ເມື່ອສີ່ປີກ່ອນ ຄວາມສຳພັນລະຫວ່າງສະຫະລັດ ກັບປາກິສຖານ
ໄດ້ຕົກຕຳ່ສຸດ ເວລາປະທານາທິບໍດີ Barack Obama ໄດ້ຢືນຢູ່
ຕໍ່ໜ້າປະຊາຊົນອາເມຣິກັນ ແລະປະກາດການສັງຫານ ທ້າວ
Osama bin Laden ຜູ້ນຳກຸ່ມກໍ່ການຮ້າຍ al-Qaida ລະຫວ່າງ
ການປະຕິບັດງານລັບ ທີ່ສະຫະລັດ ໄດ້ບຸກໂຈມຕີ ໃກ້ໆຄ້າຍທະ
ຫານ ຂອງປາກິສຖານ ທີ່ເມືອງ Abbottabad.
ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ກ່າວຮັບຮູ້ໃນວັນ
ອັງຄານວານນີ້ວ່າ “ມັນໄດ້ເປັນບັນທຶກອັນດີ ທີ່ໄດ້ມີຄວາມລາບ
ລື່ນສຸດຂີດຈຳນວນນຶ່ງແລະຈຸດຕົກຕ່ຳໃນຄວາມສຳພັນລະຫວ່າງ
ສະຫະລັດ ແລະປາກິສຖານ” .
ໃນຂະນະທີ່ ປະທານາທິບໍດີ Obama ຕຽມຕ້ອນຮັບການມາຢ້ຽມຢາມທຳນຽບຂາວ
ຂອງ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ໃນວັນພະຫັດມຶຶ້ອື່ນນີ້
ທ່ານ Earnest ກ່າວວ່າ ປະທານາທິບໍດີ ກຳລັງເບິ່ງໄປຂ້າງໜ້າຂອງການຮັດແໜ້ນສາຍສຳພັນ ທີ່ອີງໃສ່ການມີຜົນປະໂຫຍດຮ່ວມກັນ ກ່າວໂດຍສະເພາະ ກໍແມ່ນການ
ຕ້ານພວກຫົວຮຸນແຮງຈັດ ຢູ່ໃນຂົງເຂດ.
ໂຄສົກທຳນຽບຂາວ ກ່າວຕໍ່ບັນດານັກຂ່າວວ່າ. “ນີ້ເປັນສິ່ງທີ່ປາກິສຖານ ຕ້ອງໄດ້ຮັບ
ມືກັບໃນເວລາທີ່ມາເຖິງຢູ່ໜ້າປະຕູ. ເພື່ອເປັນການຍື່ນມືອອກໄປ ທີ່ສະ ຫະລັດສາ
ມາດໃຫ້ການຊ່ວຍເຫລືອ ໃນເລື້ອງດັ່ງກ່າວ ພວກເຮົາຕ້ອງການຢາກໃຫ້ເປັນຫລັກ
ການ ເພາະວ່າ ພວກເຮົາເຊື່ອໝັ້ນໃນຜົນປະໂຫຍດຂອງພວກເຮົາ ເພື່ອໃຫ້ປາກິສ
ຖານ ໄດ້ຮັບຜົນສຳເລັດ ໃນການຕໍ່ສູ້ຕ້ານບັນດາພວກຫົວຮຸນແຮງຈັດທັງຫລາຍ.
ເຖິງແມ່ນວ່າຄັ້ງນຶ່ງເຄີຍມີຄວາມສຳພັນທີ່ວຸ້ນວາຍມາແລ້ວກໍຈິງ ແຕ່ທ່ານ Mi-chael Kugelman ຈາກສູນກາງ Wilson ກ່າວວ່າ ຈຸດປະສົງຫລັກຂອງສະຫະລັດ ຢູ່ໃນປາ
ກິສຖານມາເປັນເວລາຫຼາຍປີແລ້ວນັ້ນ ກໍຍັງຄືເກົ່າ ນັ້ນກໍຄືສະ ຖຽນລະພາບ.
ໂຄສົກທຳນຽບຂາວ ກ່າວຕໍ່ບັນດານັກຂ່າວວ່າ. “ນີ້ເປັນສິ່ງທີ່ປາກິສຖານ ຕ້ອງໄດ້ຮັບມື
ກັບໃນເວລາທີ່ມາເຖິງຢູ່ໜ້າປະຕູ. ເພື່ອເປັນການຍື່ນມືອອກໄປ ທີ່ສະ ຫະລັດສາມາດ
ໃຫ້ການຊ່ວຍເຫລືອໃນເລື້ອງດັ່ງກ່າວ ພວກເຮົາຕ້ອງການຢາກໃຫ້ເປັນຫລັກການ ເພາະ
ວ່າ ພວກເຮົາເຊື່ອໝັ້ນໃນຜົນປະໂຫຍດຂອງພວກເຮົາ ເພື່ອໃຫ້ປາກິສຖານ ໄດ້ຮັບຜົນສຳ
ເລັດ ໃນການຕໍ່ສູ້ຕ້ານບັນດາພວກຫົວຮຸນແຮງຈັດທັງຫລາຍ.
ເຖິງແມ່ນວ່າຄັ້ງນຶ່ງເຄີຍມີຄວາມສຳພັນທີ່ວຸ້ນວາຍມາແລ້ວກໍຈິງ ແຕ່ທ່ານ Mi-chael Kugelman ຈາກສູນກາງ Wilson ກ່າວວ່າ ຈຸດປະສົງຫລັກຂອງ ສະຫະລັດ ຢູ່ໃນ
ປາກິສຖານມາເປັນເວລາຫຼາຍປີແລ້ວນັ້ນ ກໍຍັງຄືເກົ່າ ນັ້ນກໍຄືສະ ຖຽນລະພາບ.