ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ສົ່ງທະຫານ ໄປສອດ​ແນມ ແລະກວດກາ​ ເບິ່ງກຸ່ມ Boko Haram


US Cameroon
please wait
Embed

No media source currently available

0:00 0:01:09 0:00

ເບິ່ງວີດີໂອ

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກຳລັງສົ່ງ​ເຈົ້າ
ໜ້າ​ທີ່​ທະຫານ ​ໄປ​ຍັງປະເທດ Cameroon ​ເພື່ອ​ທຳ​ການ​ສັງ
​ເກດ​ການທາງອາກາດ ເບິ່ງການເຄື່ອນໄຫວຂອງ​ກຸ່ມ​ຫົວຮຸນແຮງ
Boko Haram.

​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ກ່າວ​ວ່າ ກອງ​ກຳລັງ​ທີ່​ວ່າ​ນີ້
​ແມ່ນ​ຖືກ​ເຊື້ອ​ເຊີນ​ໂດຍ​ລັດຖະບານ Cameroon ໃນຖານະທີ່
ເປັນພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມນາໆ​ຊາດ ທີ່​ຈະ​ຍຸຕິ
​ການ​ແຜ່​ກະຈາຍ​ໃນການກໍ່ຄວາມ​ຮຸນ​ແຮງ ຢູ່ໃນເຂດໃນ​ອາ​ຟຣິກາຕາ​ເວັນຕົກ.

​ເຈົ້າ​ໜ້າ​ທີ່​ທ່ານນີ້ຍັງ​ກ່າວ​ເພີ້​ມຕື່ມ​ວ່າ ຄວາມ​ຈຳ​ເປັນ​ໃນ​ການ​ເອົາ​ບາດກ້າວຂອງ​ນາໆ​ຊາດ ​
ໄດ້​ກາຍ​ມາ​ເປັນ “ເລື້ອງທີ່​ຮີບ​ດ່ວນ​ຫຼາຍ​ຂຶ້ນ ​ໃນ​ຂະນະ​ທີ່​ ​ກຸ່ມ​ຫົວຮຸນແຮງ Boko Haram ​ແລະ​ກຸ່ມ​ອື່ນໆ ພາກັນ​ກໍ່​ຄວາມ​ຮຸນ​ແຮງ​ເພີ້ມຂຶ້ນຢູ່ນັ້ນ.”​

ແຜ່ນທີ່ໄນເຈີເຣຍ
ແຜ່ນທີ່ໄນເຈີເຣຍ

​ກຸ່ມ​ Boko Haram ​ແມ່​ນມີການເຄື່ອນໄຫວທີ່ສຳຄັນຢູ່​ທາງ​ພາກ​ເໜືອ​ຂອງ Cameroon ຊຶ່ງຕັ້ງຢູ່ກົງກັນຂ້າ​ມ ກັບຖານທີ່ໝັ້ນຂອງກຸ່ມດັ່ງກ່າວ ໃນພາກຕາເວັນອອກສຽງເໜືອຂອງ Nigeria. ພວກ​ຫົວ​ຮຸນ​ແຮງກຸ່ມນີ້ ​ໄດ້​ສັງຫານ​ພົນລະ​ເຮືອນ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ ​ໃນ Cameroon ພ້ອມ​ດຽວ​ກັນ​ນັ້ນ ມີ​ຢ່າງ​ນ້ອຍ 10 ພັນ​ຄົນ ຖືກ​ຂ້າ​ຕາຍ ​ໃນ Nigeria ​ໃນ​ຮອບຫຼາຍ​ປີ​ທີ່​ຜ່ານ​ມານີ້.

ປະທາ​ນາທີ​ບໍດີ​ໄດ້​ປະກາດ ກ່ຽວກັບການ​ສົ່ງ​ເຈົ້າ​ໜ້າ​ທີ່ທະຫານດັ່ງກ່າວ ໃນຈົດໝາຍທີ່​ສົ່ງ​ໄປ​ເຖິງຫົວໜ້າ​ຂອງສະພາຕ່ຳ​ແລະສະພາ​ສູງສະຫະລັດ ໃນ​ວັນ​ພຸດ​ວານ​ນີ້. ທ່ານ​ໄດ້​ກ່າວ​ວ່າ ມີເຈົ້າໜ້າ​ທີ່​ທະຫານ ປະມານ 90 ຄົນ ​ຈະເລີ້ມສົ່ງ​ໄປ​ຍັງ Cameroon ​ໃນ​ວັນ​ຈັນນີ້ ພ້ອ​ມ ກັບ​ກຳລັງພິເສດຂອງ​ສະຫະລັດ ຈຳນວນປະມານ 300 ຄົນ.

ຜູ້ນຳ Boko Haram ທ້າວ Abubakar Shekau, ກາງ ແມ່ນຢູ່ກັບກຸ່ມກະບົດທີ່ໄດ້ກ່າວວ່າ ຕົນໄດ້ສັງຫານຜູ້ນຳອັນດັບສອງຂອງກຸ່ມ Boko Haram, ເມສາ 2012.
ຜູ້ນຳ Boko Haram ທ້າວ Abubakar Shekau, ກາງ ແມ່ນຢູ່ກັບກຸ່ມກະບົດທີ່ໄດ້ກ່າວວ່າ ຕົນໄດ້ສັງຫານຜູ້ນຳອັນດັບສອງຂອງກຸ່ມ Boko Haram, ເມສາ 2012.

​ໂຄສົກ​ກະຊວງ​ ປ້ອງ​ກັນ​ປະ​ເທດ ພັນ​ໂທ Michelle Baldanza ​ໄດ້​ກ່າວ​ວ່າ “ເຈົ້າໜ້າ​ທີ່ທະຫານ ທີ່​ຖືກ​ສົ່ງ​ໄປ​ນີ້ ຈະ​ຊ່ອຍ​ເຫຼືອ​ໃນດ້ານ​ສືບລັບ ບິນ​ສອດ​ແນມ ແລະກວດກາ​ເບິ່ງ
ຂົງ​ເຂດດັ່ງກ່າວ.”

ນອກເໜືອໄປຈາກ ຄວບຄຸມການບິນສອດແນມໂດຍເຮືອບິນ​ທີ່ບໍ່​ມີ​ຄົນ​ຂັບ​ແລະບໍ່ຕິດອາ
ວຸດ MQ-1 ແລ້ວ ທະຫານສະຫະລັດຈະ​ເພັ່ງ​ເລັ່ງ​ໃສ່ໃຫ້ການສະໜັບສະໜຸນ​ການ​ປະຕິບັດ​ງານ ການ​ຮັກສາ​ຄວາມ​ປອດ​ໄພ​ຕາມ​ຊາຍ​ແດນ ​ແລະເສີມຄວາມສາມາດໃຫ້ແກ່ກຳລັງທີ່
ທຳການຕອບໂຕ້ ອິງ​ຕາມ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງກັນປະ​ເທດ.

XS
SM
MD
LG