ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ປ. Obama ຢຸດແວ່ ຢ້ຽມຢາມ ເຊເນການ ເປັນປະເທດ ທໍາອິດ (ສະໄລດ໌/(ວີດີໂອ)


ປະທານາທິບໍດີໂອບາມາ ພວມຖະແຫຼງ ໃນລະຫວ່າງ ກອງປະຊຸມສຳພາດຂ່າວ ຮ່ວມກັບປະທານາທິບໍດີເຊເນການ ທ່ານ Macky Sall ທີ່ນະຄອນຫຼວງ Dakar (27 ມິຖຸນາ 2013)
ປະທານາທິບໍດີສະຫະລັດ ທ່ານ Barack Obama ກໍາລັງ​ຢູ່ທີ່​
Senegal ຊຶ່ງ​ເປັນບ່ອນ​ຢຸດແວ່ບ່ອນທໍາ​ອິດ​ ​ໃນ​ການ​ຢ້ຽມຢາມ
ອາ​ຟຣິກາ ​ເພື່ອ​ສົ່ງ​ເສີມ​ການ​ຄ້າ ການລົງທຶນ ​ແລະ​ຄວາມ​ປອດ​
ໄພ​ດ້ານສະບຽງ​ອາຫານ.

ລາ​ຍການ​ຂອງ​ທ່ານ​ໃນ​ວັນ​ພະຫັດ​ມື້​ນີ້ແມ່ນຮວມ​ທັງການ​ປະຊຸມ
ແລະ​ຮັບ​ປະທານ ​ອາຫານ​ຄໍ່າ ​ຢ່າງເປັນ​ທາງ​ການ ກັບ​ປະທານາ
ທິບໍດີ Senegal ທ່ານ Macky Sall ພ້ອມ​ທັງ​ສົນທະນາຫາລື​
ກ່ຽວ​ກັບກົດ​ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍກັບ ​ບັນດາ​ຜູ້​ນໍາ
ທາງ​ດ້ານ​ຕຸລາການ​ຢູ່​ໃນ​ຂົງ​ເຂດ.

ທ່ານ Obama ​ແລະ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle ຍັງ​
ຈະໄປທ່ຽວ​ຊົມ​ເກາະ Goree ​ສະຖານ​ທີ່​ມໍລະດົກ​ໂລກ​ຂອງ​
ອົງການ UNESCO ຊຶ່ງເລີ້ມ​ຈາກສັດຕະວັດ​ທີ15 ຫາສັດຕະວັດ
ທີ 19 ​ແມ່ນ​ເປັນ​ສູນ​ກາງການ​ຄ້າ​ທາດທີ່ ໃຫຍ່​ທີ່​ສຸດ ຢູ່ແຄມຝັ່ງ​
ທະເລຂອງອາ​ຟຣິກາ.

ທໍາ​ນຽບຂາວເອີ້ນ Senegal ວ່າ ເປັນປະ​ເທດ​ປະຊາທິປະໄຕພຸ່ງ
​ພົ້ນ​ໃໝ່ ​ແລະ​ເປັນ​ພາຄີ​ຂອງສະຫະລັດ ​ໃນ​ການເສີມສ້າງ​ສະ​ຖາ​ບັນ ຢູ່​ໃນອາຟຣິກາ.



​ໃນການ​ຖະ​ແຫຼງ ກ່ຽວ​ກັບ​ການເດີນທາງຢ້ຽມຢາມຂອງປະທານາທິບໍດີນັ້ນ ທ່ານ Michael
Froman ຜູ້ຕາງໜ້າການຄ້າສະຫະລັດເວົ້າວ່າຍ້ອນການແຜ່ລະບາດ ຂອງໂຣກເອດສ໌ແລະ
ການສໍ້ລາດບັງຫຼວງ ພວມຫລຸດໜ້ອຍຖອຍລົງ “ດວງດາວ ຕ່າງໆຈຶ່ງຢູ່ໃນຕໍາແໜ່ງ ທີ່ຖືກ
ຕ້ອງ” ໃນອາຟຣິກາ ສໍາລັບການຫລຸດຜ່ອນຄວາມ ທຸກຍາກລົງຢ່າງຫລວງຫລາຍນັ້ນ.

Africa
please wait
Embed

No media source currently available

0:00 0:00:50 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG