ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໂອບາມາ ຈະແຕ່ງຕັ້ງ ທ່ານ Chuck Hagel ເປັນ ລມຕ ປ້ອງກັນປະເທດຄົນໃໝ່


An gano Motar ne a layin Tafawa Balewa, a anguwar Nasarawa a jihar Kano, 19 ga Mayu 2014.
An gano Motar ne a layin Tafawa Balewa, a anguwar Nasarawa a jihar Kano, 19 ga Mayu 2014.
ຄາດກັນວ່າ ໃນວັນຈັນມື້ນີ້ ປະທານາທິບໍດີສະຫະລັດ ທ່ານ
ບາຣັກ ໂອບາມາ ຈະແຕ່ງຕັ້ງທ່ານ Chuck Hagel ອະດີດ
ສະມາຊິກພາສູງ ສັງກັດ​ພັກຣີພັບ​ບລິ​ກັນ ໃຫ້ເປັນລັດຖະມົນຕີ
ກະຊວງປ້ອງກັນປະເທດຄົນໃໝ່.

ບັນດາສະມາຊິກສໍາຄັນຂອງພັກຣີພັບບລິກັນ ໄດ້ສັນຍານໃຫ້
ຮູ້ໃນວັນອາທິດ ວານນີ້ ວ່າ ທ່ານ Hagel ທີ່ມີອາຍຸ66 ປີ ອາດ
ຈະປະເຊີນກັບຂັ້ນຕອນການຮັບຮອງເອົາທ່ານທີ່ຍາກ ​ໃນ​ສະພາ
ສູງ ໂດຍຈະມີການເພັ່ງເລັງໃສ່ບັນດາຄໍາຖາມ ກ່ຽວກັບຈຸດຢືນ
ຂອງທ່ານໃນເລື້ອງ ອິສຣາແອລ ແລະອີຣ່ານ.

ທ່ານ Hagel ໄດ້ຄັດຄ້ານຕໍ່ການລົງໂທດຕໍ່ອີຣ່ານແຕ່ຝ່າຍດຽວ ໃນຂະນະທີ່ ພວກຜູ້ແທນ
ບາງຄົນ ຕັ້ງຂໍ້ສົງ​ໄສກ່ຽວ​ກັບການສະໜັບສະໜຸນຂອງທ່ານຕໍ່ ອິສຣາແອລ.

ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ ທ່ານ Mitch McConnell ເວົ້າວ່າ ທ່ານ Hagel ຈະໄດ້ຮັບການພິຈາລະນາຢ່າງຍຸດຕິທໍາໂດຍສະພາສູງ. ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຂັ້ນ​ສູງ​ທຸກ​ທ່ານ ທີ່ປະທານາທິບໍດີເລືອກຫລື​ແຕ່ງ​ຕັ້ງ​ນັ້ນ ​ແມ່ນຈະ​ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ ຈາກ​ສະພາ​ສູງກ່ອນ.

ທ່ານ Hagel ເປັນນັກລົບເກົ່າຂອງສົງຄາມຫວຽດນາມທ່ານນຶ່ງ ທີ່ໄດ້ກາຍເປັນ ຜູ້ສໍາຄັນ
ໃນການດໍາເນີນສົງຄາມໃນອີຣັກ. ທ່ານໄດ້ລາອອກຈາກສະພາສູງໃນປີ 2009 ແລະໄດ້
ກ່າວຕໍ່ໜັງສືພິມ The Finance Times ໃນປີ 2011 ວ່າ ທໍານຽບຫ້າແຈ ໄດ້ຂະຫຍາຍ
ຕົວຫລາຍເກີນ​ໄປ​ໂພດ ແລະຕ້ອງໄດ້ຖືກ “ຕັດຮອນລົງ.”

ຖ້າຫາກໄດ້ຮັບການຢືນຢັນຮັບຮອງເອົາ ທ່ານ Hagel ຈະກາຍເປັນລັດຖະມົນ ຕີ ຄົນທີ
ສາມ ພາຍໃຕ້ການເປັນປະທານາທິບໍດີຂອງທ່ານໂອບາມາ ລຸນຫລັງ ທ່ານ Robert Gates ແລະທ່ານ Leon Panetta ລັດຖະມົນຕີ ຄົນປັດຈຸ ບັນນີ້.
XS
SM
MD
LG