ປະທານາທິບໍດີບາຣັກ ໂອບາມາ ໄດ້ຢືນຢັນອີກຄັ້ງໃໝ່ເຖິງ
ຄວາມໝັ້ນໝາຍຂອງສະຫະລັດ ຕໍ່ສົນທິສັນຍາເພື່ອປ້ອງກັນ
ຍີ່ປຸ່ນ ຮວມທັງພວກໝູ່ເກາະຈຸນຶ່ງໃນທະເລຈີນຕາເວັນອອກ
ທີ່ທັງລັດຖະບານໂຕກຽວແລະປັກກິ່ງຕ່າງອ້າງເອົາກຳມະສິດ
ນັ້ນ.
ລຸນຫຼັງການພົບປະກັນໃນວັນພະຫັດມື້ນີ້ ທີ່ນະຄອນຫຼວງ
ໂຕກຽວກັບນາ ຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe
ແລ້ວ ທ່ານໂອບາມາໄດ້ຖະແຫຼງອອກມາຢ່າງຈະແຈ້ງວ່າ
ພວກໝູ່ເກາະ Senkaku ຕົກຢູ່ພາຍໃຕ້ສົນທິສັນຍາທີ່ບັງ
ຄັບສະຫະລັດໃຫ້ປ້ອງກັນຍີ່ປຸ່ນ ຖ້າຫາກຍີ່ປຸ່ນຖືກໂຈມຕີ.
ທ່ານໂອບາມາ ກ່າວວ່າ “ໃຫ້ຂ້າພະເຈົ້າກ່າວເນັ້ນອີກວ່າ ຄວາມໝັ້ນໝາຍ
ຕໍ່ສົນທິສັນຍາດັ່ງກ່າວເພື່ອປ້ອງກັນຄວາມໝັ້ນຄົງຂອງຍີ່ປຸ່ນນັ້ນ ແມ່ນ
ເດັດຂາດ ແລະມາດຕາ 5 ແມ່ນປົກຄຸມເຂດນ້ຳດິນແດນທັງໝົດພາຍ
ໃຕ້ການປົກຄອງຂອງຍີ່ປຸ່ນ ຮວມທັງພວກໝູ່ເກາະ Senkaku.”
ທ່ານໂອບາມ ກ່າວເນັ້ນວ່າ ສະຫະລັດບໍ່ເອົາທ່າທີ ກ່ຽວກັບເລື່ອງອະທິປະໄຕ
ຂອງໝູ່ເກາະທີ່ເອີ້ນກັນໃນພາສາຈີນວ່າ Diaoyu (ຕຽວອີ) ນັ້ນ ແຕ່ທ່ານເຕືອນ
ວ່າ ທ່ານຄັດຄ້ານຕໍ່ການເຄື່ອນໄຫວໃດໆ ແຕ່ຝ່າຍດຽວ ເພື່ອປ່ຽນແປງສະຖານະ
ພາບໃນປັດຈຸບັນຂອງໝູ່ເກາະດັ່ງກ່າວ.
ນີ້ແມ່ນຖ້ອຍຖະແຫຼງທີ່ແຂງແຮງທີ່ສຸດໃນຫວ່າງໄວໆມານີ້ ເພື່ອໃຫ້ການສະໜັບ
ສະໜຸນແກ່ຍີ່ປຸ່ນ ໂດຍປະທານາທິບໍດີສະຫະລັດກ່ຽວກັບບັນຫາຂັດແຍ້ງກັນເລື້ອງ
ໝູ່ເກາະດັ່ງກ່າວຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຮ້າຍ ແຮງຕໍ່ສາຍພົວພັນລະຫວ່າງ
ຍີ່ປຸ່ນແລະຈີນ.
ໃນການສະແດງປະຕິກິລິຍາຕອບ ຕໍ່ຖ້ອຍຖະແຫຼງຂອງ
ປະທານາທິບໍດີສະຫະລັດນັ້ນ ທ່ານ Qin Gang ໂຄສົກ
ປະຈຳກະຊວງການຕ່າງປະເທດຈີນກ່າວວ່າ ບໍ່ມີຫຍັງຈະ
ປ່ຽນແປງ “ຄວາມເປັນຈິງອັນພື້ນຖານທີ່ວ່າໝູ່ເກາະຕຽວ
ອີແມ່ນເຂດນ້ຳແດນດິນອັນຈະແຈ້ງຂອງຈີນ.” ທ່ານ Qin
Gang ກ່າວຕື່ມວ່າ ປັກກິ່ງແມ່ນໄດ້ຕັດສິນໃຈເພື່ອຈະປົກ
ປ້ອງ “ອະທິປະໄຕແລະສິດທິທາງທະເລຂອງຕົນ.”
ຍີ່ປຸ່ນເປັນບ່ອນຢຸດແວ່ແຫ່ງທຳອິດຂອງການເດີນທາງຢ້ຽມຢາມພາກພື້ນ ເອເຊຍເປັນເວລາ 8 ມື້ຂອງທ່ານໂອບາມາ ທີ່ຮວມທັງການຢ້ຽມຢາມເກົາຫຼີໃຕ້ ມາເລເຊຍ ແລະຟີລິບປິນ.