ​
ກັບ​ເລື່ອງ​ງົບປະມານ​ນຳ​ນັ້ນ.

House Rejects Partial Reopening of US Government
please wait

No media source currently available

0:00 0:02:20 0:00
ລິງໂດຍກົງ
XS
SM
MD
LG