ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ປ. ໂອບາມາ ກ່າວວ່າ ຍາດພີ່ນ້ອງ ຂອງພວກເຄາະຮ້າຍ ມີຄວາມເຊື່ອ ທີ່ຄາດຄິດບໍ່ເຖິງ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມີຄວາມຮູ້ສຶກ
ສະເທືອນໃຈຢ່າງເລິກເຊິ່ງ ຈາກການທີ່ຍາດພີ່ນ້ອງຂອງຜູ້ເຄາະ
ຮ້າຍທີ່ຖືກຍິງຕາຍ ຢູ່ໃນໂບດປະຫວັດສາດຂອງຊາວຜິວດຳ ທີ່
ກ່າວວ່າ ເຂົາເຈົ້າເຕັມໃຈທີ່ຈະໃຫ້ອະໄພ ແກ່ຊາຍໜຸ່ມ ທີ່ຖືກລະ ບຸວ່າເປັນຄາດຕະກອນນັ້ນ.

ທ່ານໂອບາມາ ກ່າວໃນວັນສຸກວານນີ້ວ່າ ການໃຫ້ອະໄພ ຂອງ
ຍາດພີ່ນ້ອງດັ່ງກ່າວນີ້ ແມ່ນເປັນການສະແດງອອກ ຊຶ່ງຄວາມ
ເຫຼື້ອມໃສສັດທາທີ່ບໍ່ສາມາດພັນລະນາໄດ້ ແຕ່ນັ້ນໄດ້ສະທ້ອນ
ໃຫ້ເຫັນເຖິງຄວາມມີຄຸນນະທຳຂອງຄົນອາເມຣິກັນ.

ຫ້ອງສານທີ່ເມືອງ Charleston ໃນລັດ South Carolina ແມ່ນເຕັມໄປດ້ວຍຄວາມຮູ້ສຶກ ແບບສົດໆໃນວັນສຸກວານນີ້ ໃນຂະນະທີ່ຍາດພີ່ນ້ອງຂອງຜູ້ເຄາະຮ້າຍ 9 ຄົນ ໃນການຍິງ ສັງຫານໝູ່ ທີ່ໂບດ Emanuel AME ກ່າວເຖິງ ຊາຍໜຸ່ມຜູ້ທີ່ຖືກກ່າວຫາໃນການສັງຫານ ຜູ້ເຄາະຮ້າຍ.

Suspect in US Black Church Shooting Charged With Murder, Gun Possession
please wait

No media source currently available

0:00 0:01:46 0:00

ລູກສາວ ຂອງແມ່ຕູ້ Ethel Lance ອາຍຸ 70 ປີ ຊຶ່ງເປັນຜູ້ດູແລໂບດ Emanuel ກ່າວວ່າ “ເຈົ້າໄດ້ເອົາສິ່ງທີ່ລ້ຳຄ່າທີ່ສຸດໄປຈາກຂ້ອຍ ຂ້ອຍຈະບໍ່ມີໂອກາດໄດ້ເວົ້າລົມກັບລາວອີກ ຂ້ອຍຈະບໍ່ສາມາດກອດລາວໄດ້ອີກ.” ນາງໄດ້ກ່າວ ແບບບໍ່ມີຄວາມຮູ້ສຶກ ກ່ຽວກັບທ້າວ Dylann Roof. ສຽງຂອງນາງໄດ້ຄ່ອຍລົງແລະດັງຂຶ້ນດ້ວຍຄວາມເຈັບປວດຊຶ່ງນາງກ່າວ ຕື່ມວ່າ “ແຕ່ພະຜູ້ເປັນເຈົ້າ ໃຫ້ອະໄພແກ່ເຈົ້າ. ຂ້ອຍກໍໃຫ້ອະໄພແກ່ເຈົ້າ.”

ທ້າວ Roof ໄດ້ເບິ່ງຢູ່ໄກໆຜ່ານທາງວີດີໂອ ທີ່ຫ້ອງຂັງແຫ່ງນຶ່ງທີ່ີມີເຈົ້າໜ້າທີ່ຕຳຫຼວດຕິດ ອາວຸດເຕັມອັດຕາຂະໜາບທັງສອງຂ້າງຊຶ່ງໃນບາງຄັ້ງບາງຄາວສາຍຕາຜູ້ກ່ຽວກໍໄດ້ເບິ່ງ
ຕ່ຳລົງ.

ທ້າວ Roof ທີ່ຖືກກ່າວຫາວ່າ ຄາດຕະກຳ 9 ກະໂທງ ຈະຖືກຂັງຄຸກຕໍ່ໄປ ໂດຍຈະບໍ່ມີການ ຮັບເອົາການຈັດແຈງກ່ຽວກັບການວາງສິ່ງຜູກມັດ ສຳຫຼັບຂໍ້ຫາຄາດຕະກຳ. ຄ່າປະກັນໂຕ
1 ລ້ານໂດລາໄດ້ຕັ້ງໄວ້ເພີ້ມຕື່ມກ່ຽວຂໍ້ຫາອາວຸດ.

ດອກໄມ້ທີ່ຜູ້ຄົນນຳໄປວາງໄວ້ຢູ່ນອກໂບດ
ດອກໄມ້ທີ່ຜູ້ຄົນນຳໄປວາງໄວ້ຢູ່ນອກໂບດ

ສ່ວນນາງ Falicia Sanders ຊຶ່ງເປັນແມ່ຂອງຜູ້ເຄາະຮ້າຍທີ່ຖືກຍິງຕາຍ ອາຍຸນ້ອຍທີ່ສຸດ Tywanza Sanders ຊຶ່ງມີອາຍຸ 26 ປີ ກ່າວວ່າ “ພວກເຮົາໄດ້ຕ້ອນຮັບເຈົ້າໃນຄືນວັນພຸດ ເຂົ້າໄປຮຽນຄຳສອນກັບພວກເຮົາ ດ້ວຍອ້າແຂນທີ່ເປີດກວ້າງ. ແຕ່ເຈົ້າໄດ້ສັງຫານບາງຄົນ ທີ່ສວຍງາມທີ່ສຸດທີ່ຂ້ອຍຮູ້ຈັກ. ຟາຍເບີ້ ທຸກໆເສັ້ນໃຍໃນຕົນໂຕຂອງຂ້ອຍ ແມ່ນເຈັບປວດ ທໍລະມານ.” ນາງ Tywanza Sanders ຫາກໍຮຽນຈົບຈາກມະຫາວິທະຍາໄລເມື່ອໄວໆມາ ນີ້ ທີ່ປາກົດໂຕຢູ່ໃນເຟສບຸກຢູ່ທາງຂ້າງໝວກເບສບອລຕິດກັບປ້າຍທີ່ອ່ານວ່າ “ຄວາມຝັນ ຂອງເຈົ້າກຳລັງຮຽກຫາເຈົ້າ.”

ພວກເຄາະຮ້າຍທີ່ຖືກຍິງຕາຍ ແມ່ນປະກອບດ້ວຍແມ່ຍິງ 6 ຄົນແລະຜູ້ຊາຍ 3 ຄົນຮວມທັງ ແມ່ຍິງອາຍຸ 87 ປີຄົນນຶ່ງ. ນອກນັ້ນຍັງມີອີກ 3 ຄົນໄດ້ຮັບບາດເຈັບ.

XS
SM
MD
LG